ຜູ້ຈະສືບຕໍ່ ທ.ບຸນຍັງ ວໍຣະຈິດ
ຫຼາຍຄົນ ຍັງຕວງ ບໍ່ໄດ້ວ່າ ຜູ້ນຳພັກ ທີ່ຈະສືບຕໍ່ ຈາກ ທ່ານ ບຸນຍັງ ວໍຣະຈິດ ໃນ 5 ປິ ຫລື 10 ປີ ຂ້າງໜ້າ ຈະແມ່ນໃຜ ກັນແທ້ ແຕ່ ນັກວິເຄາະ ເວົ້າວ່າແມ່ນ ທາຍາດ ທາງ ການເມືອງ ໂດຍແທ້ ແນ່ນອນ.
-
ມະນີຈັນ
2016-02-07 -
-
-
Your browser doesn’t support HTML5 audio
ຫລາຍຄົນ ອາຈ ຍັງບໍ່ຮູ້ວ່າ ຜູ້ນຳ ສູງສຸດ ຂອງພັກ ປະຊາຊົນ ປະຕິວັດ ລາວ ທີ່ຈະສືບທອດ ຕໍ່ຈາກ ທ່ານ ບຸນຍັງ ວໍຣະຈິດ ຈະເປັນຜູ້ໃດ ກັນແທ້ ໃນ 5 ປີ ຫລື 10 ປີ ຂ້າງໜ້າ. ແຕ່ ນັກວິເຄາະ ການເມືອງ ລາວ ຊາວໄທ ໃຫ້ ຄວາມເຫັນວ່າ ທາຍາດ ທາງການເມືອງ ລາວ ແມ່ນເປັນທີ່ ຈະແຈ້ງແລ້ວ ຫລັງຈາກ ການເລືອກຕັ້ງ ຄນະ ບໍຣິຫານ ງານ ສູນກາງພັກ ສມັຍທີ 10 ຊຶ່ງຫາກໍ່ ຜ່ານພົ້ນໄປ ເມື່ອວັນທີ 21 ມົກຣາ ຜ່ານມາ ນີ້.
ໃນການ ໃຫ້ສັມພາດ ຕໍ່ ອາຣແອຟເອ ນັກວິເຄາະ ອາວຸໂສ ກ່ຽວກັບ ການເມືອງ ລາວ ຜູ້ຂໍສງວນຊື່ ກ່າວວ່າ ຄນະນຳພັກ ຊຸດໃໝ່ ຂອງ ລາວ ມີການ ປ່ຽນແປງ, ທາງຝ່າຍ ທີ່ ນິຍົມຈີນ ຫຼາຍຄົນຕົກໄປ ຍົກຕົວຢ່າງ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ຕົກໄປ ພ້ອມກັບ ອີກ 3 ທ່ານ ນັ້ນ. ການປ່ຽນແປງ ດັ່ງກ່າວ ກ່ອນອື່ນໝົດ ບົ່ງບອກເຖິງ ອິດທິພົລ ຂອງ ວຽດນາມ ພາຍໃນ ພັກ ຂ້ອນຂ້າງ ຫລາຍ ທັງໃນ ກົມການເມືອງ ແລະ ຄນະ ກັມການ ສູນກາງພັກ ຊຸດໃໝ່. (ເຊີນທ່ານ ຮັບຟັງ ສຽງ ຂອງບົດຄວາມ ໄດ້)