ວັດປ່າພຸທຣາມ ແຈກຢາຍເຄື່ອງຊ່ອຍເຫຼືອ
ວັດປ່າພຸທຣາມ ທີ່ເມືອງ ສປັອດຊີລເວີເນັຽ (Spotsylvania) ຣັຖເວີຈິເນັຽ ກໍເປັນຈຸດນຶ່ງ ທີ່ຊ່ອຍ ຣັຖບາລ ໃນການແຈກຢາຍ ເຄື່ອງຊ່ອຍເຫຼືອ ໃນໄລຍະ ໂຄວິດ-19 ຣະບາດ.
-
ຈຳປາທອງ
2021-07-03 -
-
-
ພຣະອາຈານ ສີຫາ ວົງຄຳຈັນ ກຳລັງ ຕຽມແຈກຢາຍ ອາຫານ ໃນໄລຍະ ໂຄວິດ-19 ຣະບາດ.
ວັດປ່າ ພຸທຣາມ
Your browser doesn’t support HTML5 audio
ວັດປ່າພຸທຣາມ ທີ່ເມືອງ ສປັອດຊີລເວີເນັຽ (Spotsylvania) ຣັຖເວີຈິເນັຽ ອ້ອມແອ້ມ ຂົງເຂດ ນະຄອນຫຼວງ Washhington DC ສະຫະຣັຖ ອະເມຣິກາ ເປັນຈຸດນຶ່ງ ຫຼື ເປັນສູນນຶ່ງ ທີ່ຊ່ອຍ ຣັຖບາລ ສະຫະຣັຖ ໃນການແຈກຢາຍ ອາຫານ ໃຫ້ປະຊາຊົນ ໃນໄລຍະໂຄວິດ-19 ຣະບາດຢູ່ນີ້. ພຣະອາຈານ ສີຫາ ວົງຄໍາຈັນ ຜູ້ເປັນ ເຈົ້າອະທິການວັດ ໃຫ້ສັມພາດ ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ມິຖຸນາ 2021 ນີ້ ຊຶ່ງພຣະອາຈານ ກ່າວເຖິງເຄື່ອງຂອງ ຊ່ອຍເຫຼືອນັ້ນວ່າ ມີມາຫຼາຍ ແລະ ການແຈກຢາຍ ກໍເປັນໄປດ້ວຍດີ, ອາຫານທີ່ ເພິ່ນເອົາມາໃຫ້ແຈກຢາຍນັ້ນ ບໍ່ໄດ້ຄ້າງ, ແຈກໝົດທຸກເທື່ອ, ມີອອກຕົນຍາດໂຍມ ອາສາສມັກມາຊ່ອຍ ແຕ່ເດືອນກຸມພາ ມາເຖິງ ທ້າຍເດືອນພຶສພາ ທີ່ຫາຜ່ານມານີ້.