ຄຣິສຕຽນລາວເຜົ່າອາຄາ ຮຽກຮ້ອງ ສິດທິ ນັບຖືສາສນາ
ຜູ້ນໍາກຸ່ມ ຄຣິສຕຽນ ຢູ່ ບ້ານຕີນດອຍ ເມືອງລອງ ແຂວງຫຼວງນໍ້າທາ ຮຽກຮ້ອງ ໃຫ້ທາງການ ແກ້ໄຂບັນຫາສິດທິ ໃນການນັບຖື ສາສນາຄຣິສ.
-
ໄຊຍາ
2020-03-04 -
-
-
Your browser doesn’t support HTML5 audio
ຊົນເຜົ່າອາຄາ ທີ່ນັບຖືສາສນາຄຣີສຕຽນ ຢູ່ເມືອງລອງ ແຂວງຫລວງນໍ້າທາ ຮຽກຮ້ອງໃຫ້ທາງການປະຕິບັດກົດໝາຍ ໃຫ້ສິດແກ່ຄົນລາວ ເຖິງແມ່ນວ່າຈະເປັນຊົນເຜົ່າໃດ ກໍໃຫ້ມີສິດນັບຖືສາສນາ ຕາມທີ່ຕົນເອງເຊື່ອ ທີ່ມີໃນ ຣັຖທັມມະນູນ ສປປ ລາວ.
ຜ່ານມາຊົນເຜົ່າໃນຂອບເຂດ ທົ່ວປະເທດທີ່ນັບຖືສາສນາຄຣິສຕຽນ ມັກຈະຖືກຄຸກຄາມເຊັ່ນການ ບໍ່ໃຫ້ຈັດການສລອງເທສການຄຣິສມາດ ຫຼື ປະກອບພິທີທາງສາສນາ ແລະ ການສ້າງໂບດປະຈຳບ້ານຂອງຕົນ. ຕໍ່ບັນຫາດັ່ງກ່າວ ຜູ້ນໍາກຸ່ມຄຣິສຕຽນ ໃນເຂດພາກເໜືອໄດ້ໃຫ້ສຳພາດຕໍ່ ນັກຂ່າວ ເອເຊັຽເສຣີວ່າ: ຂໍໃຫ້ທາງການນັ້ນໄດ້ປະຕິບັດ ຕາມກົດໝາຍທີ່ໄດ້ຣະບຸໄວ້ວ່າ ປະຊາຊົນລາວມີສິດເຊື່ອຖື ແລະ ນັບຖືກສາສນາ ໃດກໍ່ໄດ້. ສຳພາດ...
ໃນຣະຫວ່າງວັນທີ 18 ເດືອນກຸມພາ 2020 ຜ່ານມາ ຊາວຄຣິສຕຽນລາວ ຊົນເຜົ່າອາຄາ 03 ຄອບຄົວ ຢູ່ບ້ານຕີນດອຍ ເມືອງລອງ ແຂວງຫລວງນໍ້າທາ ຖືກອຳນາດການປົກຄອງມ້າງເຮືອນ ແລ້ວໄລ່ພວກເຂົາໜີອອກຈາກບ້ານ ຍ້ອນ ເຂົາເຈົ້າ ປະລະການນັບຖືຜີ ແລະ ບໍ່ຍອມປະກອບພິທີເຊື່ອຜີຂອງບ້ານ. ຈື່ງເຮັດໃຫ້ຊາວບ້ານບໍ່ພໍໃຈ, ດັ່ງຊາວບ້ານຄົນນຶ່ງໄດ້ກ່າວຢືນຢັນ ຕໍ່ເອເຊັຽເສຣີວ່າ.
"ອັນນີ້ມີຢູ່ຈຳນວນ 14 ຄົນ ເນາະທັງໝົດຫັ້ນນ່າ ເພາະວ່າບ່ອນສະຖານທີ່ ເຂົາເອົາມາຖີ້ມຢູ່ກາງປ່າແນວນີ້ເນາະ ເຂົາຕ້ອງລຳບາກເນາະ ເພາະທາງບ້ານເຂົານຶ່ງ ບໍ່ເອົາກົດໝາຍ ສອງກາບໍ່ເອົາກົດໝາຍເນາະ ເປັນຄຣິສຕຽນນໍດຽວນີ້ ເພາະວ່າມີ 03 ຫລັງຄາເຮືອນ."
ຫລ້າສຸດ ໃນວັນທີ 25 ກຸມພາ ຜ່ານມາ ການແກ້ໄຂບັນຫາ ປະຊາຊົນ 03 ຄອບຄົວ ທີ່ຖືກຊາວບ້ານນັບຖືຜີໂຍກຍ້າຍ ພວກເຂົາເຈົ້າອອກ ໄປນັ້ນຕອນນີ້ທາງການເມືອງລອງ ກຳລັງໄກ່ເກັ່ຽຢູ່ ແຕ່ກໍຍັງບໍ່ຕົກແຕກກັນ. ດັ່ງເຈົ້າໜ້າທີ່ ເມືອງລອງ ໄດ້ກ່າວຕໍ່ເອເຊັຽເສຣີວ່າ:
"ສອງຝ່າຍນີ້ຍັງແກ້ກັນບໍ່ເຂົ້າກັນເທື່ອເດີ້ ບໍ່ສາມາດລົງລອຍກັນໄດ້ ທາງຊາວບ້ານຜູ້ຖືຜີນີ້ ບໍ່ຢາກໃຫ້ຢູ່ແຫລະທາງເມືອງ ກໍໄດ້ຂໍນໍ ຮ້ອງຂໍ ນະໂຍບາຍຕໍ່ສາມຄອບຄົວນີ້ ຍັງຈະໃຫ້ບ້ານເຂົານະໂຍບາຍ ອົດທົນສາ ໃຫ້ເຂົາຢູ່ຕໍ່."
ສຳລັບສິດທິການນັບຖືສາສນາຢູ່ລາວ ຍັງຖືກລະເມີດ, ເມື່ອປີ 2018 ຜ່ານມາ ຄະນະກັມມາທິການວ່າດ້ວຍສິດເສຣີພາບໃນນັບຖືສາສນາ ໄດ້ຈັດໃຫ້ປະເທດລາວ ຢູ່ໃນກຸ່ມ Tier 2 ເຊິ່ງເປັນກຸ່ມຍັງລະເມີດ ສິດເສຣີພາບ ໃນການນັບຖື ສາສນາຢ່າງແຮງ.
ໃນຂນະທີ່ຕົວແທນຂອງຄນະກັມມາທິການ ກໍສເນີໃຫ້ຣັຖບານລາວເປີດໂອກາດ ໃຫ້ປະຊາຊົນມີສິດ ໃນການນັບຖືສາສນາຫລາຍຂຶ້ນ ແລະຄນະກັມມາທິການເຊື່ອວ່າ ການເປີດກວ້າງ ຈະຊ່ອຍຊຸກຍູ້ໃຫ້ເສຖກິດ ຂອງລາວຂຍາຍໂຕ ແລະຊ່ອຍໃຫ້ມີປະຊາທິປະຕັຍໃນລາວ.