ກັມມະກອນລາວຮຽກຮ້ອງ ຂໍປະກັນ ສັງຄົມ
ເນື່ອງໃນວັນ ກັມມະກອນ ສາກົນ ວັນທີ 1 ພຶສພາ 2020 ກັມມະກອນລາວ ຮຽກຮ້ອງ ໃຫ້ບໍຣິສັດ ໃຫ້ ປະກັນສັງຄົມ ແກ່ ພະນັກງານ.
-
ອຸ່ນແກ້ວ ສຸກສະຫວັນ
2020-04-30 -
-
-
Your browser doesn’t support HTML5 audio
ເນື່ອງໃນວັນກັມມະກອນ ສາກົນ ວັນທີ 1 ພຶສພາ 2020 ຄົບຮອບ 134 ປີ, ກັມມະກອນລາວ ຂໍຮຽກຮ້ອງໂຮງງານໃຫ້ມີປະກັນສັງຄົມແກ່ ພະນັກງານ ເພື່ອຈະຊ່ອຍແບ່ງເບົາພາລະຄອບຄົວ ໃນຍາມເຈັບປ່ວຍ ຊຶ່ງປັດຈຸບັນຫຼາຍໂຮງງານໃນລາວ ບໍ່ມີປະກັນສັງຄົມໃຫ້ແກ່ຄົນງານ. ຄົນງານລາວຄົນນຶ່ງ ທີ່ເຮັດວຽກໃນບໍຣິສັດ ຂົນສົ່ງສິນຄ້າ ໃນແຂວງອຸດົມໄຊ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 30 ເມສາ ວ່າ:
"ກະຢາກໄດ້ຄືກັນ ເງິນເດືອນກະໝື່ນດຽວ ກະບໍ່ໄດ້ພໍເທົ່າໃດ ບໍ່ມີພວກສະຫວັດດີການອັນນີ້ ເລື້ອງນີ້ ມັນກະແລ້ວແຕ່ບໍຣິສັດນະມັນກະຂຶ້ນ ຕາມວຽກແດ່."
ຄົນງານຄົນນີ້ກ່າວຕື່ມອີກວ່າ ເຮັດວຽກນຳບໍຣິສັດຂົນສົ່ງແຫ່ງນີ້ມາໄດ້ປະມານ 5 ປີປາຍ ເຊິ່ງບໍຣິສັດ ກໍໄດ້ຈ່າຍແຕ່ເງິນເດືອນເປັນປົກກະຕິ ຕາມອະຍຸງານ ແຕ່ບາດເວລາ ຄົນງານໃນບໍຣິສັດເຈັບເປັນຕ້ອງເຂົ້າ ໂຮງໝໍ ກໍຕ້ອງໄດ້ຈ່າຍເງິນຕົນເອງ.
ເມື່ອບໍ່ດົນມານີ້ຄົນງານລາວປະມານ 300 ຄົນອອກມາປະທ້ວງໂຮງງານຕັດຫຍິບ ລາວຄອມຟອດ ກາເມັ້ນ ຂອງຄົນຈີນໃນນະຄອນຫຼວງ ວຽງຈັນ ທີ່ບໍ່ຈ່າຍເງິນເດືອນມີນາ ສະເພາະເດືອນມີນາ ຕາມກຳນົດ ແລະ ຖືກເລື່ອນຈ່າຍແລ້ວ 2 ຄັ້ງ ຈົນມາຮອດທ້າຍ ເດືອນເມສາ, ຄົນງານທັງໝົດ ຍັງບໍ່ທັນໄດ້ຮັບເງິນເດືອນ.
ຫລ້າສຸດ ນຶ່ງໃນຄົນງານລາວ ທີ່ເຮັດວຽກຢູ່ໂຮງງານຕັດຫຍິບ ລາວຄອມຟອດ ກາເມັ້ນ ກ່າວວ່າ ຄົນງານລາວຈຳນວນໜຶ່ງຢຸດພັກງານ ຍ້ອນວ່າ ໂຮງງານບໍ່ຈ່າຍເງິນເດືອນ ຕາມກຳນົດ.
"ບໍ່ຢາກເຮັດແລ້ວ ເງິນເດືອນມັນບໍ່ຢາກຄົງທີ່ ເຮັດວຽກໂອທີ ບັກຫຼາຍໆກະໄດ້ທໍ່ເກົ່າ ຄົນລາວກະຜູ້ນ້ອຍໆນຶ່ງ ມັນຂຶ້ນກັບຄົນຈີນພຸ້ນ ບໍຣິຫານຊື່ບຸນຕາ ກະໂອ້ຍ ລາວແຮ່ງອອກແລ້ວ ລາວຮູ້ວ່າ ບໍຣິສັດນີ້ ໄປບໍ່ ກົ້ມບໍ່ຫວິດ ມັນສໍ້ໂກງປະຊາຊົນ ລະລາວກະບໍ່ກ້າເຮັດ."
ນາງກ່າວຕື່ມວ່າ ໄລຍະຜ່ານມາເຮັດວຽກຄ່າລ່ວງເວລາ ຫຼືໂອທີ ໂຮງງານກໍບໍ່ຈ່າຍເງິນໃຫ້ ບໍ່ມີໂປ່ງໃສໃນການເຮັດວຽກຫຼາຍຄົນມີທາງ ເລືອກກໍພາກັນອອກໄປ ເຮັດວຽກຢູ່ໂຮງງານອື່ນ ສ່ວນເລື້ອງເງິນ ເດືອນ ຍັງລໍຖ້າເບິ່ງ ວັນທີ 4 ພຶສພາ ນີ້ວ່າໂຮງງານຈະປະຕິບັດ ແນວໃດຕໍ່ ຖ້າຍັງບໍ່ຈ່າຍອີກ ກໍຈະໄປຮ້ອງຟ້ອງຕໍ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມໃຫ້ຮູ້.
ຄົນງານລາວຢູ່ໃນປະເທດ ສ່ວນໃຫຍ່ ປະເຊີນກັບ 2 ບັນຫາ ໃຫຍ່ ຄື: 1.ເລື້ອງທັກສະ ສີມືຍັງບໍ່ໄດ້ມາຕຖານດີພໍ, 2.ເລື້ອງເງິນເດືອນ ຂັ້ນຕ່ຳ ແລະ ເລື້ອງສະຫວັດດີການສັງຄົມ ຖືກວ່າຍັງຕໍ່າຫຼາຍເມື່ອທຽບໃສ່ ປະເທດເພື່ອນບ້ານ, ເຈົ້າໜ້າທີ່ສະຫະພັນກັມມະບານລາວ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ດຽວນີ້ ເງິນເດືອນລາວ ມັນສູງສຸດກະມີແຕ່ລ້ານສອງ ພວກແຮງງານຕັດຫຍິບນີ້ນ່າ, ແຕ່ວ່າບາງຈຳນວນກໍໄປຫາກິນ ຢູ່ຝັ່ງໄທກະແມ່ນ ເພາະວ່າ ເງິນເດືອນຂອງໄທມັນສູງ ເຮັດເຕັມເດືອນກະໄດ້ຫລາຍໝື່ນ ແລ້ວເດ້, 2 ບັນຫາເນາະແຮງງານລາວ 1. ບັນຫາ ທັກສະ 2. ກະເວົ້າເລື້ອງເງິນເດືອນຫັ້ນແລ້ວ ຕໍ່າຫລາຍ ຄືວ່າຫັ້ນແລ້ວ ບໍ່ສາມາດດຶງດູດຈິດໃຈເຂົາໄດ້."
ທ່ານກ່າວວ່າທັງ 2 ເລື້ອງທີ່ເວົ່າມານັ້ນ ເປັນປັດໃຈສຳຄັນ ທີ່ເຮັດໃຫ້ຄົນງານລາວ ບໍ່ສົນໃຈທີ່ຈະໄປເຮັດວຽກນຳບໍຣິສັດ ໂຮງຈັກໂຮງງານ ຕ່າງໆໃນລາວ ເມື່ອມີໂອກາດຫຼືຊ່ອງທາງ ຄົນງານລາວສ່ວນຫຼາຍ ກໍເລືອກທີ່ຈະໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະ ປະເທດໄທ ຊຶ່ງມີຫລາຍກວ່າ 2 ແສນຄົນ ໃນປັດຈຸບັນ.
ກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບປັບປຸງປີ 2018 ລະບຸວ່າບຸກຄົນ ອົງການແລະບໍຣິສັດ ທີ່ມີຄົນງານແຕ່ 10 ຄົນຂຶ້ນໄປຕ້ອງມີ ລະບົບປະກັນສັງຄົມ ໂດຍແມ່ນນາຍຈ້າງ 6 ເປີເຊັນ ແລະຄົນງານຕ້ອງຈ່າຍ 5.5 ເປີເຊັນ ສົມທົບກັນ. ເຈົ້າໜ້າທີ່ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ຄືນາຍຈ້າງ ຕ້ອງຈ່າຍເງິນສົມທົບ ໃຫ້ພະນັກງານຕົນເອງ ຫັ້ນນ່າ 6 ເປີເຊັນ, ແລ້ວຂະເຈົ້າຫັ້ນ [ຄົນງານ] ກະຕ້ອງຈ່າຍ 5.5 ເປີເຊັນ ຂອງເງິນເງິນເດືອນຈະເຈົ້າ ແລ້ວຮວມເຂົ້າມາ ປະກັນສັງຄົມແລ້ວກະຕ້ອງ ໄດ້ບັດປະກັນສັງຄົມ ຜິດກົດໝາຍໄດ໋ ຄັນເຂົາໄປກວດແລ້ວ ເຂົາຊິປັບໃໝດຽວນີ້."
ອີງຕາມກົດໝາຍວ່າດ້ວຍ ການປະກັນສັງຄົມ, ຜູ້ໃດກໍຕາມ ທີ່ຢູ່ໃນລະບົບປະກັນສັງຄົມ ຈະໄດ້ຮັບສິດ ແລະ ການຄຸ້ມຄອງ ຄືໄດ້ຮັບສິດ ໃນການປິ່ນປົວຕາມໂຮງໝໍ ຢູ່ໃນລະບົບປະກັນສັງຄົມກຳນົດໂດຍບໍ່ໄດ້ ເສັຍຄ່າໃຊ້ຈ່າຍໃດໆ ຖ້າຄົນງານເຈັບເປັນ ຫລື ເກີດອຸບັດຕິເຫດ ບໍ່ສາມາດເຮັດວຽກໄດ້ຕາມເວລາ ຈະໄດ້ຮັບເງິນທົດແທນສ່ວນຕ່າງຂອງເງິນເດືອນ ແລະ ກໍຣະນີເສັຍຊີວິດ ປະກັນສັງຄົມຈະຈ່າຍຄ່າພິທີ ການທຸກຢ່າງລວມເຖີງ ກໍຣະນີເກີດໂຣຄຣະບາດ ຈົນເຮັດໃຫ້ບໍຣິສັດ ແລະ ຜູ້ອອກແຮງງານທຸກຄົນຢຸດວຽກຊົ່ວຄາວ.