ລົມເຣື້ອງຂ່າວ 07-17-2016
ຣັຖບານ ມີການປັບຄ່າ ໄຟຟ້າ ຄັ້ງໃໝ່ນີ້ ຈະຊ່ວຍໃຫ້ ປະຊາຊົນ ປະຢັດຄ່າໃຊ້ຈ່າຍ ໄດ້ຫລືບໍ່ ແຕ່ກໍປະກົດວ່າ ສຽງຈົມ ສຽງວ່າ ເລື້ອງຄ່າ ໄຟຟ້າແພງ ມິດໄປແລ້ວ.
-
ອຸ່ນແກ້ວ ສຸກສະຫວັນ
2016-07-17 -
-
-
ການສົນທະນາ ເຖິງເຫດການ ທີ່ເກີດຂຶ້ນ ໃນແຕ່ລະມື້ ທີ່ມີຜົນກະທົບ ຕໍ່ຊີວິດປະຈໍາວັນ ຂອງຊາວລາວ ທົ່ວປະເທດ ທີ່ ປະຊາສັງຄົມ ເຫັນວ່າ ຂາດຄວາມເປັນທັມ.
RFA
Your browser doesn’t support HTML5 audio
ຣັຖບານ ມີການປັບຄ່າໄຟຟ້າ ຄັ້ງໃໝ່ນີ້ ຈະຊ່ວຍໃຫ້ ປະຊາຊົນ ປະຢັດຄ່າໃຊ້ຈ່າຍ ໄດ້ຫລືບໍ່ ແຕ່ກໍປະກົດວ່າ ສຽງຈົມ ສຽງວ່າ ເລື້ອງຄ່າ ໄຟຟ້າແພງ ມິດໄປແລ້ວ. ຫລັງຈາກ ທີ່ມີຄຳສັ່ງ ຂອງ ນາຍົກ ຣັຖມົນຕຼີ ໃຫ້ມີ ການກວດສອບ ແລະ ປັບລາຄາ ຫົວໜ່ວຍ ການໃຊ້ໄຟຟ້າ,
ໃນວັນທີ 7 ກໍຣະກະດາ ນີ້ ຣັຖມົນຕຼີ ກະຊວງ ພລັງງານ ແລະ ບໍ່ແຮ່ ໄດ້ມີແຈ້ງການ ເລື້ອງ ການປັບ ລາຄາໄຟຟ້າ ໂດຍສະເພາະ ລາຄາ ໄຟຟ້າ ໃຊ້ພາຍ ໃນຄົວເຮືອນ ຈາກ ແຕ່ກ່ອນ ມີສາມ ລະດັບ ປັດຈຸບັນ ຣັຖບານ ໄດ້ປັບ ມາເປັນ 6 ລະດັບ.