ໂທດປະຫານກຸ່ມຄ້າຢາ ຊາວລາວ ບໍ່ເຊື່ອ

ປະຊາຊົນລາວ ບໍ່ເຊື່ອວ່າ ພວກນັກຄ້າ ຢາເສບຕິດ ຈະຖືກປະຫານ ຊີວິດ ຕາມທີ່ ສານຕັດສິນ.

ກຸ່ມຜູ້ຕ້ອງຫາ ຄ້າຢາເສພຕິດ ທີ່ຖືກເຈົ້າໜ້າທີ່ ລາວແລະໄທ ກັກຂັງຕົວໄວ້ ຮຽບຮ້ອຍແລ້ວ (ຊ້າຍ)ສີສຸກ ດາວເຮືອງ; (ກາງ)ໄຊຊະນະ ແກ້ວພິມພາ; (ຂວາ)ຄອນປະສົງ ສຸກກະເສີມ ຖືກສານຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນ ປະຫານຊີວິດ Citizen journalist

ສານຂັ້ນຕົ້ນ ນະຄອນຫລວງວຽງຈັນ, ໃນອາທິດ ທີ່ຜ່ານມາ ໄດ້ຕັດສິນປະທານຊີວິດ ນັກຄ້າຢາເສບຕິດ 8 ຄົນ ຊຶ່ງນຶ່ງໃນນັ້ນ ແມ່ນ ທ້າວ ຄອນປະສົງ ຫລື ຊຽງເທີ ອາຍຸ 47 ປີ ແລະ ພັກພວກອີກ 7 ຄົນ.

ແຕ່ຫລັງຈາກສານໄດ້ຕັດສິນ ປະຫານຊີວິດແລ້ວ ຜູ້ຄົນຍັງບໍ່ເຊື່ອວ່າ ພວກນັກຄ້າຢາເສບຕິດ ຣາຍໃຫຍ່ຂອງລາວ ຈະຖືກປະຫານຊີວິດ ຢ່າງແທ້ຈິງ ແລະ ທີ່ຜ່ານມາກໍຍັງ ບໍ່ມີກໍຣະນີ ຕົວຢ່າງ ໃຫ້ສັງຄົມໄດ້ເຫັນ.ເຊີນທ່ານຟັງສຽງ ສຳພາດ ປະຊາຊົນ ທ່ານນຶ່ງ ເບິ່ງວ່າ ເປັນແນວໃດ...

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org