ລົມເຣື້ອງຂ່າວ 04-05-2015

ຂ່າວ ທີ່ ພວກເຮົາ ຈະ ລົມກັນ ແມ່ນ ກັມມະກອນ ຢູ່ ປະເທດ ວຽດນາມ ພາກັນ ປະທ້ວງ ຣັຖບານ ທີ່ ຈະ ດັດແກ້ ການ ເບີກ ຈ່າຍ ເງິນ ບໍານານ ຂອງ ພວກ ເຂົາເຈົ້າ.

ການສົນທະນາ ເຖິງເຫດການ ທີ່ເກີດຂຶ້ນ ໃນແຕ່ລະມື້ ທີ່ມີຜົນກະທົບ ຕໍ່ຊີວິດປະຈໍາວັນ ຂອງຊາວລາວ ທົ່ວປະເທດ ທີ່ ປະຊາສັງຄົມ ເຫັນວ່າ ຂາດຄວາມເປັນທັມ. RFA

ຂ່າວ ທີ່ ພວກເຮົາ ຈະ ລົມກັນ ແມ່ນ ກັມມະກອນ ຢູ່ ປະເທດ ວຽດນາມ ພາກັນ ປະທ້ວງ ຣັຖບານ ທີ່ ຈະ ດັດແກ້ ການ ເບີກ ຈ່າຍ ເງິນ ບໍານານ ຂອງ ພວກ ເຂົາເຈົ້າ. ມີ ກັມມະກອນ ປະມານ 90,000 ຄົນ ຢູ່ ໂຮງງານ ຕັດຫຍິບ ເກີບ ອາດີດັສ ແລະ ໄນກີ້ ຢູ່ເຂດ ບັນ ຕັນ ຊຶ່ງ ເປັນເຂດ ອຸດສາຫະກັມ ຢູ່ ນະຄອນ ໂຮ ຈິ ມິນ ຊີ ຕີ ໃນ ວັນທີ 26 ມິນາ ເປັນ ຕົ້ນມາ.

ສາເຫດ ຂອງ ການ ປະທ້ວງ ຄັ້ງນີ້ ແມ່ນ ເຂົາເຈົ້າ ບໍ່ພໍໃຈ ທີ່ ຣັຖບານ ວຽດນາມ ຈະ ດັດແກ້ ກົດໝາຍ ປະກັນ ສັງຄົມ ໂດຍ ສະເພາະ ຢູ່ ໃນໝວດ ທີ່ ກ່ຽວພັນ ກັບ ເງິນ ບໍານານ ຊຶ່ງ ຈະ ມີຜົນ ບັງຄັບ ໃຊ້ ໃນ ປີ 2016. ໃນຮ່າງ ກົດໝາຍ ສະບັບ ປັບປຸງ ຣະບຸ ວ່າຈະບໍ່ ຈ່າຍເງິນ ເປັນກ້ອນ ບາດດຽວ ໃຫ້ ກັມມະກອນ ຜູ້ ຄົບ ອາຍຸ ກະສຽນ ອອກ ກິນ ບໍານານ ແຕ່ ຈະຈ່າຍ ໃຫ້ ເປັນ ແຕ່ລະ ເດືອນ ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org