ເສຣີພາບ ສື່ມວນຊົນ ລາວ
ວັນສາກົນ ສິດ ເສຣີພາບ ຂອງ ສື່ມວນຊົນ ວັນທີ 3 ພືສພາ, ສປປລາວ ເປັນ ປະເທດ ທີ່ຖືກຈັດ ຢູ່ໃນບັນຊີ ປະເທດ ຈຳກັດ ສິດ ເສຣີພາບ ຂອງ ສື່ມວນຊົນ.
-
ອຸ່ນແກ້ວ ສຸກສະຫວັນ
2016-05-04 -
-
-
ນະຄອນຫຼວງວຽງຈັນ
Citizen Journalist
Your browser doesn’t support HTML5 audio
ເນື່ອງ ໃນໂອກາດ ວັນສາກົນ ສິດ ເສຣີພາບ ຂອງ ສື່ມວນຊົນ ວັນທີ 3 ພືສພາ, ປະເທດລາວ ກໍເປັນ ປະເທດນຶ່ງ ທີ່ ຖືກຈັດ ຢູ່ໃນຣາຍຊື່ ບັນຊີ ປະເທດ ທີ່ຈຳກັດ ສິດ ເສຣີພາບ ຂອງ ສື່ມວນຊົນ ຂອງຕົນເອງ ຫຼາຍທີ່ສຸດ, ແລ້ວ ປະຊາຊົນ ລາວ ພາຍໃນ ປະເທດ ຄິດແນວໃດ ກ່ຽວກັບ ສື່ມວນຊົນ ລາວ.
ບັນຫາ ການປິດກັ້ນ ສື່ສານມວນຊົນ ຢູ່ ປະເທດລາວ ຈົນ ສື່ມວນຊົນ ບໍ່ສາມາດ ນຳສະເໜີ ຄວາມຈິງໄດ້ ເພາະສະນັ້ນ ປະຊາຊົນ ຈຶ່ງບໍ່ເຫັນ ຄວາມສຳຄັນ ຂອງ ສື່ມວນຊົນ ຢູ່ໃນ ບ້ານເມືອງ ຂອງ ຕົນເອງ.