ຊາວລາວບໍ່ໝັ້ນໃຈໃນ ຣະບົບ ຍຸຕິທັມ

ເປັນຫຍັງ ປະຊາຊົນ ຈຶ່ງ ບໍ່ເຊື່ອໝັ້ນ ເຈົ້າໜ້າທີ່ ອັຍການ ແລະ ຣະບົບ ຍຸຕິທັມ ຂອງລາວ ແລ້ວ ເມື່ອ ເປັນແນວນັ້ນ ປະຊາຊົນ ຈະຫັນໜ້າ ໄປເພິ່ງໃຜ.

ກະຊວງຍຸຕິທັມ ສປປ ລາວ Public Domain / Ministry of Justice, Lao PDR

ເປັນຄັ້ງທຳອິດ ທີ່ເກີດເຫດການຄາຕກັມ ເຈົ້າໜ້າທີ່ໄອຍະການ ຢູ່ແຂວງຄຳມ່ວນ ເມື່ອບໍ່ດົນມານີ້, ແຕ່ ຄຳຖາມໃຫຍ່ ສຳລັບສັງຄົມ ກໍຄື ເປັນຫຍັງເຈົ້າໜ້າທີ່ ໄອຍະການ ທ່ານ ນີ້ ຈຶ່ງຖືກຄາຕກັມ ແລະ ເຈົ້າໜ້າທີ່ໄອຍະການ ໄປມີຜົນປະໂຫຍດ ຂໍ້ຂັດແຍ່ງ ສ່ວນຕົວຫຍັງກັບໃຜ.

ປະຊາຊົນລາວ ຍັງບໍ່ມີຄວາມເຊື່ອໝັ້ນ ຕໍ່ເຈົ້າໜ້າທີ່ໄອຍະການ ແລະ ຣະບົບຍຸຕິທັມຂອງລາວ ເຖິງວ່າຣັຖບານ ຈະປະກາດຈະພັທນາ ປະເທດຊາດ ໃຫ້ເປັນຣັຖແຫ່ງກົດໝາຍ ໃນປີ 2020 ກໍຕາມ. ຂ້າພະເຈົ້າໄດ້ສຳພາດ ພະນັກງານບຳນານ ສອງ ທ່ານ ກ່ຽວກັບ ເລື້ອງນີ້, ໃຫ້ທ່ານໄປຟັງ ຄຳເຫັນຂອງ ພະນັກງານບຳນານ ທ່ານ ທຳອິດເບິ່ງ.

ພະນັກງານບຳນານທັງສອງທານ ໃຫ້ຄຳເຫັນວ່າ ໂດຍ ເຂົາເຈົ້າບໍ່ມີຄວາມເຊື່ອໝັ້ນ ຕໍ່ຂະບວນການຍຸຕິທັມ ຂອງລາວ ຍ້ອນວ່າຖ້າຢາກ ຊນະຄະດີ, ຕ້ອງມີເງິນ. ນອກຈາກນີ້ ພະນັກງານຂັ້ນສູງ ຂອງສະພາແຫ່ງຊາດ ກໍເຄີຍໃຫ້ຄຳເຫັນເລື້ອງການສວຍໃຊ້ ອຳນາດ ຂອງ ເຈົ້າໜ້າທີ ໄອຍະການ ເພື່ອເອົາຜົນປະໂຫຍດເຂົ້າຕົນເອງ.

ຍາງນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ກ່າວເອົາໄວ້ ຢູ່ໃນກອງປະຊຸມວຽກງານ ໄອຍະການ ທົ່ວປະເທດ ປະຈຳປີ 2018 ວ່າໃຫ້ອົງການໄອຍະການ ປະຊາຊົນເພີ້ມທະວີ ຕິດຕາມກວດກາການສວຍໃຊ້ສິດ ແລະ ໜ້າຕຳແໜ່ງ ຂອງເຈົ້າໜ້າທີ່ ພະນັກງານ ທີ່ມັນ ແຕະຕ້ອງເຖີງສິດ ແລະ ຜົນປະໂຫຍດອັນຊອບທັມ ຂອງປະຊາຊົນ ເຊັ່ນ:

ການກັກຕົວ ບໍ່ຖືກຕ້ອງ, ການບີບຄັ້ນເອົາຄໍາໃຫ້ການ ແລະ ຄໍາສະຣະພາບ ດ້ວຍການທຸບຕີ ທໍຣະມານ ຫຼື ການກະທໍາອື່ນໆ ຂອງ ພະນັກງານທີ່ເປັນ ການລະເມີດສິດອັນຊອບທັມ ດ້ວຍກົດໝາຍ ຂອງປະຊາຊົນ ເຊັ່ນ: ສວຍໃຊ້ໜ້າທີ່ຕໍາແໜ່ງ ຂອງຕົນ ເພື່ອບັງຄັບ ນາບຂູ່ເອົາທີ່ດິນ ຂອງ ປະຊາຊົນ, ເພື່ອຜົນປະໂຫຍດ ສ່ວນຕົວຂອງຕົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org