ອາຊຍາກັມແລະອາວຸດເຖື່ອນ ໃນລາວ

ການກໍ່ ອາຊຍາກັມ ໃນລາວ ຂຍາຍຕົວ ຢ່າງ ຕໍ່ເນື່ອງ ໃນຣະຍະ 2-3 ປີ ມານີ້ ຊຶ່ງ ເກີດຈາກ ອາວຸດ ເຖື່ອນ ແລະ ທາງການ ລາວ ກໍ ຄວບຄຸມ ບໍ່ໄດ້ ດີ ເທົ່າທີ່ ຄວນ.

ອາຊຍາກັມ ໃນລາວ ຂຍາຍຕົວ ໃຜໆກໍຕ້ອງພົກປືນ ເພື່ອປ້ອງກັນຕົວ Citizen Journalist

ການກໍ່ ອາຊຍາກັມ ໃນລາວ ຂຍາຍຕົວ ຢ່າງ ຕໍ່ເນື່ອງ ໃນ 2-3 ປີ ມານີ້ ຊຶ່ງ ເກີດຈາກ ຫລາຍ ສາເຫດ ນຶ່ງ ໃນນັ້ນ ແມ່ນຍ້ອນ ປືນ ເຖື່ອນ ແລະ ທາງການ ລາວ ກໍບໍ່ມີ ມາຕການ ຄວບຄຸມ ໄດ້ ໃນ ເວລາ ນີ້. ເຫດການ ທີ່ ໂດ່ງດັງ ໃນ ສື່ສັງຄົມ ອອນລາຍ ຜ່ານມາ ນີ້ ກໍແມ່ນ ການລອບ ສັງຫານ ນັກ ທຸຣະກິດ ຊື່ ດັງ ໃນລາວ ຄື ທ້າວຕົ້ງ ກໍ່ສ້າງ ຊຶ່ງ ເປັນລູກ ບຸນທັມ ຂອງ ມື້ລາງ ພົລໂທ ດວງໃຈ ພິຈິດ ແຕ່ ທ່ານ ກໍລອດ ຊີວິດ ມາໄດ້. ທາງການ ລາວ ສັນນິຖານ ວ່າ ອາດ ເປັນຍ້ອນ ຄວາມ ຂັດແຍ່ງ ທາງດ້ານ ທຸຣະກິດ ຫລື ບໍ່ ກໍເປັນ ບັນຫາ ສ່ວນຕົວ ແຕ່ກຳລັງ ສືບສວນ ຢູ່ ໃນ ເວລາ ນີ້.

ເຫດ ອາຊຍາກັມ ໃນລາວ ມັກ ເກີດຈາກ ບັນຫາ ການຄ້າ ຢາເສບຕິດ ການ ຄ້າ ແຮງງານ ເຖື່ອນ ການຄ້າ ປະເວນີ ຄວາມ ຂັດແຍ່ງ ທາງດ້ານ ທຸຣະກິດ ຫລື ສ່ວນຕົວ ແລະ ກຸ່ມ ວັຍລຸ້ນ ຫລື ກຸ່ມ ອັນຕະພານ ທີ່ຜິດຖຽງ ວິວາດ ແລະ ຍົກພວກ ຕີກັນ ແລະ ສ່ວນໃຫຍ່ ກໍໃຊ້ ປືນ ເຖື່ອນ ທີ່ ບໍ່ມີ ການ ຄວບຄຸມ.

ສຳລັບ ບັນຫາ ການຄ້າ ຢາເສບຕິດ ນັ້ນ ໃນ 2-3 ປີ ຜ່ານມາ ກໍມີການ ຍິງກັນ ໃນເຂດ ນະຄອນ ຫລວງ ວຽງຈັນ ຣະຫວ່າງ ກຸ່ມ ຄ້າ ຢາເສບຕິດ ດ້ວຍກັນ ມີຜູ້ໄດ້ ຮັບ ບາດເຈັບ ແລະ ເສັຽຊີວິດ ຍ້ອນ. ອາດຈະມີ ຫລາຍ ກວ່ານີ້ ກ່ຽວກັບ ເຫດ ອາຊຍາກັມ ຍ້ອນການ ຄ້າ ຢາເສບຕິດ ໃນລາວ ແຕ່ ບໍ່ມີ ການ ຣາຍງານ ຍ້ອນ ສປປລາວ ເປັນ ທາງຜ່ານ ຕົ້ນທາງ ແລະ ປາຍທາງ ຂອງ ຢາເສບຕິດ ປະເພດ ຢາບ້າ ແລະອື່ນໆ.

ສປປລາວ ມີຄົນ ເສບ ແລະ ຕິດ ຢາເສບຕິດ ເປັນ ຈຳນວນ ຫລວງຫລາຍ ກຸ່ມ ດັ່ງກ່າວ ມັກເປັນ ຜູ້ສ້າງ ບັນຫາ ອາຊຍາກັມ ແລະ ລັກເລັກ ຂະໂມຍນ້ອຍ ຫລື ງັດແງະ ດຶງ ກະເປົ໊າ ນັກ ທ່ອງທ່ຽວ. ບາງລາຍ ກໍຂ້າເຈົ້າ ເອົາຂອງ ຍ້ອນຂາດ ຈິດ ສຳນຶກ ແລະ ບໍ່ ມີວຽກເຮັດ ງານທຳ ສັງຄົມ ລັງກຽດ.

ກຸ່ມ ອັນຕະພານ ຄ້າ ຢາເສບຕິດ ສ່ວນໃຫຍ່ ຈະໃຊ້ ປືນ ເຖື່ອນ ໃນ ການ ຄວບຄຸມ ກິຈການ ຂອງຕົນ ເປັນກຸ່ມ ທີ່ ໂຫດຫ້ຽມ ແລະ ອາດຈະມີ ເຈົ້າຫນ້າທີ່ ລາວ ບາງຄົນ ມີ ສ່ວນ ພົວພັນ ນຳ ແລະ ກໍມີ ເຄືອຂ່າຍ ໃນ ຂົງເຂດ. ສຳລັບ ເຫດ ອາຊຍາກັມ ທີ່ເກີດຈາກ ການຄ້າ ແຮງງານ ເຖື່ອນ ຫລື ຄ້າ ປະເວນີ ໃນລາວ ນັ້ນ ອາດ ມີຫນ້ອຍ ຍ້ອນວ່າ ແຮງງານ ເຖື່ອນ ໃນລາວ ສ່ວນໃຫຍ່ ມາຈາກ ປະເທດ ເພື່ອນບ້ານ ດັ່ງ ວຽດນາມ ແລະ ຈີນ ແລະ ແຮງງານ ລາວ ກໍເປັນ ແຮງງານ ເຖື່ອນ ໃນໄທ .

ເຫດ ອາຊຍາກັມ ທີ່ ເກີດຈາກ ການຄ້າ ແຮງງານ ເຖື່ອນ ສ່ວນໃຫຍ່ ເກີດຂື້ນ ໃນໄທ ແຕ່ຕົ້ນທາງ ທີ່ມາ ຂອງມັນ ແມ່ນ ແຮງງານຈ າກ ລາວ ພະມ້າ ແລະ ກຳພູຊາ. ດັ່ງນັ້ນ ເຫດ ອາຊຍາກັມ ທີ່ ເກີດຈາກ ການຄ້າ ແຮງງານ ເຖື່ອນ ໃນລາວ ນັ້ນ ອາດຈະ ບໍ່ມີ ຫລາຍ.

ສຳລັບ ການຄ້າ ປະເວນີ ແລະ ເດັກນ້ອຍ ນັ້ນ ບັນຫາ ດັ່ງກ່າວນີ້ ກໍເປັນ ທີ່ມາ ຂອງການ ກໍເຫດ ອາຊຍາກັມ ເຊັ່ນກັນ ແຕ່ ສ່ວນໃຫຍ່ ຢູ່ ໃນປະເທດ ເພື່ອນບ້ານ ດັ່ງ ປະເທດໄທ ສຳລັບ ສປປລາວ ແລ້ວ ເປັນ ທີ່ມາ ຂອງ ແມ່ຍິງ ໂສເພນີ ໃນໄທ ຍ້ອນວ່າ ແຮງງານ ແມ່ຍິງ ລາວ ຖືກ ຫລອກລວງ ໃຫ້ ຄ້າ ປະເວນີ ໃນໄທ ບັນຫາ ນີ້ ສ່ວນໃຫຍ່ ບໍ່ເກີດຂຶ້ນ ໃນລາວ ຍ້ອນລາວ ບໍ່ມີ ໂຮງງານ ອຸດສາຫະກັມ ແລະ ການຈ້າງ ແຮງງານ ຫລາຍ ຄືໄທ.

ເຫດ ອາຊຍາກັມ ທີ່ ເກີດຂຶ້ນ ຫລາຍ ກວ່າຫມູ່ ໃນລາວ ນັ້ນ ແມ່ນ ການຂັດແຍ່ງ ທາງດ້ານ ທຸຣະກິດ ຫລື ສ່ວນຕົວ ຫລາຍກວ່າ ຍ້ອນວ່າ ການໃຫ້ ສຳປະທານ ໃນລາວ ນັ້ນ ສ່ວນໃຫຍ່ ຈະມີ ເສັ້ນສາຍ ແລະ ພັກພວກ ດັ່ງ ນາຍຕົ້ງ ກໍ່ສ້າງ ມີເສັ້ນສາຍ ກັບ ມື້ລາງ ນາຍພົລ ດວງໃຈ ພິຈິດ ອາດເຮັດໃຫ້ ຫລາຍຄົນ ທີ່ ຜ່ານມາ ບໍ່ພໍໃຈ ກັບລາວ ກໍ່ເປັນໄດ້ ຈຶ່ງນໍາ ເກັບ ບັນຊີ. ເຫດ ຄວາມ ຂັດແຍ່ງ ທາງດ້ານ ທຸຣະກິດ ໃນລາວ ເກີດຂຶ້ນ ຢ່າງ ຕໍ່ເນື່ອງ ແຕ່ ບໍ່ມີການ ຣາຍງານ ໃນ ຫນັງສືພິມ ລາວ ແຕ່ມີ ຄົນ ຫາຍສາບສູນ ຫລາຍຄົນ ຍ້ອນ.

ການຄາຕກັມ ແລະ ການ ຫາຍສາບສູນ ແບບງຽບໆ ເກີດຂຶ້ນ ໃນລາວ ໂດຍ ປະຊາຊົນ ບໍ່ຮູ້ ບໍ່ເຫັນ ແລະ ທາງການ ລາວ ກໍບໍ່ໄດ້ ຣາຍງານ ນັ້ນ ກໍເປັນເຫດ ອາຊຍາກັມ ອີກແນວນຶ່ງ ທີ່ ເກີດຂຶ້ນ ໃນລາວ ດັ່ງ ເຫດການ ຂອງ ທ່ານ ສົມບັດ ສົມພອນ.

ເຫດ ອາຊຍາກັມ ອັນ ສຸດທ້າຍ ທີ່ ເກີດຂຶ້ນ ໃນລາວ ກໍແມ່ນ ກຸ່ມ ອັນຕະພານ ຫລື ກຸ່ມ ວັຍລຸ້ນ ຍົກພວກ ຕີກັນ ຍ້ອນຄວາມ ຂັດແຍ່ງ ພື້ນທີ່ ເຮັດ ທຸຣະກິດ ແລະ ສະຖານທີ່ ບັນເທີງ ຕ່າງໆ ໃນ ຫົວເມືອງ ໃຫຍ່ໆ ກຸ່ມ ດັ່ງກ່າວ ບາງຄັ້ງ ກໍໃຊ້ ອາວຸດ ປະຫັກ ປະຫານ ກັນ ແລະ ຫລາຍຄັ້ງ ກໍມີ ຄົນ ບາດເຈັບ ແລະ ເສັຽ ຊີວິດ ຍ້ອນ. ກຸ່ມ ດັ່ງກ່າວ ບາງຄົນ ກໍເປັນ ລູກເຈົ້າ ຫລານນາຍ ຜູ້ທີ່ມີ ອິດທິພົລ ໃນລາວ ໄດ້ ປືນ ຈາກ ທາງການ ມາໃຊ້ ຫລື ຈາກພໍ່ ຂອງຕົນ. ເຈົ້າຫນ້າທີ່ ລາວ ທ່ານນຶ່ງ ເວົ້າວ່າ: ---ສຽງ---

ທ່ານວ່າ ປືນ ເຖື່ອນ ປະເພດ ປືນສັ້ນ ແລະ ອາວຸດ ຊນີດ ອື່ນໆ ຫາໄດ້ ງ່າຍ ໃນລາວ ຖ້າມີເງີນ ຊື້ ກຸ່ມຄ້າ ປືນ ເຖື່ອນ ມີປືນ ທຸກຊນິດ ມາໃຫ້ ເລືອກ ຈຶ່ງເຮັດໃຫ້ ການກໍ່ ເຫດ ອາຊຍາກັມ ເພີ້ມຂຶ້ນ ໃນລາວ. ແຕ່ກ່ອນ ເຫດການ ໃນລາວ ບໍ່ ຄ່ອຍ ຈະໄດ້ຍິນ ມີແຕ່ ການ ງັດແງະ ບ້ານເຮືອນ ດຶງ ກະເປົ໊າ ນັກ ທ່ອງທ່ຽວ ແລະ ແມ່ຍິງ ໃນຍາມ ກາງຄືນ ຫລື ການ ຜິດຖຽງ ວິວາດ ກັນ ທັມມະດາ ຫລື ໂຈນ ຂຶ້ນບ້ານ ດັ່ງນີ້ ເປັນຕົ້ນ.

ເຫດ ອາຊຍາກັມ ໃຫຍ່ໆ ທີ່ ເກີດຂຶ້ນ ໃນລາວ ໃນ ຣະຍະ ທີ່ ຜ່ານມາ ກໍແມ່ນ ເລີ້ມແຕ່ ປີ 2000 ເປັນ ຕົ້ນມາ ມີການ ໂຈມຕີ ສະຖານທີ່ ຕ່າງໆ ຂອງ ຣັຖບານ ດັ່ງ ຕລາດ ຄິວຣົຖ ໂດຍສານ ດ່ານ ກວດຄົນ ເຂົ້າເມືອງ ແລະ ສະຖານທີ່ ສາທາຣະນະ ບາງແຫ່ງ ຈາກ ກຸ່ມ ຕໍ່ຕ້ານ ຣັຖບານ. ຣະຫວ່າງ ເດືອນ ກຸມພາ ປີ 2003 ຫາ ເດືອນ ພືສຈິກາ ປີ 2004 ມີການ ວາງຣະເບີດ ທີ່ ຕລາດ ນະຄອນ ຫລວງ ວຽງຈັນ ສວັນນະເຂດ ແລະ ໃນເມືອງ ຕ່າງໆ ໃນນັ້ນ ຮ່ວມດ້ວຍ ແຂວງ ຊຽງຂວາງ ຫົວພັນ ໄຊຍະບູຣີ ແລະ ໄຊສົມບູນ. ຣະຫວ່າງ ເດືອນ ກຸມພາ ຫາ ເດືອນ ເມສາ ປີ 2003 ກຸ່ມ ປະກອບ ອາວຸດ ໄດ້ ໂຈມຕີ ຣົດ ໂດຍສານ ແລະ ຣົຖອື່ນໆ ຕາມ ເສັ້ນທາງ ເລກທີ 13 ເຫນືອ ຣະຫວ່າງ ເມືອງ ວັງວຽງ ຫາ ຫລວງ ພຣະບາງ ແລະ ຖນົນ ເລກທີ 7 ທາງແຍກ ໄປ ເມືອງ ໂພນສວັນ ແຂວງ ຊຽງຂວາງ ເຮັດໃຫ້ ມີຄົນ ເສັຽຊີວິດ ຢ່າງນ້ອຍ 22 ຄົນ ແລະ ກໍມີ ເຫດການ ວາງ ຣະເບີດ ບ່ອນຫັ້ນ ບ່ອນນີ້ ເກີດຂຶ້ນ ຕຣອດ ໃນ ເວລານັ້ນ.

ແຕ່ ມາຮອດ ປີ 2011 ເຫດການ ດັ່ງກ່າວ ກໍມີດງຽບ ລົງ ແຕ່ຕ້ອງ ຣະມັດ ຣະວັງ ໃນການ ເດີນທາງໄປ ໃນເຂດ ຫ່າງໄກ ສອກຫລີກ ແລະ ກັນດານ. ອີງຕາມ ການຣາຍງານ ກ່ຽວກັບ ອາຊຍາກັມ ແລະ ຄວາມ ປອດໄພ ໃນລາວ ໃນປີ 2012 ຈາກ ສະຖານທູດ ຕ່າງຊາດ ປະຈຳລາວ. ເຫດການ ດັ່ງກ່າວ ແມ່ນເກີດ ຈາກ ກຸ່ມ ການເມືອງ ທີ່ ບໍ່ ເຫັນພ້ອມ ກັບ ຣັຖບານ ລາວ.

ແຕ່ເຫດ ອາຊຍາກັມ ທີ່ ເກີດຂຶ້ນ ໃນລາວ ຫລັງໆ ມານີ້ ແມ່ນ ມາຈາກ ຄວາມ ຂັດແຍ່ງ ທາງ ທຸຣະກິດ ການຄ້າ ຢາເສບຕີດ ແລະ ການເພີ້ມຂຶ້ນ ຂອງ ການໃຊ້ ປືນ ເຖື່ອນ ທີ່ ບໍ່ມີການ ຄວບຄຸມ ໃນລາວ ບໍ່ແມ່ນ ຄວາມ ຂັດແຍ່ງ ທາງດ້ານ ການເມືອງ ຄື ແຕ່ກ່ອນ.

ກົດຫມາຍ ແລະ ສານລາວ ບໍ່ມີ ປະສິດ ທິພາບ ໃນການ ບັງຄັບໃຊ້ ຂາດຄວາມ ໂປ່ງໄສ ຂາດ ມາຕຖານ ສາກົນ ແລະ ຂາດ ເອກພາບ ໃນການ ປະຕິບັດ ຫນ້າທີ່ ເມື່ອ ມີຄະດີ ໃນສານ ເກີດຂື້ນ ລູກຄວາມ ຫລື ຜູ້ທີ່ຖືກ ກ່າວຫາ ທີ່ ບໍ່ມີ ເງິນ ຫລື ບໍ່ມີ ເສັ້ນສາຍ ສ່ວນໃຫຍ່ ຈະເປັນຄົນ ຜິດ ຫລາຍກວ່າ ຈະບໍ່ມີ ທະນາຍຄວາມ ມາວ່າຄວາມ ໃນສານ ໃຫ້ ການ ຕັດສິນ ຄະດີ ຂຶ້ນຢູ່ ກັບ ວ່າ ລູກຄວາມ ມີ ເສັ້ນສາຍ ຫລື ມີການ ພົວພັນ ກັບ ເຈົ້າຫນ້າທີ່ ຂັ້ນສູງ ຫລາຍ ນ້ອຍ ປານໃດ ຜູ້ທີ່ ບໍ່ມີເງິນ ຫລື ບໍ່ມີ ເສັ້ນສາຍ ຈະຖືກ ຕັດສິນ ລົງໂທດ ຫລາຍ ກວ່າຫມູ່ ໃນ ຂະບວນການ ຍຸຕິທັມ ໃນລາວ. ດັ່ງນັ້ນ ລູກເຈົ້າ ຫລານນາຍ ຈຶ່ງ ບໍ່ຢ້ານ ກົດຫມາຍ ບໍ່ ຢຳເກັງ ຕໍ່ ອຳນາດ ການ ປົກຄອງ ແລະ ເຈົ້າຫນ້າທີ່.

ບັນຫາ ອາຊຍາກັມ ໃນລາວ ເປັນ ບັນຫາ ສ່ວນບຸກຄົນ ຫລາຍກວ່າ. ຕຳຣວດ ລາວ ກໍບໍ່ ສາມາດ ຈັບກຸມ ຜູ້ທີ່ມີ ເສັ້ນສາຍ ແລະ ມີອຳນາດ ທາງດ້ານ ການເມືອງ ໄດ້ ເຖິງແມ່ນວ່າ ຂະເຈົ້າ ຈະເປັນ ກຸ່ມ ອັນຕະພານ ກໍຕາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org