ປະຊາທິປະໄຕຈະກັບຄືນ ສູ່ ພະມ້າ
ພັກ ຂອງ ມາດາມ ອອງຊານຊູຈິ ອາຈ ຊນະ ການເລືອກຕັ້ງ ໃນ ພະມ້າ ຢ່າງ ຖ້ວມທົ້ນ ຂນະທີ່ ການປະກາດ ຜົລ ການນັບ ຄະແນນ ສຽງ ຈາກ ເຂດຕ່າງໆ ແລະ ພັກ ກໍາ ອໍານາດ ກໍ ຍອມຮັບວ່າ ຜ່າຍແພ້ ແລ້ວ.
-
ມະນີຈັນ
2015-11-11 -
-
-
ການເລືອກຕັ້ງ ຢູ່ ພະມ້າ ທີ່ ມີຫລາຍພັກການເມືອງ ເຂົ້າຮ່ວມ
Myanmar
Your browser doesn’t support HTML5 audio
ພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະຕັຍ NLD ຂອງ ມາດາມ ອອງຊານຊູຈິ ຊຶ່ງ ເປັນ ພັກ ຝ່າຍຄ້ານ ອາຈ ຊນະ ການ ເລືອກຕັ້ງ ຄັ້ງ ປະຫວັດສາດ ຂອງ ພະມ້າ ເມື່ອ ວັນອາທິດ ຜ່ານມາ ນີ້ ຢ່າງ ຖ້ວມທົ້ນ ໂດຍ ຄາດກັນ ຢ່າງ ກວ້າງຂວາງ ວ່າ ພັກ NLD ຈະສາມາດ ຄອງ ທີ່ນັ່ງ ເປັນ ສ່ວນໃຫຍ່ ໄດ້ ໃນ ຣັຖສະພາ ຂອງ ພະມ້າ. ນັ້ນ ໝາຍຄວາມ ວ່າ ຫາກ ສາມາດ ຄອງເຖິງ 2 ສ່ວນ 3 ຂອງ ທີ່ ນັ່ງ ທັງໝົດ ໃນ ສະພາ ນັ້ນ ພັກ NLD ກໍສາມາດ ຕັ້ງຄນະ ຣັຖບານ ບໍຣິຫານ ປະເທດໄດ້ ຕາມລໍາພັງ ພັກດຽວ.
ໃນການ ໃຫ້ ສັມພາດ ຕໍ່ ໂທຣະທັດ BBC ຂອງ ອັງກິດ ໃນ ມື້ທີ 2 ພາຍຫລັງ ການ ເລືອກຕັ້ງ ນັ້ນ ມາດາມ ອອງຊານຊູຈິ ກ່າວ ໂດຍ ເຊື່ອໝັ້ນ ວ່າ ພັກ ຂອງ ມາດາມ ຊນະການ ເລືອກຕັ້ງ ຄັ້ງ ປວັດສາດ ນີ້ ໂດຍຈະມີ ສຽງ ສ່ວນຫຼາຍ ໃນ ສະພາ ຜູ້ແທນ.