ສໍາພາດ ຍ.ນ ສົມຈີນ ປັນຍາສິດ

ຍານາງ ສົມຈີນ ປັນຍາສິດ ສຸນັນທະນາມ ຢູ່ຣັຖ Connecticut ກໍເປັນຜູ້ນຶ່ງ ທີ່ອານຸຮັກ ແລະ ເຜີຍແຜ່ ສິລປະ ວັທນະທັມ ລາວ ດ້ານການຟ້ອນ ສິລປະນາຕສິນ ຂອງລາວ ແຕ່ດັ້ງເດີມ.

ສ່ວນນຶ່ງໃນຈໍານວນຂອງນັກຮຽນ ສິລປະວັທນະທັມລາວ ທີ່ຣັດ Connecticut Lao American Cultural Heritage

ຍານາງ ສົມຈີນ ປັນຍາສິດ ສຸນັນທະນາມ ຢູ່ຣັຖ Connecticut ເປັນຜູ້ນຶ່ງ ທີ່ອານຸຮັກ ແລະເຜີຍແຜ່ ສິລປະ ວັທນະທັມລາວ ໂດຍສະເພາະ ແມ່ນການຟ້ອນ ສິລປະ ແບບລາວໆ ທີ່ເພິ່ນໄດ້ສອນ ໃຫ້ຊາວໜຸ່ມ ລູກຫຼານລາວ ແລະ ຊາວຕ່າງປະເທດ ໃນຕ່າງແດນ ໄດ້ຮຽນຮູ້. ຂ້າພະເຈົ້າ ໄດ້ມີໂອກາດ ສຳພາດ ເອື້ອຍ ສົມຈີນ ປັນຍາສິດ ສຸນັນທະນາມ ຊຶ່ງ ເພິ່ນເປັນຜູ້ນຶ່ງ ທີ່ມີຫຼາກຫຼາຍ ວຽກງານ ແລະ ກໍ່ສາມາດ ເວົ້າໄດ້ເຖິງ 6 ພາສາ. ຣາຍລະອຽດ ຂອງ ການສອນນັ້ນ ເຊີນທ່ານ ຮັບຟັງ ການສຳພາດ ໄດ້ເລີຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org