ຣະເບີດຍັງບໍ່ແຕກຢູ່ ລາວ
ສະຫະຣັດອະເມຣິກາ ຖິ້ມຣະເບີດ ໃສ່ ປະເທດລາວ ໃນສະໄໝ ສົງຄາມວຽດນາມ ນຶ່ງສ່ວນສາມ ຂອງຣະເບີດ ຈຳນວນນັ້ນ ບໍ່ແຕກ.
-
2016-08-11 -
-
-
ັຜູ້ເຄາະຮ້າຍ ຈາກຣະເບີດ ຕົກຄ້າງ ແຕກໃສ່ ຢູ່ແຂວງຊຽງຂວາງ,
AFP
Your browser doesn’t support HTML5 audio
ສະຫະຣັດ ຖິ້ມຣະເບີດ ໃສ່ປະເທດລາວເຖິງ 2 ລ້ານ ແລະ 2 ແສນຕັນ ໃນລະຍະ ເກົ້າປີ ໃນ ສະໄໝ ສົງຄາມ ວຽດນາມ; ນຶ່ງສ່ວນສາມ ຂອງຣະເບີດ ຈຳນວນນັ້ນ ບໍ່ແຕກ. ໃນເວລາທີ່ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະຣັດ ອະເມຣິກາ ຈະໄປຢ້ຽມຢາມ ລາວ ໃນ ເດືອນ ກັນຍາ ຈະມາເຖິງນີ້ ທ່ານ ຈະປະກາດ ໃຫ້ ການຊ່ວຍເຫລືອ ຫລາຍຂຶ້ນ ສຳລັບ ການເກັບກູ້ ຣະເບີດ ທີ່ຍັງບໍ່ແຕກ ຢູ່ລາວ. ເງິນ ຊ່ວຍເຫລືອ ສ່ວນຫຼາຍ ຈະຖືກໃຊ້ ເພື່ອເກັບກູ້ ຣະເບີດ ແຕ່ ໃນຂນະດຽວກັນ ປະຊາຊົນ ລາວ ກວ່າ 15 ພັນຄົນ ທີ່ ໄດ້ຮັບ ຜົນກະທົບ ຈາກ ອຸປຕິເຫດ ຣະເບີດ ຕົກຄ້າງ ກໍຕ້ອງການ ການຮັກສາ ຊ່ວຍເຫລືອເຊັ່ນກັນ ຊຶ່ງ ຈົນເຖິງ ປັດຈຸບັນ ພວກເຂົາ ກໍບໍ່ໄດ້ ຮັບການ ຊ່ວຍເຫລືອ ເທົ່າທີ່ຄວນ. ທ່ານ Daniel de Carteret ຈະຣາຍງານ ກ່ຽວກັບ ເຣື່ອງນີ້ຕື່ມ ຈາກ ແຂວງຊຽງຂວາງ ປະເທດລາວ; ອອກສຽງໂດຍ ອາວະຣີ....