ລາວ-ໄທ ກໍາລັງຮັດແໜ້ນ
ຣັຖມົນຕຣີ ຕ່າງ ປະເທດ ລາວ, ທ່ານ ທອງລຸນ ສີສຸລິດ ກ່າວວ່າ ຄວາມ ສັມພັນ ລາວ-ໄທ ຢູ່ ໃນ ຣະດັບ ເຊື່ອຖື ກັນ ຮ່ວມມື ກັນ ແລະ ຊ່ວຍເຫລືອ ກັນ ໃນ ທຸກດ້ານ.
-
ສົມເນ
2015-06-01 -
-
-
Your browser doesn’t support HTML5 audio
ເນື່ອງ ໃນ ໂອກາດ ການ ຢ້ຽມຢາມ ປະເທດ ໄທ ຢ່າງ ເປັນ ທາງການ ຂອງ ຄນະ ຜູ້ແທນ ຈາກ ສປປ ລາວ, ຊຶ່ງ ນໍາພາ ໂດຍ ທ່ານ ທອງລຸນ ສີສຸລິດ ຮອງ ນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ຕ່າງ ປະເທດ ສປປ ລາວ ຈາກ ວັນທີ 26 ຫາ ວັນທີ 29 ພຶສພາ ນີ້ ສອງຝ່າຍ ໄດ້ ພົບປະ ກັນ, ແລະ ທົບທວນ ຜົນການ ຈັດຕັ້ງ ປະຕິບັດ ການ ຮ່ວມມື ລາວ-ໄທ-ລາວ ໃນ ແຕ່ລະປີ. ສິ່ງ ສໍາຄັນ ທີ່ສຸດ ຂອງ ການ ຢ້ຽມຢາມ ປະເທດ ໄທ ຄັ້ງນີ້ ແມ່ນ ການ ສືບຕໍ່ ຂຍາຍ ຄວາມ ສັມພັນ ອັນ ແໜ້ນແຟ້ນ ຢູ່ ແລ້ວ, ໃຫ້ ມີຄວາມ ໝັ້ນຄົງ ຂື້ນຕື່ມ. ນອກຈາກ ການ ພົບປະ ເຈຣະຈາ ວຽກງານ ການ ຮ່ວມມື ແລ້ວ, ການ ຢ້ຽມຢາມ ເທື່ອນີ້ ຍັງ ເປັນ ໂອກາດ ໃຫ້ ສອງຝ່າຍ ສລອງ ຄວາມ ສັມພັນ ທາງການ ທູດ ຣະຫ່ວາງ ລາວ-ໄທ ຄົບຮອບ 65 ປີ ພໍດີ.
ໃນ ວັນທີ 27 ພຶສພາ ສອງຝ່າຍ ໄດ້ ເດີນທາງ ໄປທອດ ກະຖິນ ສະມາຄີ ສອງ ສະມາຄົມ ລາວ-ໄທ-ລາວ ເພື່ອ ມິຕພາບ, ຢູ່ ວັດ ໜອງນໍ້າ ສ້າງ ມ.ໜອງແຊງ ຂ. ສຣະບູຣີ ແລະ ເປີດ ໂຮງຮຽນ ໜອງແຊງ ວິທຍາ ສອນ ພາສາ ລາວ ແລະ ຊົມຣົມ ລາວວຽງ, ເພື່ອ ການຮຽນ ແລະ ສອນ ພາສາ ລາວ ແກ່ ຄົນ ໄທ ໃນເຂດ ຕິດຕໍ່ ກັບ ລາວ ດ້ວຍ.
ໃນ ຕອນບ່າຍໆ ຂອງ ວັນທີ 28 ຢູ່ ທີ່ ໂຮງແຮມ ຄອນຣາດ, ສະມາຄົມ ມິຕພາບ ໄທ-ລາວ, ຊຶ່ງ ມີ ທ່ານ ວິຣະພົງ ຣາມາກຸນ ນາຍົກ ສະມາຄົມ ໄທ-ລາວ ເພື່ອ ມິຕພາບ, ດ້ວຍການ ສນັບ ສນູນ ຂອງ ນັກ ລົງທຶນ ໄທ ໃນ ລາວ, ໄດ້ຈັດ ນິເທສການ ສະແດງ ຮູບພາບ ກ່ຽວກັບ ກິຈກັມ ຕ່າງໆ, ທີ່ ສະມາຄົມ ໄທ-ລາວ-ໄທ ໄດ້ ປະກອບ ຮ່ວມກັນ ໃນ ຫລາຍປີ ຜ່ານມາ ຮອດ ປັດຈຸບັນ. ມີການ ສະແດງ ການ ລົງທຶນ ຂອງໄທ ໃນ ສປປ ລາວ ໃນນັ້ນ ກໍມີ ບໍຣິສັດ ນໍ້າຕານ ມິຕລາວ, ບໍຣີສັດ ໂຄງການ ໄຟຟ້າ ພລັງງານ ຖ່ານຫີນ ຫົງສາ ລິກໄນ, ໂຄງການ ເຂື່ອນ ໄຟຟ້າ ນໍ້າງື່ມ, ໂຄງການ ເຂື່ອນ ໄຟຟ້າ ໄຊຍະບູຣີ, ບໍຣິສັດ ຊີເມັນ SGG ບໍຣິສັດ ນໍ້າມັນ ປທທ ຈໍາກັດ ບໍຣິສັດ ກາເຟ ປາກຊ່ອງ, ບໍຣິສັດ ເບັຽລາວ ບໍຣິສັດ ຫລັກຊັພ ເອພີແອັມ ລາວ ຈໍາກັດ.
ມີ ບຸກຄົນ ສໍາຄັນ ຂອງ ໄທ ຫລາຍ ທ່ານ, ນັກ ທຸຣະກິດ ໃນ ປະເທດ ໄທ ນັກ ທຸຣະກິດ ຈາກ ລາວ ຫຼາຍທ່ານ ເຂົ້າຮ່ວມ. ພິເສດ ອີກ ອັນນຶ່ງ, ໃນ ໂອກາດ ນີ້ ເຈົ້າພາບ ຝ່າຍໄທ ໄດ້ຈັດ ໃຫ້ ທ່ານ ທອງລຸນ ເປັນ ຜູ້ກ່າວ ປາຖະກະຖາ
ໃນ ຫົວຂໍ້ “40 ປີແຫ່ງ ສປປ ລາວ ແລະ ເສັ້ນທາງ ສູ່ ອານາຄົດ”.
ການ ປາຖະກະຖາ ສ່ວນຫລາຍ ແລ້ວ ແມ່ນ ເວົ້າ ຢໍ້າ ເຖິງ ຄວາມ ສໍາພັນ ລາວ-ໄທ, ໃນ ລະຍະ 40 ປີ ຜ່ານມາ. ທ່ານ ວ່າ ຄວາມ ສັມພັນ ລາວ-ໄທ ໃນ 15 ປີ ທໍາອິດ ຫລັງຈາກ ລາວ ໄດ້ ກາຍເປັນ ປະເທດ ສາທາຣະນະຣັຖ ປະຊາທິປະຕັຍ ມີ ປະຫວັດ ແຕກຕ່າງ ກັນ ມີຍາມຂຶ້ນ ຍາມ ສມໍ່າ ສະເໝີ ມີ ຍາມລົງ.
ຕາມ ຄໍາເວົ້າ ຂອງ ທ່ານ ນັ້ນ ເຮົາ ພໍຫຍໍ້ ໃຫ້ ເປັນ ໃຈຄວາມ ສັ້ນໆ ດັ່ງນີ້. ທ່ານວ່າ ໃນ ລະຍະ ທໍາອິດ ນັ້ນ ລາວ ເອງ ກໍກໍາລັງ ເລືອກ ເສັ້ນທາງ ເດີນ, ວ່າ ຈະເອົາ ປະເທດ ຊາຕ ໄປໃນ ເສັ້ນທາງ ໃດ, ປະຊາຊົນ ຈໍານວນ ນຶ່ງ ກໍ ບໍ່ມີ ຄວາມ ເຊື່ອໝັ້ນ, ແລະ ພາກັນ ໜີ ອອກຈາກ ປະເທດ ໄປ. ໃນ ເວລາ ນັ້ນ ລາວ ແລະ ໄທ ຕ່າງ ກໍ ສົງໄສ ແລະ ບໍ່ໄວ້ ເນື້ອ ເຊື່ອໃຈ ກັນ, ແຕ່ວ່າ ຍ້ອນ ວັທນະທັມ ຮີດຄອງ ປະເພນີ ທີ່ ສອງ ປະເທດ ນີ້ ມີມາ ແຕ່ ຍາວນານ ຈຶ່ງ ເຮັດໃຫ້ ຜູ້ນໍາ ຂອງ ລາວ ແລະ ໄທ ສາມາດ ເວົ້າຈາ ກັນ ໄດ້.
ໃນຕອນນຶ່ງ ທ່ານ ກ່າວວ່າ: ແຕ່ວ່າ ຄວາມ ສັມພັນ ລາວ-ໄທ ນີ້ ຂ້າພະເຈົ້າ ຂໍກາບ ຮຽນ ວ່າ ເຖິງຈະ ແຕກຕ່າງ ກັນ, ເວລາ ແຕກຕ່າງ ກັນ, ມີ ທີຂື້ນ ທີລົງ ມີທີ ສມໍ່າ ສະເໝີ ມີທີ ໜັກແໜ້ນ ແຕ່ ຂ້າພະເຈົ້າ ເຊື່ອໝັ້ນ ທີ່ສຸດ ວ່າ ໄປ ວັດ ໜອງ ນໍ້າສ້າງ ມື້ວານ ນີ້, ໄດ້ເຫັນ ປະຊາຊົນ ໄທ ເວົ້າ ພາສາ ດຽວກັນ ເວົ້າ ພາສາ ດຽວກັນ ຍັງ ບໍ່ແລ້ວ, ຄູບາ ເທດສະໜາ ກໍ ເຂົ້າໃຈ ໝົດ ເໝືອນ ກັນໝົດ ເມື່ອ ເວລາ ນັ້ນ ຄວາມ ສັມພັນ ຂອງ ສອງ ປະເທດ ເຮົາ ນີ້ ບໍ່ ສາມາດ ຕັດແຍກ ອອກຈາກ ກັນ ໄດ້, ເຖິງ ແມ່ນວ່າ ຈະ ຢູ່ໃນ ກໍຣະນີ ແຕກ ຕ່າງ. ພາສາ ດຽວກັນ ຄະນົບ ທັມນຽມ ອັນດຽວ ກັນ ຄວາມມຸ້ງ ມາຕປາຖນາ ອັນດຽວ ກັນ, ແລະ ພວກເຮົາ ຍັງເຄີຍ ເວົ້າກັນ ວ່າ, ບ້ານໃກ້ ເຮືອນຄຽງ ບ້ານພີ່ ເຮືອນ ນ້ອງ, ບ້ານແກ້ວ ເຮືອນດອງ.
ຄໍາເວົ້າ ທີ່ ຕິດຫູ ກັນຢູ່ ຣະຫ່ວາງ ສອງ ປະຊາຊົນ ລາວ-ໄທ ຂອງ ພວກເຮົາ ຂ້າພະເຈົ້າ ວ່າ ມັນເປັນ ທ່າແຮງ ຂອງ ສອງ ປະເທດ, ພວກເຮົາ ຈະກ້າວ ເຂົ້າສູ່ ປະຊາຄົມ ອາຊຽນ ລາວ ກັບ ໄທ ມີຈຸດ ພິເສດ ຕ່າງກັບ ປະເທດ ອື່ນ, ການ ກ້າວ ເຂົ້າສູ່ ເປັນ ປະຊາຄົມ ອາຊຽນ ທີ່ ສາມາດ ຊ່ວຍເຫລືອ ກັນ ໄດ້ ດີ ທີ່ສຸດ ຄື ລາວ ກັບ ໄທ ແລະ ຄົງຈະເປັນ ໂຕຢ່ງ ທີ່ດີ ແກ່ ປະເທດ ອື່ນໆ.
ທ່ານ ທອງລຸນ ໄດ້ເລົ່າ ເຖິງ ປວັດສາດ ຄວາມ ຊົງຈໍາ ຫລາຍ ຢ່າງ ເຊັ່ນວ່າ ໃນ ປີ 1989 ທ່ານ ມື້ລາງ ປະທານ ປະເທດ ໄກສອນ ພົມວິຫານ, ໄດ້ ເດີນທາງ ໄປ ຢ້ຽມຢາມ ປະເທດ ໄທ ຢ່າງ ເປັນ ທາງການ, ໃນ ສະໄໝ ທ່ານ ພົນເອກ ກຣຽງສັກ ໂຊມານັນ ເປັນ ນາຍົກ ຣັຖມົນຕຣີ. ແລະ ຕໍ່ມາ ໃນ ເດືອນ ມິນາ ປີ 1990 ອົງ ສົມເດັດ ພຣະເທບ ຣັຕນະສຸດາ ໄດ້ ສະເດັດໄປ ຢ້ຽມຢາມ ລາວ. ໃນ ຕອນນຶ່ງ ທ່ານ ທອງລຸນ ກ່າວວ່າ:
"ນັບແຕ່ ສົມເດັດ ພຣະເທພ ໄດ້ ສະເດັດ ໄປ ລາວ ປີ 1990 ໄດ້ ເກີດ ນິມິດ ໝາຍເຖິງ ຄວາມ ໄວ້ເນື້ອ ເຊື່ອໃຈ ຣະຫ່ວາງ ປະຊາຊົນ ສອງຊາຕ. ທ່ານ ເອົາ ຄວາມ ຮູ້ສຶກ ເປັນພີ່ ເປັນນ້ອງ ໄປ ໄປເຫັນ ຄວາມ ເປັນຈິງ".
ທ່ານ ທອງລຸນ ໄດ້ກ່າວ ເຖິງ ວິວັທນາການ ຄວາມ ສັມພັນ ລາວ-ໄທ ໂດຍ ອ້າງເຖິງ ເຫດການ ຄວາມ ຊົງຈໍາ ຫລາຍຢ່າງ ເປັນຕົ້ນ ການ ສະເດັດ ຢ້ຽມຢາມ ສປປ ລາວ ຂອງ ກະສັຕ ພູມີພົນ ອາດຸນຍະເດດ ແລະ ພຣະຣາຊີນີ ສົມເດັດ ພຣະນາງ ເຈົ້າ ສິຣິກິດ ໃນ ວາຣະ ເປີດ ຂົວ ມິຕພາບ ລາວ-ໄທ ແຫ່ງທີ່ ນຶ່ງ ວ່າງ ວັນທີ 8 ຫາ ທີ 9 ເມສາ ປີ 1994, ຊຶ່ງ ເວລາ ນັ້ນ ພຣະອົງ ທັງສອງ ໄດ້ ປະທັບ ນຶ່ງ ຄືນ ຢູ່ ນະຄອນ ຫລວງ ວຽງຈັນ. ການ ຢ້ຽມຢາມ ລາວ ຂອງ ສົມເດັດ ພຣະເທພ ຣັຕນະສຸດາ ໃນ ທຸກໆ ປີ ນັບ ແຕ່ປີ 1990 ເປັນ ຕົ້ນມາ.
ທ່ານວ່າ ນັບແຕ່ ປີ 1995 ເປັນ ຕົ້ນມາ ເປັນ ລະຍະ ທີ່ສອງ ປະເທດ ເລີ້ມ ສ້າງ ຄວາມໄວ້ ເນື້ອ ເຊື່ອໃຈ ກັນ ມີການ ຮ່ວມມື ຫລາຍ ໂຄງການ ມີການ ສ້າງ ກົນໄກ ການ ຮ່ວມມື, ໂດຍ ຢຶດໝັ້ນ ຈາກ ພື້ນຖານ ຂອງ ຄວາມເປັນ ບ້ານໃກ້ ເຮືອນ ຄຽງ ບ້ານພີ່ ເມືອງ ນ້ອງ, ເພື່ອ ສ້າງ ສິ່ງທີ່ ລາວ ແລະ ໄທ ບໍ່ສາມາດ ແຍກອອກ ຈາກ ກັນໄດ້ ຕ່າງຝ່າຍ ຕ່າງ ມີ ຜົນປໂຍດ. ທ່ານ ວ່າ ຖ້າຫາກ ວ່າ ລາວ ມີການ ພັທນາ ໄທ ກໍຈະມີ ຜົນປໂຍດ, ແຕ່ ທ່ານ ກໍຍອມ ຮັບວ່າ ປະທດ ໄທ ໄດ້ ຊ່ວຍເຫລືອ ລາວ ຫລາຍ ທີ່ສຸດ ທັງ ຊ່ວຍເຫລືອ ລ້າ ແລະ ໃຫ້ ເງິນກູ້ ດອກເບັ້ຽ ຕໍ່າ ຊຶ່ງ ປະເທດ ອື່ນໆ ບໍ່ ສາມາດ ໃຫ້ລາວ ໄດ້ ຄືກັນ ກັບ ປະເທດ ໄທ.
ທ່ານ ທອງລຸນ ໄດ້ ເວົ້າ ຢ່າງ ແຈ່ມແຈ້ງ ກົງໄປ ກົງມາ ຕໍ່ຝ່າຍ ໄທ ວ່າ ລາວ ພຍາຍາມ ຫລຸດພົ້ນ ອອກຈາກ ຖານະ ເປັນ ປະເທດ ດ້ອຍ ພັທນາ ໃນ ປີ 2020, ຢາກ ພັທນາ ປະເທດ ໃຫ້ ເປັນ ປະເທດ ອຸດສາຫະກັມ ຣະດັບ ເລີ້ມຕົ້ນ ແລະ ຢາກ ເຮັດໃຫ້ ປະເທດ ມີ ຖານະ ທາງ ເສຖກິດ ທີ່ ມີຣາຍໄດ້ ອັນດັບ ກາງ ສູງ ໃນ ປີ 2030, ຈາກ ຄວາມ ສັມພັນ ແລະ ຄວາມມຸ້ງ ມາຕ ປາຖນາ ຂອງ ລາວ ທີ່ ທ່ານ ໄດ້ກ່າວ ມານີ້ ທ່ານ ທອງລຸນ ໄດ້ ຮຽກຮ້ອງ ໃຫ້ ນັກ ລົງທຶນ ໄທ ເຂົ້າໄປ ລົງທຶນ ໃນລາວ ໃຫ້ ຫລາຍ ຂຶ້ນ ຕື່ມ.