ເຂື່ອນແຕກ ຄອບຄົວນັບພັນ ແຕກສລາຍ

ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ເຮັດໃຫ້ນ້ຳຖ້ວມ ຊາວເມືອງສນາມໄຊ ແຂວງອັດຕະປື ໜັກໜ່ວງທີ່ສຸດ ແບບບໍ່ເຄີຍມີມາ ໃນປວັດສາດ ຂອງລາວ.

ໜ່ວຍກູ້ພັຍເກັບກູ້ເອົາສົບ ທີ່ພົບເຫັນ ກັບມາເພື່ອແຈ້ງຕໍ່ທາງການ ໄວ້ເປັນຫລັກຖານ ຖອນພາບຈາກ Attapeu online ໜ່ວຍກູ້ພັຍ

ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ຂນາດ 410 MW ແຕກໃນຄືນວັນທີ 23 ກໍຣະກະດາ 2018 ເຮັດໃຫ້ນ້ຳຫລາຍກວ່າ 5 ພັນລ້ານ ແມັດກ້ອນ ໄຫລຖັ່ງຖ້ວມປະຊາຊົນ ເມືອງສນາມໄຊ ແຂວງອັດຕະປື ໜັກໜ່ວງທີ່ສຸດ ແບບບໍ່ເຄີຍມີມາໃນປວັດສາດຂອງລາວ, ປະຊາຊົນຫຼາຍກວ່າ 7 ພັນຄົນ ລອດຕາຍມາໄດ້ ແລະອົພຍົບມາຢູ່ສູນຮອງຮັບຊົ່ວຄາວ 400 ປາຍຈຸດໃນເມືອງນີ້, 1 ພັນປາຍຄົນ ຍັງຫາຍສາບສູນ,ພົບສົບແລ້ວ 35 ສົບ ຮວມທັງສົບ ຂອງພີ່ນ້ອງພັລຍາ ທ່ານ ບຸນຊູ ມຸນຄະຕີ ຊາວລາວ ທີ່ຣັຖເວີຈິເນັຍ ສະຫະຣັຖ ອາເມຣິກາ ຊຶ່ງ ໃນມື້ວັນທີ 7 ສິງຫາ ທີ່ ທ່ານໃຫ້ ວິທຍຸເອເຊັຍ ສໍາພາດ ນັ້ນຍັງບໍ່ທັນ ໄດ້ຮັບຂ່າວວ່າ ສົບຂອງຜູ້ເປັນພີ່ນ້ອງ ໄດ້ຖືກ ໜ່ວຍກູ້ພັຍ ຊ່ວຍເອົາສົບອອກມາຈາກຮາກໄມ້ໄດ້. ຕໍ່ມາກໍໄດ້ມີການທໍາພິທີຊາປະນະກິດສົບ.

ຕາມການບອກເລົ່າຂອງຍາດພີ່ນ້ອງຜູ້ເສັຍຊີວິດນີ້ ຜູ້ກ່ຽວເປັນພະນັກງານໄຟຟ້າ ໜຸ່ມ, ມີເມັຍແລະລູກ 2 ຄົນ, ໄດ້ປຸກເຮືອນຢູ່ແລ້ວຫລັງນຶ່ງ ກະວ່າຈະຂຶ້ນເຮືອນໃໝ່ ພາຍຫລັງອອກພັນສານີ້ແລ້ວ. ແຕ່ບໍ່ເປັນຄືດັ່ງວ່າ. ປັດຈຸບັນ ເມັຍແລະແລະລູກ ອາສັຍຢູ່ ສູນພັກຊົ່ວຄາວ ທີ່ ເມືອງສນາມໄຊ. ທ່ານ ບຸນຊູ ມຸນຄະຕີ ກ່າວວ່າ ກ່ອນຈະມີການສ້າງເຂື່ອນ ແຫ່ງນີ້ ປະຊາຊົນກໍ ຂັດຂ້ອງ ບໍ່ຢາກໃຫ້ຣັຖບາລ ສປປລາວ ອະນຸມັດໃຫ້ສ້າງ ເພາະມັນຈະມີ ຜົລກະທົບຫລາຍ ຕໍ່ຊີວິດການເປັນຢູ່ ຂອງພວກເຂົາເຈົ້າ ແລະ ຕໍ່ສິ່ງແວດລ້ອມ. ແຕ່ ຣັຖບາລ ບໍ່ຟັງ, ຕ້ອງສ້າງໃຫ້ໄດ້ ແລະໃນທີ່ສຸດ ເຂື່ອນນັ້ນກໍແຕກ ແລະເກີດພັຍພິບັດອັຍໃຫຍ່ຫລວງ ສ້າງຄວາມທຸກທໍຣະມານ ຢ່າງແສນສາຫັດ ໃຫ້ ປະຊາຊົນ ເມືອງສນາມໄຊ ແບບຫາອັນປຽບບໍ່ໄດ້. ເຊີນທ່ານຮັບຟັງການສໍາພາດໄດ້...

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org