ສໍາພາດມາດາມ ອຶງ ຊຸຍເມັງ

ໃນວັນສາກົນ ເພື່ອ ຜູ້ເຄາະຮ້າຍ ຈາກ ການບັງຄັບ ໃຫ້ຫາຍສາບສູນ, ຍານາງ ອຶງ ຊຸຍເມັງ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ໄດ້ຮຽກຮ້ອງ ຂໍຄວາມເຫັນໃຈ ຈາກ ທາງການລາວ.

ມາດາມ ອຶງ ຊຸຍ ເມັງ ຍັງຕິດຕາມ ສືບທາວຫາ ທ່ານ ສົມບັດ ສົມພອນ ຜູ້ເປັນສາມີ ຕລອດມາຢ່າງບໍ່ທໍ້ຖອຍ ແລະລົດລະໃນຄວາມ ພຍາຍາມ RFA

ທ່ານຜູ້ຟັງວັນທີ 30 ສິງຫາ ເປັນວັນສາກົນເພື່ອຜູ້ເຄາະຮ້າຍ ຈາກການຖືກບັງຄັບ ໃຫ້ຫາຍສາບສູນ, ຂ້າພະເຈົ້າ ໄດ້ມີໂອກາດ ສຳພາດ ຍາງ ນາງ ອຶງ ຊຸຍເມັງ ພັລຍາ ຂອງທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ດີເດັ່ນຂອງລາວ ເປັນເຈົ້າຂອງ ຣາງວັນ ແມັກໄຊໄຊ ອາວອດ, ທີ່ຖືກລັກພາຕົວໄປ ໃນວັນທີ 15 ທັນວາ ປີ 2012 ເວລາ ປະມານ 6 ໂມງແລງ ຢູ່ປ້ອມຍາມ ຕຳຣວດ ໃກ້ກັບໂຮງຮຽນ ການຊ່າງ ລາວ-ເຢັຽຣະມັນ ຖະໜົນທ່າເດື່ອ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ອີງຕາມຫລັກຖານ ຈາກ ກ້ອງວົງຈອນປິດ. ເຊີນທ່ານ ຟັງ ບົດສຳພາດ:

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org