ຄຸນຄວາມດີຂອງ ທ່ານ Grant Evans

ທ່ານ Grant Evans ເປັນ ນັກ ຄົ້ນຄວ້າ ແລະ ນັກ ຂຽນປື້ມ ກ່ຽວກັບ ປະເທດ ລາວ ໄດ້ ເສັຽຊີວິດ ແລ້ວ ແຕ່ ທ່ານ ຍັງໄດ້ປະ ມໍຣະດົກ ອັນລ້ຳຄ່າ ໄວ້ໃຫ້ ຊົນຊາວລາວ.

ໃນວັນ ຊາປະນາກິດສົບ ຂອງ ທ່ານ Grant Evans ທີ່ ນະຄອນຫຼວງວຽງຈັນ ວັນທີ 21 ກັນຍາ 2014 Citizen journalist

 

ທ່ານ Grant Evans ເປັນ ນັກ ຄົ້ນຄວ້າ ແລະ ນັກ ຂຽນປື້ມ ກ່ຽວກັບ ປະເທດ ລາວ ໄດ້ ເສັຽຊີວິດ ແລ້ວ ແຕ່ ທ່ານ ຍັງໄດ້ປະ ມໍຣະ ດົກ ອັນລ້ຳຄ່າ ໄວ້ໃຫ້ ຊົນຊາວລາວ.

ທ່ານ Grant Evans ຊາວ ອອສເຕຣລຽນ ເປັນນັກຄົ້ນຄວ້າ ກ່ຽວກັບ ເມືອງລາວ ແລະ ທ່ານ ໄດ້ຂຽນປື້ມ ກ່ຽວກັບ ເມືອງລາວ ຫລາຍ ຫົວ. ແຕ່ ໜ້າເສັຽດາຍ ທ່ານໄດ້ ເສັຽຊີວິດ ໄປແລ້ວ ເມື່ອ ວັນທີ່ 16 ເດືອນ ກັນຍາ ປີ 2014 ນີ້ ທີ່ ນະຄອນ ຫລວງ ວຽງຈັນ ຮວມອາຍຸ ໄດ້ 66 ປີ.

ທ່ານ Grant Evans ເວົ້າວ່າ ທ່ານສົນໃຈ ປະເທດ ລາວ ເພາະ ເປັນປະເທດ ທີ່ ລຶກລັບ ມີ ປວັດສາດ ແລະ ເຫດການ ທາງ ການ ເມືອງ ແລະ ເສຖກິດ ທີ່ ໜ້າສົນໃຈ. ເຫດການ ທີ່ ໜ້າສົນໃຈ ທຳອິດ ແມ່ນການ ປະຕິວັດ ກ້າວສູ່ ສັງຄົມ ນິຍົມ ຂອງພັກ ແລະ ຣັຖບານ ສປປລາວ. ທ່ານ Grant Evans ສົນໃຈ ພິເສດ ການເລີ້ມ ເຮັດນາ ລວມ ແລະ ການອອກ ແຮງງານ ລວມ. ດັ່ງນັ້ນ ທ່ານ Evans ຈຶ່ງຂຽນປື້ມ ທີ່ ມີຊື່ແປ ເປັນ ພາສາລາວ ວ່າ ຊາວໄຮ່ ຊາວນາ ລາວ ພາຍໃຕ້ ຣະບອບ ສັງຄົມ ນິຍົມ.

ອີກເຣື່ອງນຶ່ງ ທີ່ ທ່ານ Grant Evans ສົນໃຈຫລາຍ ກ່ຽວກັບ ລາວ ກໍແມ່ນເຣື່ອງ ກ່ຽວກັບ ອົງກະສັດ ລາວ ຊຶ່ງ ຕໍ່ມາທ່ານ ກໍໄດ້ຂຽນ ປື້ມ ກ່ຽວກັບ ເຣື່ອງນີ້ ທີ່ມີຊື່ວ່າ ສັດຕະວັດ ສຸດທ້າຍ ຂອງ ພຣະຣາຊບັນລັງ ລາວ. ນອກຈາກນັ້ນ ທ່ານ Grant Evans ຍັງໄດ້ຂຽນ ປື້ມ ກ່ຽວກັບ ລາວ ຫລາຍສະບັບ ຕື່ມ ເຊັ່ນປື້ມ ທີ່ ມີຊື່ວ່າ ປວັດຫຍໍ້ ຂອງລາວ: ປະເທດ ຢູ່ ຣະຫວ່າງກາງ, ປະເທດລາວ: ປະເພນີ ວັທນະທັມ ແລະ ສັງຄົມ, ແລະ ການ ເມືອງລາວ ຫລັງປີ 1975.

ກ່ອນຈະໄປ ຢູ່ລາວ ທ່ານ Grant Evans ໄດ້ໄປເປັນ ອາຈານສອນ ຢູ່ ມະຫາ ວິທຍາໄລ ຮົງກົງ ເປັນ ເວລາ 20 ປີ. ຈາກນັ້ນ ກໍໄປຢູ່ ນະຄອນ ຫລວງ ວຽງຈັນ ເປັນ ນັກຄົ້ນຄວ້າ ຢູ່ ໂຮງ ຣຽນ ຝຣັ່ງ ປະຈຳພາກ ຕາເວັນອອກ.

ເພື່ອຄວາມ ກະຈ່າງແຈ້ງ ກ່ຽວກັບ ປວັດ ຄວາມເປັນມາ ຂອງ ທ່ານ Grant Evans ນັກຄົ້ນຄວ້າ ກ່ຽວກັບ ລາວ ທ່ານນີ້ ຂ້າພະເຈົ້າ ໄດ້ ໂອ້ລົມ ກັບ ພັລຍາ ຂອງ ທ່ານ Evans ຕອນນຶ່ງວ່າ: ສຽງ...

ນອກຈາກ ຈະເປັນນັກ ຄົ້ນຄວ້າ ແລະ ນັກຂຽນ ທ່ານ Grant Evans ຍັງໄດ້ໄປ ເປັນນັກ ບັລຍາຍ ກ່ຽວກັບ ລາວ ຢູ່ ໃນ ກອງປະຊຸມ ໃນຫລາຍ ປະເທດ. ຫລັງຈາກ ຮູ້ຂ່າວ ການເສັຽ ຊີວິດ ຂອງ ທ່ານ Grant Evans ໝູ່ຄູ່ ທີ່ເປັນ ນັກ ຊ່ຽວຊານ ກ່ຽວກັບ ລາວ ຫລາຍຄົນ ໄດ້ສະແດງ ຄວາມເສັຽໃຈ ແລະ ເສັຽດາຍ ຜ່ານທາງ ອິນເຕີແນັດ ໃນ ການ ສູນເສັຽ ທ່ານ Evans; ຜູ້ນຶ່ງ ຂຽນວ່າ:

ທ່ານ Evans ເປັນເພື່ອນ ທີ່ແທ້ຈິງ ຂອງ ປະເທດລາວ ແລະ ປະຊາຊົນ ລາວ. ນັກຊ່ຽວຊານ ອີກຜູ້ນຶ່ງ ຂຽນວ່າ ທ່ານ Evans ໄດ້ ປະ ມໍຣະດົກ ອັນລ້ຳຄ່າ ໄວ້ໃຫ້ ຄົນລາວ ແລະ ຊາວໂລກ ນັ້ນ ກໍຄືປື້ມ ປື້ມ ກ່ຽວກັບ ລາວ ຂອງທ່ານ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org