ກອງປະຊຸມອົງການ ລາວ ເສຣີ

ອົງການລາວເສຣີ ໄດ້ຈັດກອງປະຊຸມ 2 ມື້ ໃນທ້າຍເດືອນ ຕຸລາ 2017 ກ່ຽວກັບ ການອົບຮົມ ແນວທາງ ການຕໍ່ສູ້ ເພື່ອ ປະຊາທິປະໄຕ ດ້ວຍສັນຕິວິທີ ຢູ່ນະຄອນ ສິດນີ, ປະເທດ ອອສເຕຣເລັຽ.

ທ່ານ ອິນຊິທອງ ຄນະນໍາ ທັງເປັນ ໂຄສົກອົງການ ລາວເສຣີ RFA/KS

ອົງການລາວເສຣີ ສາຂາ ອອສເຕຣເລັຍ ເປັນເຈົ້າພາບຈັດກອງປະຊຸມອົບຮົມ ກ່ຽວກັບແນວທາງ ການຕໍ່ສູ້ເພື່ອປະຊາທິປະໄຕ ດ້ວຍສັນຕິ ວິທີ ຢູ່ນະຄອນສິດນີ ປະເທສອອສເຕຣເລັຽ ເປັນເວລາ 2 ມື້ ຄືໃນມື້ວັນທີ 21 ແລະ 22 ຕຸລາ 2017 ທີ່ມີຜູ້ຕາງໜ້າ ອົງການຈັດຕັ້ງເພື່ອ ສິດທິມະນຸດ ແລະ ປະຊາທິປະໄຕ ຂອງຊຸມຊົນຊາວລາວ ທີ່ອອສເຕຣເລັຍ ເປັນຕົ້ນຊຸມຊົນຊາວລາວ ໃນຂົງເຂດນະຄອນສິດນີ ຮວມທັງຜູ້ ຕາງໜ້າ ອົງການລາວເສຣີ Free Laos Campaign ຈາກ ສະຫະຣັຖ ອtເມຣິກາ ເຂົ້າຮ່ວມ ທັງໝົດຫລາຍສິບຄົນ.

ກ່ຽວກັບວ່າ ກອງປະຊຸມເປັນໄປຄືແນວໃດ ມີເປົ້າໝາຍແນວໃດ ແລະໄດ້ເວົ້າເຖິງເຣື່ອງຫຍັງຕົ້ນຕໍແດ່ນັ້ນ ຂ້າພະເຈົ້າ ຈໍາປາທອງ ມີໂອກາດ ສໍາພາດ ທ່ານ ອິນຊີທອງ ຜູ້ຕາງໜ້າອົງການ ລາວເສຣີ ທີ່ສະຫະຣັຖອtເມຣິກາ ຊຶ່ງໄດ້ເດີນທາງ ໄປຮ່ວມແລະ ມີບົດບາດ ສໍາຄັນຢູ່ໃນກອງ ປະຊຸມ ທີ່ປະເທສອອສເຕຣເລັຽ ຄັ້ງນີ້ ຊຶ່ງເບື້ອງຕົ້ນ ທ່ານໄດ້ເວົ້າເຖິງຄວາມສໍາຄັນ ຂອງກອງປະຊຸມ ນັ້ນວ່າ ມີຄວາມສໍາຄັນ ຫລາຍທີ່ສຸດ ດັ່ງທີ່ທ່ານກ່າວວ່າ:

ຕອນມ້ວນທ້າຍຂອງການສໍາພາດ ທ່ານ ອິນຊີທອງ ຜູ້ຕາງໜ້າອົງການລາວເສຣີ Free Laos Campaign ທີ່ມີສູນກາງຕັ້ງຢູ່ Atlanta ເມືອງເອກຂອງຣັຖ Georgia ສະຫະຣັຖ ອະເມຣິກາ ໄດ້ກ່າວວ່າ ກອງປະຊຸມອົບຮົມ ກ່ຽວກັບແນວທາງ ການຕໍ່ສູ້ເພື່ອ ປະຊາທິປະໄຕ ດ້ວຍສັນຕິວິທີ ຢູ່ນະຄອນສິດນີ ປະເທສ ອອສເຕຣເລັຍ ເປັນເວລາ 2 ມື້ ທີ່ວ່ານັ້ນ ມີຄວາມສໍາຄັນ ຫລາຍທີ່ສຸດ ສໍາລັບນັກຕໍ່ສູ້ ເພື່ອ ສິດທິມະນຸດ ແລະປະຊາທິປະໄຕ ຊຶ່ງທ່ານຄິດວ່າ ຄວນຈະຈັດໃຫ້ມີຂຶ້ນ ຕື່ມອີກ ເພື່ອໃຫ້ ຊຸມຊົນຊາວລາວ ໄດ້ຮຽນຮູ້ ແລະເຂົ້າໃຈຢ່າງ ເລິກເຊິ່ງ ເຖິງແນວທາງການຕໍ່ສູ້ ດ້ວຍສັນຕິວິທີ ຊຶ່ງເປັນແນວທາງ ທີ່ນິຍົມກັນ ປະຕິບັດຫລາຍຢູ່ໃນໂລກ ປັດຈຸບັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org