ຜູ້ນຳສປປລາວຢ້ຽມຢາມ ຄິວບາ

ການຢ້ຽມຢາມ ຄິວບາ ຂອງ ຜູ້ນຳ ສປປລາວ ຖືວ່າ ມີ ຄວາມສຳຄັນ ໃນດ້ານ ການເມືອງ ຂອງ ທັງສອງ ຝ່າຍ ທີ່ ປົກຄອງ ປະເທສ ດ້ວຍ ຣະບົບ ພັກດຽວ ຜູກຂາດ ອຳນາດ.

ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດ ສປປ ລາວ Xinhua

ການຢ້ຽມຢາມ ຄິວບາ ຂອງ ຜູ້ນຳ ສປປລາວ ຖືວ່າ ມີ ຄວາມສຳຄັນ ໃນດ້ານ ການເມືອງ ຂອງ ທັງສອງ ຝ່າຍ ທີ່ ປົກຄອງ ປະເທສ ດ້ວຍ ຣະບົບ ພັກດຽວ ຜູກຂາດ ອຳນາດ.

ການຢ້ຽມຢາມ ຊຶ່ງ ກັນແລະກັນ ຣະຫວ່າງ ຜູ້ນຳສູງສຸດ ຂອງ ສອງ ປະເທສ ສປປລາວ ແລະ ຄິວບາ ໜ້ອຍໜັກ ໜ້ອຍໜາ ຈຶ່ງ ມີຂື້ນ ເທື່ອນຶ່ງ ເຖິງແມ່ນວ່າ ຢູ່ ສອງ ປະເທດ ນີ້ ມີການ ປົກຄອງ ດ້ວຍຣະບອບ ຜະເດັດການ ເຄົ້າດຽວ ພັກດຽວ ຄື ພັກ ປະຊາຊົນ ປະຕິວັດ ລາວ ແລະ ພັກ ຄອມມິວນິສ ຄິວບາ ທີ່ ມີແນວທາງ ນະໂຍບາຍ ແລະ ແຜນພັທນາ ເສຖກິດ-ສັງຄົມ ໄປຕາມ ເສັ້ນທາງ ສັງຄົມນິຍົມ ເຊັ່ນດຽວກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org