ສຳພາດທ່ານນາຍພົນ ສຸດໃຈ ວົງສວັນ

ຄນະຜູ້ແທນ 5 ອົງການ ຂອງຊາວລາວ ຢູ່ສະຫະຣັຖ ອາເມຣິກາ ທີ່ ຕໍ່ສູ້ເພື່ອ ສິດ ເສຣີພາບ ແລະ ປະຊາທິປະໄຕ ຂອງ ປະຊາຊົນລາວ ພົບພໍ້ ກັບ ເຈົ້າໜ້າທີ່ ຣະດັບສູງ ຂອງ ສະຫະຣັຖ ອາເມຣິກາ.

ທ່ານນາຍພົນ ສຸດໃຈ ວົງສະຫວັນ ທີ່ປຶກສາ 5 ອົງການລາວເພື່ອປະຊາທິປະຕັຍ ໃຫ້ສຳພາດ ວິທຍຸເອເຊັຽເສຣີ ວັນທີ 6 ພຶສພາ 2018. RFA

ເມື່ອບໍ່ດົນມານີ້ ຄນະຜູ້ແທນ 5 ອົງການ ຂອງຊາວລາວ ຢູ່ສະຫະຣັຖອາເມຣິກາ ທີ່ຕໍ່ສູ້ເພື່ອສິດ, ເສຣີພາບ ແລະ ປະຊາທິປະໄຕ ຂອງ ປະຊາຊົນລາວ ອັນປະກອບດ້ວຍ ສະພາໂຮມລາວ, ອົງການສາມເຫລົ່າທະຫານກ້າ, ອົງການອຳນາດປະຊາຊົນລາວ, ອົງການລາວເສຣີ Free Laos Campaign ແລະ ສະພາສິດທິມະນຸດ ທີ່ສະຫະຣັຖອາເມຣິກາ ພົບພໍ້ກັບ ເຈົ້າໜ້າທີ່ ຣະດັບສູງ ຂອງສະພາຕ່ຳ ແລະ ສະພາສູງສະຫະຣັຖ, ຂອງກະຊວງການຕ່າງປະເທສ ສະຫະຣັຖ ທີ່ນະຄອນຫຼວງ ວໍຊິງຕັນ ດີຊີ.

ຈຳປາທອງ ວິທຍຸ ເອເຊັຽ ເສຣີ ມີບົດສຳພາດ ທ່ານນາຍພົນ ສຸດໃຈ ວົງສວັນ, ທີ່ ປຶກສາ 5 ກຸ່ມການເມືຶອງດັ່ງກ່າວ.

ໃນເບື້ອງຕົ້ນ ທ່ານນາຍພົນ ສຸດໃຈ ວົງສວັນ ໄດ້ກ່າວເຖິງ ຣາຍການເຄື່ອນໄຫວ ຂອງຄນະຜູ້ແທນພວກທ່ານ ທີ່ມີຮວມທັງທ່ານ ໂຈເຊັບ ຣີ ອາດີດ ເອກອັຄຣາຊທູດ ສະຫະຣັຖ ອາເມຣິກາ ປະຈຳປະເທສ ຕີມໍ ແລັສເຕ ຫລື ຕີມໍຕາເວັນອອກນັ້ນ ວ່າ.

ນັ້ນຄື ເນື້ອໃນການສໍາພາດ ທ່ານນາຍພົນ ສຸດໃຈ ວົງສວັນ ທີ່ປຶກສາ 5 ກຸ່ມການເມືອງ ຂອງຊຸມຊົນຊາວລາວ ຢູ່ສະຫະຣັຖອາເມຣິກາ ທີ່ ຕໍ່ສູ້ເພື່ອສິດ, ເສຣີພາບ ແລະ ປະຊາທິປະໄຕ ຂອງປະຊາຊົນລາວ ຊຶ່ງມີຂຶ້ນຢູ່ວັດລາວພຸທວົງ ທີ່ເມືອງ ແກັດແລັດ ຣັຖເວີຈິເນັຍ ໃນຂົງເຂດ ນະຄອນຫຼວງ ວໍຊິງຕັນ ດີຊີ ໃນຕອນເຊົ້າ ຂອງມື້ວັນທີ 6 ພຶສພາ 2018. ໃນມື້ຕໍ່ໄປ ຈໍາປາທອງ ຈະນໍາເອົາເນື້ອໃນ ການສໍາພາດ ມາສເນີທ່ານ ຕື່ມອີກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org