ຊາວລາວທີ່ ຫາຍສາບສູນ

ທ້າວ ເພັດພູທອນ ພິລາຈັນ ແລະ ທ້າວ ອ໊ອດ ໄຊຍະວົງສ໌ ທີ່ຫາຍ​ສາບ​ສູນ​ ເຮັດໃຫ້ ຍາ​ດພີ່ນ້ອງ ແລະ ໝູ່ເພື່ອນ ເປັນຫ່ວງນໍາ.

ທ້າວ ເພັດພູທອນ ພິລາຈັນ (ຊ້າຍ) ທ່ານ ສົມບັດ ສົມພອນ (ກາງ) ທ່້າວ ອ໊ອ​ຕ ໄຊຍະວົງສ໌ (ຂວາ) ເປັນບຸກຄົນທີ່ ຫາຍສາບສູນ ແບບມີເງື່ອນງໍາ ແລະ ເປັນປິສນາ Citizen Journalist

ທ້າວ ເພັດພູທອນ ພິ​ລາ​ຈັນ, ກັມມະກອນລາວ ທີ່ເຮັດວຽກ ຢູ່ປະເທດໄທ ໄດ້ເດີນທາງໄປຢາມພີ່ນ້ອງ ຢູ່ ນະຄອນຫຼວງວຽງຈັນ ໃນວັນທີ 13 ພຶສຈິກາ ແລະ ໃນວັນທີ 14 ພຶສຈິກາ ຍາດພີ່ນ້ອງ ບໍ່ສາມາດຕິດຕໍ່ໄດ້. ຈົນມາເຖິງປັດຈຸບັນ ຍັງບໍ່ມີຜູ້ໃດ ສາມາດ ຕິດຕໍ່ລາວໄດ້ ແລະ ຜູ້ທີ່ເປັນນ້ອງສາວ ກໍກັງວົນເປັນຫ່ວງນໍາ.

ນອກຈາກນີ້ ໃນວັນທີ 26 ສິງຫາ ທີ່ຜ່ານມາ, ທ້າວ ອ໊ອດ ໄຊຍະວົງສ໌ ກັມມະກອນລາວ ທີ່ເຮັດວຽກຢູ່ປະເທດໄທ ກໍຫາຍ​ສາບ​ສູນໄປ ແບບບໍ່ມີ ຮ່ອງຮອຍ ຢູ່ນະ​ຄອນຫຼວງ ບາງກອກ ປະເທດໄທ ແລະຈົນມາເຖິງປັດຈຸບັນນີ້ ກໍຍັງບໍ່ມີຂ່າວຄາວຫຍັງ.

ກ່ຽວກັບການຫາຍ​ສາບ​ສູນ ຂອງທ້າວ ເພັດພູທອນ ແລະ ທ້າວ ອ໊ອດ, ອົງກອນດ້ານສິດທິມະນຸດ ໄດ້ສະແດງຄວາມເປັນຫ່ວງທີ່ສຸດ ຍ້ອນວ່າ ທັງສອງຄົນ ເຄີຍປະທ້ວງ ທາງການລາວ ຢູ່ຕໍ່ໜ້າສະຖານເອກອັຄຣັຖທູຕລາວ ປະຈຳບາງກອກກ່ຽວກັບເຣື້ອງ ສິດທິມະນຸດ ແລະ ປະຊາທິປະໄຕ ຢ່າງ​ສັນ​ຕິ​ວິ​ທີ. ນັກປົກປ້ອງສິດທິມະນຸດ ຫຼາຍຄົນ ກໍສະແດງຄວາມເປັນຫ່ວງ ວ່າ ກໍຣະນີ ທ້າວ ເພັດພູທອນ ແລະ ທ້າວ ອ໊ອດ ໄຊຍະວົງສ໌ ຈະຄ້າຍຄື ກໍຣະນີ ທ່ານ ສົມພັດ ສົມພອນ, ນັກພັທນາອາວຸໂສ ຂອງລາວ ທີ່ຖືກລັກພາໂຕໄປ ໃນວັນທີ 15 ທັນວາ 2012 ຈົນມາຮອດປັດຈຸບັນ ກໍຍັງບໍ່ສາມາດ ຮູ້ໄດ້ວ່າ ທ່ານ ສົມບັດ ນັ້ນຢູ່ໃສ?

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org