ອິດທິພົນວຽດນາມຄອບງໍາ ລາວ
ນັກວິເຄາະ ປວັດສາຕ ການເມືອງ ລາວ ຊາວ ອະເມຣິກັນ ທ່ານນຶ່ງ ເວົ້າວ່າ ລາວ ນັບມື້ ຕົກຢູ່ໃຕ້ ອິດທິພົນ ຂອງ ວຽດນາມ ແລະ ຊາວລາວ ໃນ ປະເທດ ກໍຮູ້ດີ ແຕ່ ເຮັດຫຍັງ ບໍ່ໄດ້.
-
ສົມເນ
2015-10-07 -
-
-
Michael Benge ຊາວອະເມຣິກັນ ເປັນ ນັກວິເຄາະ ປວັດສາຕ ການເມືອງ ລາວ
Michael Benge
Your browser doesn’t support HTML5 audio
ນັກຄົ້ນຄວ້າ ອາວຸໂສ ຊາວ ອະເມຣິກັນ ຄົນນຶ່ງ ຊື່ວ່າ Michael Benge ຜູ້ ທີ່ເຄີຍຂຽນ ບົດຄວາມ ຫຼາຍກ່ວາ 170 ບົດ ກ່ຽວກັບ ວຽດນາມ, ລາວ, ແລະ ກໍາພູຊາ ໃນນັ້ນ ມີບົດຄວາມ ນຶ່ງ ທີ່ ມີຊື່ວ່າ ເຕ ຕຽນ (Tay Tién) ຫລືວ່າ ເຄື່ອນທີ່ໄປ ທາງທິດ ຕະເວັນຕົກ, ເວົ້າວ່າ ວຽດນາມ ມີແຜນການ ເອົາ ລາວ ແລະ ກໍາພູຊາ ເປັນ ຫົວເມືອງຂຶ້ນ ແບບໃໝ່. ກ່ຽວກັບ ເຣື້ອງນີ້ ເອເຊັຽ ເສຣີ ກໍເລີຍ ຂໍ ສັມພາດ ແລະ ຖາມວ່າ ມັນເປັນ ໄປໄດ້ ຈັ່ງໃດ ເພາະວ່າ ລາວ ມີ ສະຖານທູດ ຕ່າງ ປະເທດ ຫຼາຍສິບ ປະເທດ ແລະ ມີຄວາມ ສັມພັນ ກັບ 180 ກວ່າ ປະເທດ ແລ້ວ ທ່ານ ກໍຕອບວ່າ: ເຊີນ ທ່ານ ຮັບຟັງ ການ ສັມພາດ ຕໍ່ໄປ ...