ຣາຍງານການຄ້າມະນຸດ ຢູ່ ລາວ
ຣາຍງານ ກ່ຽວກັບ ການຄ້າມະນຸດ ຂອງ ກະຊວງ ການຕ່າງປະເທດ ສະຫະຣັຖ ອາເມຣິກາ ປະຈໍາປີ 2018 ນີ້ ໄດ້ຈັດເອົາ ສປປລາວ ຢູ່ໃນກຸ່ມ ປະເທດ ທີ່ ຂີ້ຮ້າຍສຸດ ໃນ ການຕ້ານ ການຄ້າມະນຸດ.
-
ມະນີຈັນ
2018-07-03 -
-
-
Your browser doesn’t support HTML5 audio
ຣັຖບານ ສປປລາວ ບໍ່ໄດ້ປະຕິບັດ ຢ່າງເຕັມສ່ວນ ໃນການຕ້ານ ການຄ້າມະນຸດ ແລະບໍ່ໄດ້ເພີ່ມ ຄວາມພຍາຍາມ ທີ່ຈະລຶບລ້າງ ຫາກທຽບໃສ່ ປີທີ່ຜ່ານມາ. ຕາມຣາຍງານ ປະຈໍາປີ 2018 ກ່ຽວກັບ ການຄ້າມະນຸດ ໃນປະເທດຕ່າງໆ ທົ່ວໂລກ ຮວມທັງ ສປປລາວ ທີ່ອອກເຜີຍແຜ່ ໃນວັນທີ 28 ມິຖຸນາ 2018 ນີ້.
ຣາຍງານນັ້ນ ເວົ້າວ່າ ເຖິງແມ່ນວ່າ ສປປລາວ ຈະໄດ້ປະຕິບັດ ຕາມເງື່ອນໄຂຂັ້ນ 2 ເຄິ່ງຫລືເທັຽ 2 Watch List ຫລື ຂັ້ນຕິດຕາມ ສິ້ງຊອມເບິ່ງ ອັນມີຮວມທັງ ການສືບສວນສອບສວນ ແລະ ຕັດສິນຄະດີ ພວກຄ້າມະນຸດ ຈໍານວນນ້ອຍນຶ່ງ ນັ້ນກໍຕາມ, ແຕ່ກໍບໍ່ສາມາດ ເຮັດໃຫ້ຕົນ ເລື່ອນຂັ້ນໄປຢູ່ຂັ້ນດີ ກວ່າຂັ້ນ 2 ເຄິ່ງ ນັ້ນໄດ້. ຍ້ອນວ່າ ສປປ ລາວ ຢູ່ໃນຂັ້ນ ດັ່ງກ່າວ ມາເປັນເວລາ 4 ປີ ຕິດຕໍ່ກັນ, ຈຶ່ງບໍ່ມີສິດ ຢູ່ໃນຂັ້ນນັ້ນ ອີກຕໍ່ໄປ ຈຶ່ງຖືກຫລຸດຂັ້ນລົງ ມາຢູ່ເທັຽ 3 ຫລື ຂັ້ນ 3 ຊຶ່ງເປັນຂັ້ນທີ່ ຂີ້ຮ້າຍທີ່ສຸດ ໃນການຕ້ານ ການຄ້າມະນຸດ.
ເຖິງຢ່າງໃດກໍຕາມ ຕໍ່ຣາຍງານຂອງ ກະຊວງການຕ່າງປະເທດ ສະຫະຣັຖ ອາເມຣິກາ ທີ່ຫລຸດຂັ້ນ ຂອງ ສປປລາວ ລົງມາຢູ່ຂັ້ນ ທີ່ ຂີ້ຮ້າຍທີ່ສຸດ ໃນການຕ້ານ ການຄ້າມະນຸດ ປະຈໍາປີ 2018 ນີ້ ເຈົ້າໜ້າທີ່ ສະກັດກັ້ນ ການຄ້າມະນຸດ ຂອງ ທາງການລາວ ທ່ານນຶ່ງ ກ່າວຕໍ່ RFA ວ່າເປັນຍ້ອນ ການຣາຍງານ ຂອງທາງການລາວ ບໍ່ລະອຽດ:
"ເພິ່ນຈັ່ງວ່າໃຫ້ເຮົາເປັນ ເທັຽ 3 ມັນຢູ່ຂີດອັນຕະຣາຍ ຫັ້ນລະເນາະ. ແຕ່ວ່າຕໍ່ມານີ້ ກອງປະຊຸມ ຣະດັບປະເທດ ຫັ້ນເພິ່ນ ກໍເວົ້າວ່າກັນແລ້ວ ແລ້ວໄທເຮົາ ກໍເຜີຍແຜ່ ກົດໝາຍ ວ່າດ້ວຍການ ຄ້າມະນຸດນີ້ ມັນດີຂຶ້ນແລ້ວ ແລະພາກສ່ວນທີ່ ກ່ຽວຂ້ອງ ກໍ່ເຂັ້ມງວດ ເຄື່ອນໄຫວ ຕໍ່ຕ້ານ ຫັ້ນນ໊າ."
ປະເທດ ເທັຽ 2 ເຄິ່ງ ຫລື Tier 2 Watch List ເປັນປະເທດ ທີ່ບໍ່ດໍາເນີນ ການປາບປາມ ການຄ້າມະນຸດ ຢ່າງເຕັມສ່ວນ ຕາມມາຕຖານ ຕໍ່າສຸດ ທີ່ຣະບຸໄວ້ ໃນກົດໝາຍ ຂອງ ສະຫະຣັຖ ອາເມຣິກາ ເຖິງມີຄວາມພຍາຍາມ ຢູ່ກໍຕາມ.
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ ທາງການລາວ ຈາກ ສະຫະພັນ ແມ່ຍິງລາວ ທ່ານນຶ່ງ ກໍກ່າວຢືນຢັນວ່າ ຄວາມຈິງແລ້ວ ຣັຖບານ ເພິ່ນເອົາໃຈໃສ່ ໃນການຕ້ານ ການຄ້າມະນຸດ ແລະໄດ້ແຕ່ງຕັ້ງ ຄນະກັມການ ຂັ້ນແຂວງ ຂັ້ນເມືອງ ຂັ້ນບ້ານ:
"ພວກເຮົາກໍຕິດຕາມ ຕາມສາຍຕັ້ງສາຍຂວາງ ຂອງພວກເຮົາ ຄືວ່າເພິ່ນເຮັດຈິງຈັງ ແທ້ໃດ ກັບວຽກຊຸມນີ້ນະ ເພາະວ່າ ພວກເຮົາ ຈັດຕັ້ງ ປະຕິບັດຕົວຈິງ ພວກເຮົາ ກໍເຮັດແບບ ເຖິງຖອງ ອາດສິເລັກໆນ້ອຍໆ ມັນກໍສິ ບໍ່ທົ່ວເຖິງ ກໍສິບໍ່ຊ່າງວ່າ ແຕ່ວ່າຄວາມຈິງ ພວກເຮົາ ກໍເຮັດລົງເຖິງຂັ້ນຮາກຖານ ເຂດຫ່າງໄກສອກຫລີກ ເຂດຊາຍແດນ."
ຢ່າງໃດກໍຕາມ ຣາຍງານ ຂອງກະຊວງການ ຕ່າງປະເທດ ສະຫະຣັຖ ອາເມຣິກາ ເວົ້າອີກວ່າ ສປປລາວ ຍັງເປັນ ປະເທດທີ່ມາ, ປະເທດ ເປົ້າໝາຍປາຍທາງ ແລະທັງເປັນປະເທດ ທາງຜ່ານ ສໍາລັບແມ່ຍິງ ແລະຜູ້ຊາຍ ແລະເດັກນ້ອຍ ທີ່ “ຕົກເຂົ້າສູ່ ອຸດສາຫະກັມ ການຄ້າ ທາງເພດ ແລະການບັງຄັບໃຊ້ ແຮງງານ.
ຜູ້ເຄາະຮ້າຍ ຈໍານວນຫລາຍ ໂດຍສະເພາະ ແມ່ຍິງ ແລະເດັກນ້ອຍ ຕົກສູ່ອຸດສາຫະກັມ ການຄ້າ ທາງເພດ ຢູ່ປະເທດໄທ ແລະຖືກບັງຄັບ ໃຊ້ແຮງງານ ຢູ່ຕາມບ້ານເຮືອນ, ໂຮງຈັກໂຮງງານ ຫລື ພາກກະສິກັມ. ຜູ້ຊາຍແລະເດັກນ້ອຍ ຖືກບັງຄັບໃຫ້ ເຮັດວຽກ ໃນເຮືອ ປະມົງໄທ ແລະເຂດກໍ່ສ້າງຕ່າງໆ.
ຣາຍງານເວົ້າອີກວ່າ ຄວາມພຍາຍາມ ຂອງຣັຖບານລາວ ທີ່ຈະຣະບຸ ຫລືຈໍາແນກ ແລະຊ່ວຍ ຜູ້ເຄາະຮ້າຍ ຈາກການ ຄ້າມະນຸດ ທີ່ສມັກໃຈກັບມາ ຫລື ຖືກສົ່ງກັບ ຈາກປະເທດ ເພື່ອນບ້ານ ກໍຖືກກີດກັນ ຍ້ອນເຈົ້າໜ້າທີ່ ທາງການລາວ ຂາດຄວາມຮູ້ ແລະ ມາຕການ ຄວາມປອດພັຍ ຢູ່ຊາຍແດນ ກໍບໍ່ພຽງພໍ.
ກ່ຽວກັບການແກ້ໄຂບັນຫາ ການຄ້າມະນຸດ ຂອງທາງການລາວ ເຈົ້າໜ້າທີ່ ຕ້ານການ ຄ້າມະນຸດລາວ ອີກທ່ານນຶ່ງ ກ່າວຕໍ່ RFA ພາຍຫລັງ ກະຊວງການ ຕ່າງປະເທດ ສະຫະຣັຖ ອາເມຣິກາ ອອກຣາຍງານ ປະຈໍາປີ ນັ້ນວ່າຍັງຕ້ອງ ໃຊ້ເວລາອີກດົນ ຈຶ່ງຈະແກ້ໄຂໄດ້:
"ເຮົາມີກົດໝາຍ ການຄ້າມະນຸດ ແລ້ວກໍມີມາຕການຕ່າງໆ ກໍມີ ເຜີຍແຜ່ເຣື່ອງ ການຄຸກຄາມ ຫລືວ່າ ການຄ້າມະນຸດ ກໍພຍາຍາມ ແຈ້ງການ ໄປບ່ອນຕ່າງໆ ເມືອງ ແລະກໍແຂວງຕ່າງໆ ແຕ່ວ່າການປະຕິບັດ ຕົວຈິງຍັງບໍ່ໄດ້ຮ້ອຍ ເປີເຊັນ ແນ່ນອນຕ້ອງໃຊ້ ເວລາຫລາຍ ມັນຍັງສະກັດກັ້ນ ຄຸ້ມຄອງບໍ່ໄດ້ຮັດກຸມ ຮ້ອຍເປີເຊັນນະ."
ແຕ່ເຖິງຢ່າງໃດກໍຕາມ ກໍຍັງມີຫລາຍປະເທດ ທີ່ຍັງຢູ່ໃນຂັ້ນເດີມ ຊຶ່ງໃນນັ້ນມີທັງ ກັມພູຊາ ແລະ ວຽດນາມ ຢູ່ເທັຽ 2, ຈີນ ແລະ ເກົາຫລີເໜືອ ຢູ່ເທັຽ 3 ຊຶ່ງ ເປັນຂັ້ນທີ່ ຂີ້ຮ້າຍທີ່ສຸດ ຄືກັນກັບ ສປປລາວ ຂນະທີ່ ພະມ້າ ກໍຖືກຫລຸດຂັ້ນລົງ ມາຢູ່ຂັ້ນ 3 ຫລືເທັຽ 3 ຄື ກັນກັບລາວ.
ໃນຣາຍງານປະຈໍາປີ ກ່ຽວກັບ ການຄ້າມະນຸດ ທີ່ນໍາອອກເຜີຍແຜ່ ໃນມື້ວັນທີ 28 ມີຖຸນາ 2018 ນີ້ ກະຊວງການ ຕ່າງປະເທດ ສະຫະຣັຖ ອາເມຣິກາ ຍັງໄດ້ເວົ້າເຖິງການ ດໍາເນີນຄະດີ ຢູ່ສປປລາວ ວ່າຣັຖບານລາວ ມີຄວາມພຍາຍາມ ໃນການບັງຄັບໃຊ້ ກົດໝາຍ ຍັງບໍ່ພຽງພໍ.
ໃນປີ 2017 ກະຊວງປ້ອງກັນຄວາມສງົບ ຣາຍງານວ່າຕົນ ກໍາລັງສືບສວນສອບສວນ 69 ກໍຣະນີ ທີ່ນໍາໄປສູ່ ການຈໍາແນກໄດ້ 44 ກໍຣະນີ ຄ້າມະນຸດ. ແລະໃນທ້າຍປີ ນັ້ນ ກໍມີ 29 ກໍຣະນີ ທີ່ຍັງສືບສວນສອບສວນ ຢູ່ ແລະອີກ 15 ກໍຣະນີ ຈະສົ່ງໄປໃຫ້ ຫ້ອງການ ອັຍການ.
ສ່ວນວ່າ ຈໍານວນຜູ້ຄ້າມະນຸດ ທີ່ຖືກຕັດສິນ ລົງໂທດທັງໝົດ ມີເທົ່າໃດນັ້ນ ບໍ່ເປັນທີ່ຮູ້ເລີຍ. ມີຣາຍງານວ່າ ຄົນຈີນ 9 ຄົນ ຖືກຕັດສິນລົງໂທດ ໃນຂໍ້ຫາທີ່ກ່ຽວຂ້ອງກັບ ການແຕ່ງດອງ ແບບບັງຄັບ ຫລື ແບບຫລອກລວງ ກັບແມ່ຍິງລາວ ແລະ ໃນທີ່ສຸດ ພວກເຂົາ ກໍຖືກສົ່ງ ໄປຢູ່ໃນຄວາມ ຄວບຄຸມຕົວ ຂອງທາງການຈີນ ພາຍຫລັງຖືກ ຈໍາຄຸກຢູ່ລາວ ເປັນເວລາ 1 ປີ 9 ເດືອນ. ສ່ວນອີກ 31 ກໍຣະນີ ທີ່ສົ່ງໄປໃຫ້ ຕໍາຣວດ ຕ້ານການຄ້າມະນຸດ ກໍຍັງຢູ່ຣະຫວ່າງ ການດໍາເນີນຄະດີ.
ແຕ່ທາງການລາວ ບໍ່ໄດ້ໃຫ້ລາຍລະອຽດ ກ່ຽວກັບປະເພດ ການຄ້າມະນຸດ ເປັນແຕ່ລະກໍຣະນີໆ. ແຕ່ສານຫາກໄດ້ ຕັດສິນລົງໂທດ ຈໍາຄຸກແຕ່ 9 ເດືອນໄປເຖິງ 16 ປີ ແລະ ທັງປັບໃໝ ເຖິງ 50 ລ້ານກີບ ຫລື 6 ພັນປາຍໂດລາ ສະຫະຣັຖ.
ແລະທາງການລາວ ຍັງຣາຍງານວ່າ ມີ 3 ຄົນຖືກຕັດສິລົງໂທດ ຈໍາຄຸກຫລາຍກວ່າ 1 ປີ. ຣັຖບານລາວ ບໍ່ໄດ້ໃຫ້ ຂໍ້ມູນກ່ຽວກັບ ການດໍາເນີນຄະດີ ຕໍ່ຄົນຕ່າງປະເທດ ທີ່ກ່ຽວຂ້ອງ ກັບການທ່ອງທ່ຽວ ເພື່ອມີເພດສັມພັນ ກັບເດັກນ້ອຍ ໃນລາວ ແຕ່ຢ່າງໃດເລີຍ.
ທາງການລາວ ໄດ້ຮັບຣາຍງານ ຈາກອົງການ ຕ່າງປະເທດ ທີ່ພິທັກກົດໝາຍ ທີ່ວ່າມີພວກຄົນ ກະທໍາຜິດ ຖານມີເພດສັມພັນ ກັບເດັກນ້ອຍ ເຂົ້າມາລາວ. ແຕ່ທາງການລາວ ກໍບໍ່ໄດ້ ພຍາຍາມ ຕິດຕາມສັງເກດ ເບິ່ງພວກເຂົາ ຢ່າງສົມຄວນເລີຍ.
ອົງການພິທັກກົດໝາຍ ຂອງລາວ ທີ່ໄດ້ຮ່ວມມື ກັບອົງການ ຈັດຕັ້ງຫລາຍຝ່າຍ ແລະອົງການພາຄີ ໃນຈີນ ມາເລເຊັຽ ແລະໄທ ກ່ຽວກັບ ການສືບສວນສອບສວນ ການຄ້າມະນຸດ ຂ້າມຊາຍແດນ ຊຶ່ງມີຮວມທັງ ການສົ່ງຜູ້ຮ້າຍ ຂ້າມແດນ ນໍາດ້ວຍນັ້ນ ບໍ່ໄດ້ຣາຍງານ ຂໍ້ມູນກ່ຽວ ກັບສະຖິຕິ ທີ່ກ່ຽວຂ້ອງ ກັບການຄ້າມະນຸດ ໃດໆເລີຍ.
ອົງການຕ້ານການຄ້າມະນຸດ ແລະ ສື່ມວນຊົນ ຂອງລາວ ໄດ້ຣາຍງານ ຢູ່ຕໍ່ໄປວ່າ ເຈົ້າໜ້າທີ່ ທົ່ວໄປ ຈໍານວນນຶ່ງ ຮັບສິນບົນ ຈາກ ພວກຄ້າມະນຸດ ເພື່ອໃຫ້ອໍານວຍ ຄວາມສະດວກ ແກ່ການເຂົ້າອອກ ປະເທດ ແລະ ການນໍາເອົາ ເດັກນ້ອຍແມ່ຍິງ ໄປຈີນ ຊຶ່ງມີທັງການປອມແປງ ໜັງສືເດີນທາງ ແລະເອກສານ ກ່ຽວກັບ ສ່ວນບຸກຄົນ ນໍາດ້ວຍ.
ຜູ້ສັງເກດການ ຕ່າງກໍຣາຍງານ ຄືກັນວ່າເຈົ້າໜ້າທີ່ ກວດຄົນເຂົ້າເມືອງ ອາດສາມາດຊ່ວຍໃຫ້ ຄົນງານຍ້າຍຖິ່ນ ທີ່ບໍ່ມີເອກສານ ຈໍານວນ ຫລາຍພັນຄົນ ຈາກຈີນ ແລະວຽດນາມ ເຂົ້າມາລາວ ເພື່ອເຮັດວຽກ ໃນໂຄງຮ່າງພື້ນຖານ ຂນາດໃຫຍ່,
ໂຄງການຂຸດຄົ້ນບໍ່ແຮ່ ແລະ ການກະສິກັມ ຊຶ່ງໃນນັ້ນ ອາດຕົກເຂົ້າສູ່ ການຄ້າມະນຸດ ກໍເປັນໄປໄດ້. ເຖິງຈະມີການ ກ່າວຫາຕ່າງໆ ເຫລົ່ານັ້ນ ກໍຕາມແຕ່ ຣັຖບານລາວ ກໍບໍ່ໄດ້ຣາຍງານ ການສືບສວນສອບສວນ ການດໍາເນີນຄະດີ ຫລື ການກ່າວໂທດ ເຈົ້າໜ້າທີ່ ທີ່ມີສ່ວນຮ່ວມ ໃນການ ຄ້າມະນຸດ ຫລື ການລັກລອບ ທີ່ກ່ຽວຂ້ອງກັບ ອາຊຍາກັມ ຕ່າງໆ ໃນປີ 2017 ທີ່ຜ່ານມາ. ຕາມຣາຍງານ ປະຈໍາປີ 2018 ກ່ຽວກັບ ການຄ້າມະນຸດ ຢູ່ 188 ປະເທດ ໃນໂລກ ຮວມທັງ ສປປລາວ ທີ່ກະຊວງການ ຕ່າງປະເທດ ສະຫະຣັຖ ອາເມຣິກາ ອອກເຜີຍແຜ່ ໃນມື້ວັນທີ 28 ມີຖຸນາ 2018 ນີ້. ເຊີນຮັບຟັງພາກ 2 ຕໍ່ ໃນໂອກາດໜ້າ.