ກອງປະຊຸມສຸດຍອດ ຜູ້ນຳ ອ່າຊ້ຽນ ຄັ້ງທີ 35

ກອງປະຊຸມ ສຸດຍອດ ຜູ້ນຳອ່າຊ້ຽນ ຄັ້ງທີ 35 ທີ່ຈັດຂຶ້ນ ໃນປະເທດໄທ ໄດ້ສິ້ນສຸດລົງ, ແຕ່ຍັງມີ ບາງບັນຫາໃຫຍ່ ທີ່ຍັງບໍ່ສາມາດ ບັນລຸ ຂໍ້ຕົກລົງກັນໄດ້.

ຜູ້ນຳປະ​ເທດອ່າຊ້ຽນ ແລະ ປະ​ເທດ​ຄູ່​ຮ່ວມ​ເຈ​ຣະ​ຈາ ໃນ​ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ອ່າ​ຊ້ຽນ ຄັ້ງທີ 35 ຈັດຂຶ້ນໃນປະເທດໄທ photos courtesy to ASEAN.org

ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ອ່າ​ຊ້ຽນ​ຄັ້ງ​ທີ 35 ທີ່ໄດ້​ຈັ​ດ​ຂຶ້ນ​ທີ່​ປະ​ເທ​ດ​ໄທ ແລະ ພາຍ​ໃຕ້​ການ​ເປັນ​ເຈົ້າ​ພາບ​ຂອງ​ປະ​ເທດ​ໄທ ຣະ​ຫວ່າງວັນ​ທີ 2-4 ພຶ​ສ​ຈິ​ກາ ນີ້, ໄດ້​ສິ້ນ​ສຸດ​ລົງ​ໄປ​ແລ້ວ, ເຊິ່ງ​ໃນ​ນາມ​ປະ​ເທດ​ລາວ ກໍ​​ມີ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ​ລາວ ພ້ອມ​ດ້ວຍ​ພັລ​ຍາ ໄດ້​ນຳພາ​ຄນະຜູ້​ແທນ​ຣະ​ດັບ​ສູງ​ຂອງລາວ ເດີນ​ທາງ​ໄປເຂົ້າຮ່ວມກອງ​ປະ​ຊຸມ​​ຄັ້ງ​ນີ້ດ້ວຍ.

ໃນ​ມື້​ເປີດກອງ​ປະ​ຊຸມ​ຢ່າງ​ເປັນ​ທາງ​ການ ວັນທີ 3 ພຶສຈິກາ ທ່ານ ປຣະຍຸ​ທ ຈັນໂອຊາ, ນາຍົກຣັຖມົນຕຣີໄທ ໄດ້ກ່າວຕອນ​ນຶ່ງວ່າ ອ່າ​ຊ້ຽນ​ພວມປະເຊີນກັບບັນຫາທ້າຍທາຍ ແລະ ຄວາມບໍ່ແນ່ນອນເພີ້ມຂື້ນເລື້ອຍໆ ຍ້ອນເສຖກິຈໂລກຂ​ຍາຍ​ໂຕ​ຊ້າ, ຄວາມ​ຂັດ​ແຍ້ງດ້ານການຄ້າ, ອາ​ສ​ຍາ​ກັມ​ຂ້າມ​ຊາ​ຕ, ເທັກໂນໂລຢີທີ່ກ້າວກະໂດດ ຈົນໄປຮອດການປ່ຽນແປງສະພາບອາກາດ ແລະ ບັນຫາສິ່ງແວດລ້ອມ. ຄວາມຮ່ວມມືໃນຂົງເຂດ ແລະ ກັບສາ​ກົນເທົ່າ​ນັ້ນ ຈຶ່ງຈະສາມາດຜ່ານຜ່າບັນຫາດັ່ງກ່າວເຫຼົ່ານີ້ໄດ້.

ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ​ໄທ ຍັງໄດ້ຮຽກຮ້ອງ ໃຫ້ບັນ​ດາ​ຊາ​ຕອ່າ​ຊ້ຽນ ສືບຕໍ່ສນັບສນູນ ການຄ້າກັບຫຼາຍປະເທດໃນໂລກ ແລະ ພາກພື້ນ ບົນພື້ນຖານຄວາມຮ່ວມມືຂອງອົງການການຄ້າໂລກ, ກອງທຶນສາກົນ ແລະ ຂົງເຂດ ເພື່ອກະຕຸ້ນເສຖກິຈ, ການຄ້າ ແລະ ການລົງທຶນໃນອ່າ​ຊ້ຽນໃຫ້ຫຼາຍຂຶ້ນໃນອະນາຄົດ. ອ່າ​ຊ້ຽນຕ້ອງຍຶດຫມັ້ນໃນການເຊື່ອມຕໍ່ທາງດ້ານເສຖກິ​ຈ ແລະ ການຄ້າກັບທຸກປະເທດໃນໂລກ ແລະ ໃນຂົງເຂດ ເພື່ອປູທາງໄປສູ່ຄວາມຮັ່ງ​ມີ ແລະ ຄວາມອຸດົມສົມບູນພູນ​ສຸ​ຂຂອງປະຊາຄົມອ່​າ​ຊ້ຽນ ໃນທົສວັດຕໍ່ໄປ, ນັ້ນ​ແມ່ນ​ຄຳ​ກ່າວ​ຂອງ​ນາ​ຍົກ​ຣັຖ​ມົນ​ຕ​ຣີ​ໄທ ໃນ​ຖາ​ນະ​ປະ​ທານ​ອ່າ​ຊ້ຽນ.

ໃນ​ມື້​ສຸດ​ທ້າຍຂອງກອງ​ປະ​ຊຸມ, ບັນ​ດາ​ຜູ້​ນຳ​ອ່າ​ຊ້ຽນ​ຍັງ​ໄດ້​ປຶກ​ສາ​ຫາ​ລື​ກັນ​ໃນຫຼາຍເວ​ທີ​ໃຫ​ຍ່ ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ຄູ່ຮ່ວມ​ເຈ​ຣະ​ຈາ ອັນ​ປະ​ກອບ​ດ້ວຍ ກອງ​ປະ​ຊຸມ​ອິນ​ໂດ-ປາ​ຊິ​ຟິກ, ກອງ​ປະ​ຊຸມ​ອ່າ​ຊ້ຽນ+3 ຄັ້ງ​ທີ 22, ກອງ​ປະ​ຊຸມສຸດ​ຍອດຜູ້​ນຳ​ເອ​ເຊັຽ​ຕາ​ເວັນ​ອອກ ຄັ້ງ​ທີ 14, ກອງ​ປະ​ຊຸ​ມສຸດຍອດຜູ້​ນຳ​ອ່າ​ຊ້ຽນ​ຮ່ວມ​ກັບ​ອາ​ເມ​ຣິ​ກາ ຄັ້ງ​ທີ 7, ກອງ​ປະ​ຊຸມ​ສຸດຍອດ​ຂອ​ບ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ-ຍີ່​ປຸ່ນ ຄັ້ງ​ທີ 11 ແລະ ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ RCEP ຄັ້ງ​ທີ 3 ຫຼື​ເປັນ​ທີ່​ຮູ້​ຈັກ​ກັນ​ໃນ​ພາ​ສາ​ລາວວ່າ: “ຂໍ້​ຕົກ​ລົງ​ຫຸ້ນ​ສ່ວນ​ທາງ​ເສ​ຖ​ກິ​ຈໃນ​ຣະ​ດັບພາກ​ພື້ນ”.

ຫຼາຍກອງ​ປະ​ຊຸມ ກໍ​ດຳ​ເນີນ​ໄປ​ດ້ວຍ​ດີ ແລະ ສາ​ມາດ​ບັນ​ລຸ​ຂໍ້​​ຕົກ​ລົງ​ຮ່ວມ​ກັນ​ໄດ້, ແຕ່ເມື່ອ​ມາ​ຮອດກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ RCEP, ພັດ​ຍັງ​ຕົກ​ລົງ​ກັນ​ບໍ່​ໄດ້. ໃນ​ນາ​ທີ​ສຸ​ດ​ທ້າຍ, ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ ທີ່​ມີ​ຊື່​ເອີ້ນ​ວ່າ “ຂໍ້​ຕົກ​ລົງ​ຫຸ້ນ​ສ່ວນ​ທາງ​ເສ​ຖ​ກິ​ຈໃນ​ຣະ​ດັບພາກ​ພື້ນ” ຫຼື RCEP ນັ້ນ, ອິນ​ເດັ​ຽ ໄດ້​ປະ​ກາດ​ວ່າ ຍັງບໍ່​ສາ​ມາດ​ລົງ​ນາມ​ໄດ້ ຍ້ອນ​ຍັງ​ຕ້ອງ​ໄດ້​ໄປ​ຄົ້ນ​ຄວ້າ​ຕື່ມ​ເສັ​ຽ​ກ່ອນ.

ຕໍ່​ບັນ​ຫາ​ດັ່ງ​ກ່າວ, ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ​ອິນ​ເດັຽ, ທ່ານ ນາ​ເຣນ​ດຣາ ໂມດີ ໄດ້​ໃຫ້​ສັມ​ພາດ​ແກ່​ສື່ມວນ​ຊົນ​ທ້ອງ​ຖິ່ນ​ວ່າ “ການ​ຕໍ່​ລອງ​ໃນ​ເຣື້ອງ RCEP ໃນ​ເມື່ອ 7 ປີ​ທີ່​ຜ່ານ​ມານັ້ນ, ຫຼາຍ​ຢ່າງ​ໄດ້​ປ່ຽນ​ແປງ​ໄປ ທັງ​ສະ​ພາບ​ເສ​ຖ​ກິ​ຈ​ໂລກ ແລະ ການ​ຄ້າ, ເຊິ່ງ​ເຮົາ​ເບິ່ງ​ຂ້າມ​ບໍ່​ໄດ້. ຫຼັກ​ການ​ຂອງ RCEP ບໍ່​ຕອບ​ສນອງ​ສະ​ຖາ​ນະ​ການ​ຂອງ​ອິນ​ເດັຽ ເຮົາ​ຈຶ່ງ​ຮ່ວມ​ລົງ​ນາມ​ບໍ່ໄດ້.”

ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ປະ​ຕິ​ເສດບໍ່​ລົງ​ນາມ​ຂອງ​ຝ່າຍ​ອິນ​ເດັຽ ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ອິນ​ເດັຽ​ຈະ​ບໍ່​ຮ່ວມ​ເລີຍ ເພາະຫຼັກ​ການຫຼາຍ​ຂໍ້ ອິນ​ເດັຽກໍ​ເຫັນ​ດີ​ແລ້ວ, ພຽງ​ແຕ່​ຝ່າຍ​ອິນ​ເດັຽ​ຕ້ອງ​ການ​ເວ​ລາ​ໃນ​ການ​ສຶກ​ສາ​ເພີ້ມ​ຕື່ມ ກ່ອນ​ທີ່​ຈະ​ຮ່ວມ​ລົງ​ນາ​ມ​ໃນ​ກອງ​ປະ​ຊຸມ​ສຸດ​ຍອດ​ຜູ້​ນຳ​ອ່າ​ຊ້ຽນ​ເທື່ອ​ຕໍ່​ໄປ​ໃນ​ອະ​ນາ​ຄົດ ເຖິງ​ຈະ​ບໍ່​ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ​ຈະ​ເປັນ​ມື້​ໃດກໍ​ຕາມ.

ນອກ​ຈາກນີ້, ກອງ​ປະ​ຊຸມສຸດຍອດ​ຜູ້​ນຳ​ອ່າ​ຊ້ຽນຮ່ວມ​ກັບ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ຍັງ​ຖືກ​ຕັ້ງ​ຂໍ້​ສັງ​ເກດ​ວ່າ ຜູ້​ນຳ​ສະ​ຫະ​ຣັ​ຖ ບໍ່​ໃຫ້​ກຽດ​ຜູ້​ນຳ​ອ່າ​ຊ້ຽນ ຫຼືບໍ່? ເພາະ​ບໍ່​ໄດ້​ມາ​ຮ່ວມກອງ​ປະ​ຊຸມ​ເອງ ແລະ ກໍ​ສົ່ງ​ພຽງ​ໂຕ​ແທນ​ທີ່​ເປັນ​ເຈົ້າ​ໜ້າ​ທີ່ຣະ​ດັບ​ສູງ ທີ່​ຜູ້​ນຳ​ອ່າ​ຊ້ຽນ​ບໍ່ຄ່ອຍລຶ້ງ​ແກ່ນ ເຮັດ​ໃຫ້​ມີ​ຜູ້​ນຳ​ອ່າ​ຊ້ຽນ 7 ປະ​ເທດ ປະ​ຕິ​ເສດ​ທີ່​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ. ມີ​ພຽງ​ແຕ່​ໄທ, ໃນ​ຖາ​ນະ​ເຈົ້າ​ພາບ ຮ່ວມ​ກັບ​ຊາ​ຕ​ອິນ​ດູ​ຈີນ​ ອັນ​ໄດ້​ແກ່ ລາວ, ຫວຽດ​ນາມ ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ​ຜູ້​ນຳ​ອ່າ​ຊ້ຽນ​ຮ່ວມ​ກັບ​ສະ​ຫະ​ຣັ​ຖ ໃນ​ເທື່ອນີ້.

ພາຍຫຼັງ​ກອງ​ປະ​ຊຸມ, ທ່ານ ໂຣ​ເບີ​ທ ໂອ່​ໄບ​ຣ່ອັ້ນ, ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງຊາ​ຕ ຂອງ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ກໍ​ໄດ້​ຖ​ແລງ​ຂ່າວ​ເຖິງຈຸດ​ຢືນ​ຂອງ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ​ຕໍ່​ບັນ​ຫາ​ທະ​ເລ​ຈີນ​ໃຕ້​, ເຊິ່ງ​ທ່ານໄດ້​ຖ​ແລງວ່າ “ປະ​ເທດ​ຂ​ນາດ​ໃຫຍ່ບໍ່​ຄວນຂົ່ມ​ເຫງ​ປະ​ເທດ​ຂ​ນາດ​ນ້ອຍ ແລະ ຊັ​ພ​ຍາ​ກອນ​ຕ່າງໆ​ໃນ​ທ​ະ​ເລ​ຈີນ​ໃຕ້ ລ້ວນ​ແຕ່​ເປັນ​ເຈົ້າ​ຂອງ​ໂດຍ​ແຕ່​ລະ​ປະ​ເທດ​ທີ່​ເປັນ​ເຈົ້າ​ຂອງ​ເຂດ​ນ້ຳ​ແດນດິນ​ບໍ​ຣິ​ເວນນັ້ນ, ເຊິ່ງ​ຄວນ​ຈະ​ສືບ​ທອດ​ໄປ​ຍັງ​ລູກຫຼານ”. ທ່ານເອງ ບໍ່​ໄດ້​ເບິ່ງວ່າ ສ​ະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ເຂົ້າ​ມາ​ແຊກ​ແຊງ​ເຣື້ອງນີ້​ແຕ່​ຢ່າງ​ໃດ ເພາະ​ວ່າ​ທະ​ເລ​ຈີນ​ໃຕ້ ເປັນ​ສ່ວນ​ນຶ່ງ​ໃນ​ມະ​ຫາ​ສະ​ໝຸດ​ປາ​ຊິ​ຟິກ ທີ່​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ມີ​ສ່ວນຖືຄອງ​ເຂດ​ນ້ຳ​ເຊັ່ນ​ກັນ. ຢ່າງ​ໃດ​ກໍ​ຕາມ, ໃນ​ທ້າຍ​ບົດ​ຖ​ແລງ​ຂ່າວ ທີ່​ປຶກ​ສາ​ດ້ານ​ຄວາມໝັ້ນ​ຄົງ​ສະ​ຫະ​ຣັ​ຖ ກໍ​ໄດ້​ເຊື້ອ​ເຊີນ​ໃຫ້​ບັນ​ດາ​ຜູ້​ນຳ​ອ່າ​ຊ້ຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ນັດ​ພິ​ເສດ ອ່າ​ຊ້ຽນ​ຮ່ວມ​ກັບ​ສະ​ຫະ​ຣັ​ຖ, ເຊິ່ງ​ມີ​ກຳ​ນົດ​ຈະ​ຈັດ​ຂຶ້ນ​ທີ່​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໃນ​ຕົ້ນ​ປີ 2020 ທີ່​ຈະ​ມາ​ເຖິງນີ້.

ຄຽງ​ຄູ່​ກັບ​ກອງ​ປ​ະຊຸມ​ສຸດຍອດ​ຜູ້​ນຳ​ອ່າ​ຊ້ຽນ​ຄັ້ງ​ທີ 35 ນີ້, ກໍ​ມີກອງປະຊຸມອ່າຊ້ຽນ​ສະຫະປະຊາຊາຕ, ເຊິ່ງເລຂາທິການໃຫ​ຍ່​ອົງ​ການສະຫະປະຊາຊາຕ, ທ່ານ ANTONIO GUTERRES ກໍໄດ້ກ່າວ​ສູນ​ທອ​ລ​ພົ​ຈ ສັລເສີນອ່າ​ຊ້ຽນ ໃນຄວາມຄືບໜ້າ​ການ​ພັ​ທ​ນາທາງດ້ານເສຖກິຈ, ແຕ່ເປັນຫ່ວງກ່ຽວກັບບັນຫາຊາວໂຣຮິນຢາໃນພະມ້າ.

ໃນ​ສ່ວນ​ຂອງກອງ​ປະ​ຊຸມ​ພາກ​ປະ​ຊາ​ສັງ​ຄົມ​ອ່າ​ຊ້ຽນ ເຖິງວ່າ​ໄດ້​ຈັດ​ກອງ​ປະ​ຊຸມ​ໄປ​ກ່ອນ​ໜ້ານີ້​ແລ້ວ ເມື່ອ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ, ແຕ່​ໃນ​ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ອ່າ​ຊ້ຽນ​ຄັ້ງ​ນີ້ ກໍ​ໄດ້​ມີ​ເວ​ທີ​ຍ່ອຍ ເພື່ອ​ໃຫ້​ໂຕ​ແທນ​ຈາກ​ອົງ​ການຈັດ​ຕັ້ງພາກ​ປະ​ຊາ​ສັງ​ຄົມ​ກຸ່ມ​ຕ່າງໆ​ໃນ​ບັນ​ດາ​ປະ​ເທດ​ອ່າ​ຊ້ຽນ ໄດ້​ປະ​ຊຸມ​ຮ່ວມ​ກັບ​ເຈົ້າ​ໜ້າ​ທີ່​ຣະ​ດັບ​ສູງ​ອ່າ​ຊ້ຽນ, ໂດຍ​ໄດ້​ມີ​ການ​ສ​ເນີ​ໃຫ້​ບັນ​ດາ​ຜູ້​ນຳ​ປະ​ເທດ​ອ່າ​ຊ້ຽນ ພິ​ຈ​າ​ຣະ​ນາຂໍ້​ສ​ເນີ 4 ຂໍ້​ ອັນ​ປະ​ກອບ​ໄປ​ດ້ວຍ:

1.  ກົ​ລ​ໄກ​ຄຸ້ມ​ຄອງ​ສິ​ທ​ທິ​ມະ​ນຸ​ສ​ອ່າ​ຊ້ຽນ

2.  ສ​ເນີ​ໃຫ້ຈັດ​ຕັ້ງເສົາ​ສິ່ງ​ແວດ​ລ້ອມ (ຮອງ​ຈາກ​ 3 ເສົາ ທີ່​ຖືກ​ສ້າງ​ຕັ້ງ​ຂຶ້ນ​ມາ​ກ່ອນ​ໜ້າ​ນີ້ ຄື ​ຄວາມ​ໝັ້ນຄົງ, ເສ​ຖ​ກິ​ຈ, ວັ​ທ​ນະ​ທັມ-ສັງ​ຄົມ)

3.  ຂໍ້​ກັງ​ວົນ​ດ້ານ​ການ​ລົງ​ທຶນ​ໃນ​ພາກ​ພື້ນ​ ທີ່ອາ​ຈ​ມີ​ຜົ​ລ​ກະ​ທົບຕໍ່​ສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ

4.  ອ່າ​ຊ້ຽນ​ຄວນ​ມີ​ບົດ​ບາ​ດຫຼາຍ​ຂຶ້ນ ຕໍ່ກໍ​ຣະ​ນີ​ຊາວ​ໂຣ​ຮິນ​ຢາ

ໃນ​ຕອນ​ທ້າຍ​ຂອງກອງ​ປະ​ຊຸມ ໄດ້​ມີ​ພິ​ທີ​ມອບ​ຮັບ​ການ​ເປັນ​ປະ​ທານ​ວຽນ​ອ່າ​ຊ້ຽນ​ຢ່າງ​ເປັນ​ທາງ​ການ, ເຊິ່ງ​ແມ່ນ​ທ່ານ​ພົ​ລ​ເອກ ປ​ຣະ​ຍຸທ ຈັນ​ໂອ​ຊາ, ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ​ໄທ ໄດ້ສົ່ງ​ໄມ້​ຄ້ອນ​ນ້ອຍ​ໃຫ້​ແກ່​ທ່ານ ຫວງຽນ ຊ່ວນ​ຟຸກ, ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ​ຫວຽດ​ນາມ ເພື່ອ​ເປັນ​ສັນ​ຍາ​ລັກ​ວ່າ ປະ​ເທດຫວ​ຽດນາມ ພ້ອມຈະ​ຮັບ​ໜ້າ​ທີ່​ໃນ​ການ​ເປັນ​ປະ​ທານ​ອ່າ​ຊ້ຽນ​​ຕໍ່​ໄປໃນ​ປີ 2020.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org