ນາງຄຳພຸດມີຕັນບໍ່ຄວນ ຖືກຂັງ
ອົງການ ພັນທະມິດ ເພື່ອ ປະຊາ ທິປະໄຕ ໃນລາວ, ຮຽກຮ້ອງ ໃຫ້ ທາງການ ລາວ ປ່ອຍຕົວ ນາງ ຄຳພຸດ ມີຕັນ, ທີ່ ຖືກຈັບ ຢູ່ ແຂວງ ໄຊຍະບຸຣີ.
-
ອະວາຣີ
2015-06-05 -
-
-
Your browser doesn’t support HTML5 audio
ອົງການ ພັນທະມິດ ເພື່ອ ປະຊາ ທິປະໄຕ ໃນລາວ, ໄດ້ ຂຽນ ຈົດໝາຍ ເຖິງ ອົງການ ນິຣະໂທດກັມ ສາກັນ ແລະ ອົງການ ສິດທິ ມະນຸດ ອື່ນໆ, ເພື່ອ ກົດດັນ ຣັຖບານ ລາວ ໃຫ້ ປ່ອຍຕົວ ນາງ ຄຳພຸດ ມີຕັນ, ຢູ່ ແຂວງ ໄຊຍະບຸຣີ ທີ່ ຖືກຈັບ ເມື່ອ ອາທິດ ກ່ອນ, ໃນ ຂໍ້ຫາ ຖ່າຍຮູບ ເອົາ ເຈົ້າໜ້າທີ່ ທີ່ ຂູ່ເອົາເງິນ ຈາກ ປະຊາຊົນ ແລ້ວ ເຜີຍແພ່ ຮູບ ນັ້ນ ລົງທາງ ອິນເຕີແນັດ. ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ພັນທະມິດ ເພື່ອ ປະຊາ ທິປະໄຕ ໃນລາວ ໄດ້ ຮຽກຮ້ອງ ວ່າ:
“ທາງ ອົງການ ພັນທະມິດ ເພື່ອ ປະຊາ ທິປະໄຕ, ພວກເຮົາ ໄດ້ຂຽນ ຈົດໝາຍ ຫາ ອົງການ ນິຣະໂທດກັມ ສາກົນ ທີ່ ລອນດອນ ເພື່ອ ຮຽກຮ້ອງ ໃຫ້ເພິ່ນ ກົດດັນ ທາງການ ສປປລາວ ໃຫ້ ປ່ອຍຕົວ ນາງ ຄຳພຸດ ມີຕັນ ໃຫ້ ມີ ອິສຣະ ແລະ ຢ່າງ ບໍ່ມີ ເງື່ອນໄຂ ຢ່າງ ຮີບດ່ວນ, ເພາະ ນາງ ບໍ່ໄດ້ ກະທຳ ຄວາມຜິດ ຫຍັງໝົດ ຜູ້ ກະທຳ ຜິດ ກໍແມ່ນ ເຈົ້າໜ້າທີ່ ຕຳຣວດ, ອັນນີ້ ທາງການ ລາວ ຕ້ອງເອົາ ເຈົ້າໜ້າທີ່ ຕຳຣວດ ນີ້ ໄປ ສືບສວນ ເບິ່ງ ຄວາມຜິດ ຄວາມ ສໍ້ໂກງ ຕ່າງໆ, ແລ້ວ ກໍລົງໂທດ ເຈົ້າໜ້າທີ່ ຕຳຣວດ ບໍ່ແມ່ນ ຈະ ລົງໂທດ ປະຊາຊົນ.”
ໃນ ຈົດໝາຍ ຮຽກຮ້ອງ ສະບັບ ນັ້ນ ອົງການ ພັນທະມິດ ເພື່ອ ປະຊາ ທິປະໄຕ ຍັງ ຂຽນ ຣາຍ ລະອຽດ ຕື່ມວ່າ ນາງ ຄຳພຸດ ມີຕັນ ຂີ່ ຣົດ ໄປນຳ ອ້າຍ ເມື່ອ ວັນທີ່ 21 ເດືອນ ພຶສພາ 2015 ແລ້ວ ຖືກ ເຈົ້າໜ້າທີ່ ຕຳຣວດ ກວດ ເອກກະສານ ຣົດ, ຊຶ່ງ ເຈົ້າຂອງ ຣົດ ກໍມີ ຄົບຖ້ວນ ທຸກຢ່າງ, ແຕ່ ເຖິງປານ ນັ້ນ ເຈົ້າໜ້າທີ່ ຕຳຣວດ ກໍຍັງ ຮຽກຮ້ອງ ເອົາເງິນ ຈາກ ເຈົ້າຂອງ ຣົດ 40,000 ກີບ. ເມື່ອ ເຫັນ ເຊັ່ນນັ້ນ ນາງ ຄຳພຸດ ກໍ ຖ່າຍຮູບ ເອົາ ເຈົ້າໜ້າທີ່ ທີ່ ກຳລັງຮັບ ເອົາເງິນ ແລ້ວ ສົ່ງ ຮູບໄປ ໃຫ້ ໝູ່, ຕໍ່ມາ ໝູ່ ຄົນນັ້ນ ກໍນຳໄປ ລົງ ເຜີຍແພ່ ທາງ Facebook.
ຈາກນັ້ນ ເຈົ້າໜ້າທີ່ ຕຳຣວດ ກໍຈັບ ເອົາ ພໍ່ ແລະ ອ້າຍ ຂອງ ນາງ ໄປ ສືບສວນ ແລະ ຂົ່ມຂູ່ ໃຫ້ ບອກວ່າ ໃຜ ເປັນຜູ້ ເຜີຍແພ່ ຮູປ, ເມື່ອ ເປັນແບບ ນັ້ນ ນາງ ຄຳພຸດ ທົນ ບໍ່ໄດ້, ຈຶ່ງ ບອກ ເຈົ້າໜ້າທີ່ ວ່າ ຕົນເປັນຜູ້ ຖ່າຍຮູບ ແລ້ວ ນາງ ກໍຖືກ ຈັບ ໃນ ທັນທີ ທັນໃດ ໃນ ຂໍ້ຫາ ຖ່າຍຮູບ ປະຈານ ເຈົ້າໜ້າທີ່.