ລົມເຣື້ອງຂ່າວ-Laotalk-08-30-2015
ການໃຫ້ ສໍາປະທານ ຖໍ້າ ເມືອງ ວຽງໄຊ ແຂວງຫົວພັນ ເຮັດເປັນ ສະຖານທີ່ ບັນເທີງ ບາ ເຕັ້ນເປືອຍ.
-
ອຸ່ນແກ້ວ ສຸກສະຫວັນ ແລະ ມະນີຈັນ
2015-08-30 -
-
-
ການສົນທະນາ ເຖິງເຫດການ ທີ່ເກີດຂຶ້ນ ໃນແຕ່ລະມື້ ທີ່ມີຜົນກະທົບ ຕໍ່ຊີວິດປະຈໍາວັນ ຂອງຊາວລາວ ທົ່ວປະເທດ ທີ່ ປະຊາສັງຄົມ ເຫັນວ່າ ຂາດຄວາມເປັນທັມ.
RFA
Your browser doesn’t support HTML5 audio
ພວກເຮົາ ຈະລົມກັນ ແບບ ລົງເລິກ ເຖິງ ສາເຫດ ແທ້ໆ ຄືຫຍັງ. ໃນ ວັນທີ 21 ສິງຫາ ທີ່ ຜ່ານມາ ໄດ້ມີ ການ ອະນຸຍາດ ເປີດ ບາ ເຕັ້ນເປືອຍ ຢູ່ເມືອງ ວຽງໄຊ ແຂວງ ຫົວພັນ, ພາກເໜືອ ຂອງ ປະເທດ ລາວ ໂດຍ ແມ່ນ ຄົນວຽດນາມ ໄດ້ຮັບ ສໍາປະທານ ເຂດ ດັ່ງກ່າວ ແລ້ວ ຕໍ່ມາ ກໍມີຄົນ ເອົາ ຮູບ ແລະ ວີດີໂອ ນັ້ນ ໄປລົງໃນ ສື່ສັງຄົມ ອອນລາຍ ແລ້ວ ກໍເກີດການ ວິພາກ ວີິຈານ ກັນຢ່າງ ກວ້າງຂວາງ.