ທ່ານ ທອງລຸນ ຮັບປຣິນຍາ ກິຕິມະສັກ

ນາຍົກຣັຖມົນຕຣີລາວ ຂອບໃຈ ມະຫາວິທຍາລັຍ ເທັກໂນໂລຈີ ຣາຊມົງຄົນ ຂອງໄທ ທີ່ມອບ ປຣິນຍາ ບໍຣິຫານ ທຸຣະກິຈ ດຸດສະດີບັນດິດ ກິຕິມະສັກ ແກ່ທ່ານ.

ທ່ານ ສຸຣະກຽດ ສະຖຽຣໄທ (ຊ້າຍ) ນາຍົກສະພາ ມະຫາວິທຍາລັຍ ມອບປຣິນຍາ ບໍຣິຫານ ທຸຣະກິດ ດຸດສະດີ ບັນດິດ ກິຕິມະສັກ ໃຫ້​ແກ່ ທ່ານ ທອງລຸນ ສີ​ສຸ​ລິດ (ຂວາ) ນາຍົກຣັຖມົນຕຣີ ສປປ ລາວ ທີ່ ມະຫາວິທຍາລັຍ ເທັກໂນໂລຈີ ຣາຊມົງຄົລອິສານ RFA

ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປ ລາວ ໄດ້ກ່າວ ຊື່ນຊົມຍິນດີ ແລະ ຂອບໃຈ ມະຫາວິທະຍາລັຍ ເທັກໂນໂລຈີ ຣາຊມົງຄົລ ອິສານ ເມື່ອຕອນບ່າຍໆ ຂອງວັນພຸດ ວັນທີ 6 ກໍຣະກະດາ ເນື່ອງໃນໂອກາດ ພິທີຮັບມອບ ປຣິນຍາ ບໍຣິຫານ ທຸຣະກິດ ດຸດສະດີ ບັນດິດກິຕິມະສັກ ແດ່ທ່ານ ທີ່ເມືອງຂອນແກ່ນ ໂດຍແມ່ນ ທ່ານ ສຸຣະກຽດ ສະຖຽຣໄທ, ນາຍົກ ສະພາມະຫາວິທຍາລັຍ ເປັນຜູ້ມອບ ໃນຖານະວ່າ ທ່ານ ທອງລຸນ ມີບົດບາດ ແລະ ແນວຄິດສ້າງ ສັນຕິພາບ ແລະ ສ້າງຄຸນງາມຄວາມດີ ຫລາຍຢ່າງ ໃນພູມີພາກ ແມ່ນໍ້າຂອງ. ໃນຕອນນຶ່ງ ທ່ານ ທອງລຸນ ໄດ້ກ່າວວ່າ:

“ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ເປັນຢ່າງຍິ່ງ ທີ່ ມະຫາວິທະຍາລັຍ ຣາຊມົງຄົລ ອິສານ ໃຫ້ມອບກຽດ ປຣິນຍາ ສະດຸດດີ ກິຕິມະສັກ ສາຂາ ຈັດການຄະນະ ບໍຣິຫານ ທຸຣະກິ​ຈ ແກ່ຂ້າພະເຈົ້າ ໃນວັນນີ້ ປຣິນຍາ ດັ່ງກ່າວ ແມ່ນມີ ຄວາມໝາຍສໍາຄັນ ສໍາລັບ ມິດໄມຕຣີ ທີ່ມີຕໍ່ ຂ້າພະເຈົ້າ ກໍຄື ປະຊາຊົນລາວ ທົ່ວປະເທດ ແລະ ເປັນການປະກອບສ່ວນ ເຂົ້າໃນການ ເສີມຂຍາຍ ສາຍສັມພັນ ມິຕະພາບ ອັນດີງາມ ລະຫວ່າງ ສອງປະເທດ ລາວ-ໄທ.”

ທ່ານ ສຸຣະກຽດ ໄດ້ກ່າວຕ້ອນຮັບ ທ່ານ ທອງລຸນວ່າ

ທ່ານມີ ຄວາມຍິນດີ ແລະ ເປັນກຽດຢ່າງຍິ່ງ ທີ່ໄດ້ມີໂອກາດ ຕ້ອນຮັບ ພະນະທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ແຫ່ງ ສປປລາວ ພ້ອມດ້ວຍຄະນະ ອັນປະກອບດ້ວຍ ຣັຖມົນຕຣີ ເອກອັຄະຣາຊທູຕ ສປປລາວ ປະຈໍາປະເທດໄທ ແລະ ຜູ້ບໍຣິຫານ ລະດັບສູງ ຈາກຣັຖບານ ສປປລາວ.”

ທ່ານ ສຸຣະກຽດ ໄດ້ກ່າວວ່າ ທ່ານເອງ ແລະ ທ່ານທອງລຸນ ຮູ້ຈັກກັນມາ ເປັນເວລາ 30 ປີ ແລະ ໄດ້ເຄີຽເຮັດວຽກ ຮ່ວມກັນ ໃນການແກ້ໄຂ ບັນຫາຂັດແຍ້ງ ໃນຫລາຍເວທີ ແລະ ທ່ານໄດ້ຊື່ນຊົມນໍາ ຄວາມກ້າຫານ ຂອງທ່ານທອງລຸນ ຊຶ່ງທ່ານເຫັນວ່າ ທ່ານທອງລຸນ ມີແນວຄິດ ສ້າງສັນຕິພາບ ມາຕລອດ ແລະທ່ານທອງລຸນ ກໍເລົ່າຄວາມເກົ່າ ຄວາມຫລັງ ໃນການແກ້ໄຂ ຂໍ້ຂັດແຍ້ງ ໃນກໍາພູຊາ ແລະ ການປະທະ ລະຫ່ວາງ ໄທກັບລາວ ເມື່ອ 20 ກ່ວາປີກ່ອນ ຊຶ່ງທ່ານທັງສອງ ສາມາດ ແກ້ໄຂກັນ ຈົນເຮັດໃຫ້

ຣັຖບານ ຂອງສອງປະເທດ ມີຄວາມປອງດອງກັນ ຄືນໃໝ່ ແລະ ຊ່ວຍເຫລືອ ຊຶ່ງກັນແລະກັນ ມາຕລອດ ເທົ່າທຸກວັນນີ້. ທ່ານ ທອງລຸນ ໄດ້ກ່າວເນັ້ນເຖິງ ຄຸນະພາບ ແລະ ຜົນງານ ຂອງມະຫາວິທະຍາລັຍ ຣາຊມົງຄົລ ທີ່ໄດ້ສ້າງ ນັກວິຊາການ ລະດັບສູງ ຫລາຍລຸ້ນ ມາແລ້ວ ຮ່ວມທັງ ນັກວິຊາການລາວ  ຊຶ່ງປັດຈຸບັນ ມີຫລາຍຄົນ ໄດ້ມີໜ້າທີ່ ຕໍາແນ່ງ ຢູ່ໃນການບໍຣິຫານ ວຽກງານ ລະດັບສູງ ນັບແຕ່ ມະຫາວິທຍາລັຍ ແຫ່ງນີ້ ຖືກສ້າງຕັ້ງຂຶ້ນ ມາໄດ້ 60 ປີແລ້ວ ແລະ ທ່ານໄດ້ຝາກ ຄວາມຫວັງວ່າ:

ຂ້າພະເຈົ້າ ຫວັງວ່າ ມະຫາວິທະຍາລັຍ ທີ່ມີຊື່ສຽງ ແຫ່ງນີ້ ຈະສືບຕໍ່​ ຊ່ວຍເຫລຶອ ຮັບເອົາ ນັກສຶກສາລາວ ຕໍ່ໄປ ຊຶ່ງເປັນ ການປະກອບສ່ວນ ເຂົ້າໃສ່ ການເສີມຂຍາຍ ການພົວພັນ ມິຕພາບ ອັນດີງາມ ກໍຄື ການເພິ້ມທະວີ ການຮ່ວມມືກັນ ດ້ານຂແນງ ການສຶກສາ ລະຫ່ວາງ ສອງປະເທດ ລາວ-ໄທ ໃຫ້ ນັບມື້ນັບພັທນາ ຕໍ່ໄປ.”

ໃນຕອນທ້າຍໆ ທ່ານ ໄດ້ບອກວ່າ ສາຍສັມພັນ ອັນດີງາມ ລະຫ່ວາງລາວ ແລະ ໄທ ຈະແຍກ ອອກຈາກກັນ ບໍ່ໄດ້. ທ່ານທອງລຸນ ໄດ້ຮັບ ການຕ້ອນຮັບ ຈາກ ມະຫາວິທຍາລັຍ ເທັກໂນໂລຈີ ຣາຊມົງຄົລ ອິສານ ດ້ວຍຄວາມອົບອຸ່ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org