ລົມເຣື້ອງຂ່າວ-Laotalk-06-28-2015
ເຈົ້າ ແຂວງ ຫລວງພຣະບາງ ອອກ ຂໍ້ຕົກລົງ ໃຫ້ ຈີນ ມາ ສໍາຣວດ ເພື່ອ ສໍາປະທານ ເຂດ ນໍ້າຕົກ ຕາດ ກວາງຊີ.
-
ອຸ່ນແກ້ວ ສຸກສະຫວັນ ແລະ ສິດນີ
2015-06-28 -
-
-
ການສົນທະນາ ເຖິງເຫດການ ທີ່ເກີດຂຶ້ນ ໃນແຕ່ລະມື້ ທີ່ມີຜົນກະທົບ ຕໍ່ຊີວິດປະຈໍາວັນ ຂອງຊາວລາວ ທົ່ວປະເທດ ທີ່ ປະຊາສັງຄົມ ເຫັນວ່າ ຂາດຄວາມເປັນທັມ.
RFA
Your browser doesn’t support HTML5 audio
ເຈົ້າ ແຂວງ ຫລວງພຣະບາງ ອອກ ຂໍ້ຕົກລົງ ໃຫ້ ຈີນ ມາ ສໍາຣວດ ເພື່ອ ສໍາປະທານ ເຂດ ນໍ້າຕົກ ຕາດ ກວາງຊີ. ຂ່າວນີ້ ເກີດຂຶ້ນ ໃນ ກາງເດືອນ ມິຖຸນາ ທີ່ ຜ່ານມາ ຫລັງຈາກ ທີ່ ມີຄົນ ເອົາ ຂໍ້ຕົກລົງ ຂອງ ທ່ານ ຄໍາແພງ ໄຊສົມແພງ ເຈົ້າ ແຂວງ ຫລວງພຣະບາງ ເປັນ ຜູ້ເຊັນ ອອກມາ ມາເຜີຍແພ່ ຢູ່ໃນ ສື່ສັງຄົມ ອອນລາຍ.