ລົມເຣື້ອງຂ່າວ-Laotalk-11-01-2015

ສປປ ລາວ ບໍ່ຖືກຮັບ ເຂົ້າເປັນ ສະມາຊິກ ສະພາ ສິດທິ ມະນຸດ ຂອງ ອົງການ ສະຫະ ປະຊາຊາດ, ຊຶ່ງ ເປັນໄປຕາມ ທັສນະ ຂອງ ເຈົ້າໜ້າທີ່ ອົງການ ສິດທິ ມະນຸດ ໄດ້ ຄາດການ ໄວ້.

ການສົນທະນາ ເຖິງເຫດການ ທີ່ເກີດຂຶ້ນ ໃນແຕ່ລະມື້ ທີ່ມີຜົນກະທົບ ຕໍ່ຊີວິດປະຈໍາວັນ ຂອງຊາວລາວ ທົ່ວປະເທດ ທີ່ ປະຊາສັງຄົມ ເຫັນວ່າ ຂາດຄວາມເປັນທັມ. RFA

ສປປ ລາວ ບໍ່ຖືກຮັບ ເຂົ້າເປັນ ສະມາຊິກ ສະພາ ສິດທິ ມະນຸດ ຂອງ ອົງການ ສະຫະ ປະຊາຊາດ, ຊຶ່ງ ເປັນໄປຕາມ ທັສນະ ຂອງ ເຈົ້າໜ້າທີ່ ອົງການ ສິດທິ ມະນຸດ ໄດ້ ຄາດການ ໄວ້.

ຂະບວນການ ລາວ ເພື່ອ ສິດທິ ມະນຸດ ໃນລາວ ຫລື ຂລສມ ທີ່ ມີຫ້ອງການ ຢູ່ ນະຄອນຫຼວງ ປາຣີ ປະເທດ ຝຣັ່ງ ໄດ້ ອອກ ຖແລງການ ຫລັງຈາກ ສປປ ລາວ ບໍ່ຖືກເລືອກ ເຂົ້າໄປມີ ທີ່ນັ່ງ ໃນ ສະພາ ສິດທິ ມະນຸດ ສະຫະ ປະຊາຊາຕ ຊຶ່ງ ມີວາຣະ 3 ປີ. ໃນ ຖແລງການ ແຈ້ງວ່າ ຖ້າຫາກ ວ່າ ສປປ ລາວ ຖືກ ເລືອກ, ກໍ ຄົງຈະເປັນ ໜ້າ ເສັຽດາຍ ເພາະວ່າ ຣັຖບານ ລາວ ຍັງສືບຕໍ່ ຣະເມີດ ສິດທິ ມະນຸດ ປະຊາຊົນ ຂອງ ຕົນເອງ ຢູ່ ຕລອດມາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org