ນ.ໝວຍ ຖືກຈັບ ຍ້ອນຜູ້ນໍາ ຮັບຄວາມຈິງ ບໍ່ໄດ້: ວິຊາການ

ນັກວິຊາການ ກ່າວວ່າ ນາງ ໝວຍ ຕຳນິຕິຕຽນ ເຈົ້າໜ້າທີ່ ທາງການ ທີ່ໃຫ້ການ ຊ່ວຍເຫລືອ ປະຊາຊົນ ຖືກນ້ຳຖ້ວມ ຊັກຊ້ານັ້ນ ເປັນຄວາມຈິງແທ້, ແຕ່ ເຈົ້າໜ້າທີ່ ຜູ້ຖືກຕຳນິ ຍອມຮັບ ຄວາມຈິງບໍ່ໄດ້.

ນາງໝວຍ ໃຫ້ຄໍາເຫັນ ຜ່ານເຟສບຸກ ເຣື້ອງບໍຣິຫານ ວຽກງານການກູ້ພັຍຊ່ອຍເຫຼືອ ຜູ້ປະສົພພັຍນໍ້າຖ້ວມ ຢູ່ ແຂວງຈໍາປາສັກ ຂອງ ເຈົ້າໜ້າທີ່ທາງການ, ແຕ່ກັບຖືກຈັບຂັງຄຸກ ໃນຂໍ້ຫາ ໂຄສະນາ ຕ້ານ ສປປ ລາວ ຮູບຈາກ : ສື່ອອນລາຍ ຂອງ ທາງການລາວ

ຫລັງຈາກ ນາງ ຮວ່າຍເຮືອງ ໄຊຍະບູລີ ຫລື ນາງ ໝວຍ ຖືກເຈົ້າໜ້າທີ່ ຕຳຣວດ ຈັບ ໃນວັນທີ 12 ກັນຍາ ໃນຂໍ້ຫາໂຄສະນາ ຕ້ານ ສປປ ລາວ, ອີງຕາມໜັງສືຣາຍງານ ຂອງເຈົ້າໜ້າທີ່ຕຳຣວດ ຜແນກສືບສວນສອບສວນ ແຂວງຈຳປາສັກ.

ການຈັບ ນາງໝວຍ ກໍເປັນທີ່ສົນໃຈຂອງສັງຄົມ ໃນນັ້ນກໍມີທັງຜູ້ທີ່ເຫັນດີ ແລະ ບໍ່ເຫັນດີ. ໃນສາຍຕາຂອງນັກວິຊາການ ແລ້ວ ນາງ ໝວຍ ເວົ້າຖືກຕາມຄວາມເປັນຈິງ ແຕ່ເຈົ້າໜ້າທີ່ ເຫຼົ່ານັ້ນຮັບບໍ່ໄດ້ ແລະ ການຈັບຕົວນາງໝວຍນັ້ນ ຍິ່ງເຮັດໃຫ້ສາກົນ ເລີ້ມມີການກວດສອບ ສປປ ລາວ ຫລາຍຂຶ້ນ ໃນເລື້ອງບັນຫາ ສິດທິມະນຸດ. ເຊີນ ທ່ານຮັບຟັງ ຣາຍລະອຽດ ຂອງ ການສໍາພາດໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org