ປະຊາຊົນຮ້ອງທຸກແຕ່ຖືກ ເມີນເສີຍ
ຄໍາຮ້ອງທຸກ ເປັນສິດ ຂອງ ພົລເມືອງ ທຸກຄົນ, ຫາກ ສິດ ແລະ ຜົລປໂຍດ ອັນຊອບທັມ ຂອງຕົນ ຖືກ ຣະເມີດ. ແຕ່ ໃນ 40 ປີ ມານີ້ ຄໍາຮ້ອງ ທຸກ ຂອງ ປະຊາຊົນ ເຖິງ ສະພາ ແຫ່ງຊາດ ບໍ່ເຄີຍຖືກ ແກ້ໄຂ.
-
ຈໍາປາທອງ
2015-11-17 -
-
-
ສະຖາບັນ ສູງສຸດ ສະພາ ແຫ່ງຊາດ ສປປ ລາວ
LPDR
Your browser doesn’t support HTML5 audio
ພົລເມືອງ ລາວ ທຸກຄົນ ມີສິດ ຮ້ອງຂໍ ຕໍ່ວ່າ, ກ່າວຟ້ອງ ແລະ ສເນີ ຄວາມເຫັນ ຕໍ່ ອົງການ ທີ່ ກ່ຽວຂ້ອງ ຂອງຣັຖ ຊຶ່ງ ສ່ວນໃຫຍ່ ໃນ ປັຈຈຸບັນ ນີ້ ແມ່ນສົ່ງ ເຖິງ ສະພາ ແຫ່ງຊາດ ເພື່ອຂໍໃຫ້ ຊ່ວຍ ພິຈາຣະນາ ກ່ຽວກັບ ບັນຫາ ການ ຣະເມີດ ສິດ ແລະ ຜົລປະໂຫຍດ ອັນຊອບທັມ ຂອງຕົນ ຕາມຣະບຽບ ກົດໝາຍ ເປັນຕົ້ນ ກໍແມ່ນ ກົດໝາຍ ວ່າດ້ວຍ ການແກ້ໄຂ ຄຳຮ້ອງທຸກ, ກົດໝາຍ ວ່າດ້ວຍການ ດຳເນີນ ຄະດີ ແພ່ງ ແລະ ຄະດີ ອາຍາ.
ແຕ່ໜ້າ ເສັຽດາຍ ທີ່ຢູ່ ສປປລາວ ຊຶ່ງ ມີ ກົດໝາຍ ເຖິງ 110 ປາຍ ສະບັບ ນັ້ນ ບໍ່ໄດ້ຮັບ ການຈັດຕັ້ງ ປະຕິບັດ ໃຫ້ເກີດຜົລ ເປັນຈິງ ເທົ່າທີ່ຄວນ, ບໍ່ມີ ຄວາມ ສັກສິດ ພໍເທົ່າໃດ. ແມ່ນແຕ່ ທ່ານ ຈູມມາລີ ໄຊຍະສອນ ເລຂາທິການ ໃຫຍ່ ຄນະ ບໍຣິຫານ ງານ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ຜູ້ ຜູກຂາດ ອໍານາດ ເອງ ກໍຍັງ ຮັບຮູ້ ເຣຶ່ອງນີ້ ຢູ່ໃນ ກອງປະຊຸມ ໃຫຍ່ ຄັ້ງທີ 9 ຄື ຄັ້ງ ຫລ້າສຸດ ຂອງ ພັກ.