ລົມເຣື້ອງຂ່າວ 05-17-2015

ຫົວໜ້າ ກົມ ຂົວທາງ ຂໍ ງົບປະມານ ຣັຖບານ ສ້າງ ທາງ ເຂົ້າບ້ານ ຕົນເອງ ໃນ ຂນະທີ່ ເສັ້ນທາງ ຫລວງ ແລະ ເສັ້ນທາງ ອື່ນໆ ຍັງ ເປ່ເພ ຢູ່.

ການສົນທະນາ ເຖິງເຫດການ ທີ່ເກີດຂຶ້ນ ໃນແຕ່ລະມື້ ທີ່ມີຜົນກະທົບ ຕໍ່ຊີວິດປະຈໍາວັນ ຂອງຊາວລາວ ທົ່ວປະເທດ ທີ່ ປະຊາສັງຄົມ ເຫັນວ່າ ຂາດຄວາມເປັນທັມ. RFA

ຫົວໜ້າ ກົມ ຂົວທາງ ຂໍ ງົບປະມານ ຣັຖບານ ສ້າງ ທາງ ເຂົ້າບ້ານ ຕົນເອງ ໃນ ຂນະທີ່ ເສັ້ນທາງ ຫລວງ ແລະ ເສັ້ນທາງ ອື່ນໆ ຍັງ ເປ່ເພ ຢູ່, ມັນ ກໍເປັນ ສິ່ງ ທີ່ ຄົນ ໃນ ສັງຄົມ ເຂົາເຈົ້າ ພາກັນ ເວົ້າ ຫັ້ນ ມັນ ກໍມີ ສອງ ຢ່າງ ທີ່ ເວົ້າ ກັນຄື: ເຈົ້າໜ້າທີ່ ຜູ້ມີ ອໍານາດ ທີ່ ໃຊ້ ງົບປະມານ ຂອງ ຣັຖ ສ້າງ ທາງ ເຂົ້າບ້ານ ຕົນເອງ ຮ່ອມ 2 ແລະ ຮ່ອມ 3 ຢູ່ເຂດ ບ້ານ ໂນນຫວາຍ ເມືອງ ໄຊເສດຖາ ນະຄອນ ຫລວງ ວຽງຈັນ, ແລະ ທ່ານ ເພັງ ດວງເງິນ ຫົວໜ້າ ກົມ ຂົວທາງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ, ໄດ້ ຂໍ ອະນຸມັດ ເງິນ ຈາກ ກະຊວງ ໂຍທາທິການ ແລະ ຂົນສົ່ງ ເພື່ອ ມາສ້າງ ເສັ້ນ ທາງ ຮ່ອມ ເຂົ້າບ້ານ ຂອງ ຕົນເອງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org