ສໍາພາດ ທ.ຟິວ ໂຣເບິດເຊິ້ນ

ສິດທິມະນຸດ ຢູ່ ສປປລາວ ຂີ້ຮ້າຍລົງ ຂນະທີ່ ຍັງມີຜູ້ ທີ່ມີ ຜົລງານ ດີເດັ່ນ ຖືກບັງຄັບ ໃຫ້ຫາຍ ສາບສູນ ແລະ ທັງໄດ້ຕັດສິນ ລົງໂທດໜັກ ຕໍ່ຜູ້ໃຊ້ ສື່ສັງຄົມ ພຽງແຕ່ ທັກທ້ວງ ພັກ-ຣັຖ.

ທ່ານ Phil Robertson ຮອງຜູ້ອຳນວຍການ ອົງການສິດທິມະນຸດ Human Rights Watch ປະຈຳເຂດເອເຊັຽ ທີ່ມີສູນກາງ ຢູ່ນະຄອນນິວຢັອກ ສະຫະຣັຖ ອະເມຣິກາ ໃຫ້ສໍາພາດຕໍ່ RFA ໃນວັນທີ 14 ມີຖຸນາ 2017 RFA

ການປະຕິບັດ ສິດທິມະນຸດ ຢູ່ສປປລາວ ຢູ່ໃນສະພາບ ຂີ້ຮ້າຍລົງ ຊຶ່ງສ່ວນນຶ່ງ ຈະເຫັນໄດ້ຈາກ ການທີ່ ຍັງມີຜູ້ທີ່ ມີຜົລງານ ດີເດັ່ນ ຄື ທ່ານ ສົມບັດ ສົມພອນ ຖືກບັງຄັບໃຫ້ ຫາຍສາບສູນ ແລະ ຕັດສິນ ລົງໂທດ ຜູ້ໃຊ້ ສື່ສັງຄົມ ທີ່ເປັນ ຄົນງານລາວ 3 ຄົນ ທີ່ກັບມາຈາກ ປະເທດໄທ ຍ້ອນ ພວກເຂົາເຈົ້າ ພຽງແຕ່ໄດ້ ໃຊ້ ສື່ສັງຄົມ ເຟສບຸຄ ຮຽກຮ້ອງ ຄວາມເປັນທັມ ໃນລາວ ໃຫ້ ປະຊາຊົນ ລາວ ທົ່ວໄປ ມີຢູ່ມີກິນ ແລະ ເຄີຍຮ່ວມ ຮຽກຮ້ອງ ຢູ່ຕໍ່ໜ້າ ສະຖານທູດ ສປປລາວ ໃນບາງກອກ ນັ້ນ ໜັກໜ່ວງ. ຕາມຄຳເວົ້າ ຂອງທ່ານ Phil Robertson ຮອງ ຜູ້ອຳນວຍການ ອົງການ ສິດທິມະນຸດ Human Rights Watch ປະຈຳເຂດ ເອເຊັຍ ທີ່ ມີສູນກາງ ຢູ່ ນະຄອນ ນິວຢັອກ ສະຫະຣັຖ ອະເມຣິກາ.

ການສັມພາດ ທ່ານ Phil Robertson ມີຂຶ້ນ ໃນມື້ວັນທີ 14 ມີຖຸນາ 2017 ທີ່ສໍານັກງານ ໃຫຍ່ RFA ນະຄອນຫລວງ Washington DC ສະຫະຣັຖ ອະເມຣິກາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org