ເງິນກີບເຟີ້ ສືບຕໍ່ສູງຂຶ້ນ ເກືອບເຖິງ 40%
ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ປະທ້ວງ ທວງໃຫ້ມີການປ່ຽນແປງ ໄປສູ່ປະຊາທິປະໄຕ ໃນລາວ, ການສໍ້ຣາສ ບັງຫລວງ ຍັງຣະບາດຫຼາຍ ຢູ່ສປປ ລາວ, ຢູ່ເມືອງໂຂງ ມີໂຮງຮຽນ ຖືກຍຸບແລ້ວ 21 ແຫ່ງ ຍ້ອນຂາດຄຣູ, ເງິນເຟີ້ ຍັງເພີ່ມຂຶ້ນຕໍ່ເນື່ອງ ສູງເກືອບຮອດ 40% ແລ້ວ.
-
ໄມຊູລີ
2022-12-18 -
-
-
Your browser doesn’t support HTML5 audio
ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ຮ່ວມກັບ ອົງການຂເມນເສຣີ ເດີນຂະບວນປະທ້ວງ ທວງໃຫ້ມີການປ່ຽນແປງ ໄປສູ່ປະຊາທິປະໄຕ ໃນລາວ ແລະ ກັມພູຊາ, ເງິນເຟີ້ ຍັງເພີ່ມຂຶ້ນຕໍ່ເນື່ອງ ສູງເກືອບຮອດ 40% ແລ້ວ, ຢູ່ເມືອງໂຂງ ມີໂຮງຮຽນ ຖືກຍຸບແລ້ວ 21 ແຫ່ງ ຍ້ອນຂາດຄຣູ, ການສໍ້ຣາສ ບັງຫລວງ ຍັງຣະບາດຫຼາຍ ຢູ່ສປປ ລາວ ແລະ ຂ່າວ ອື່ນໆ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບ ຂ່າວ “ເງິນເຟີ້ ຍັງເພີ່ມຂຶ້ນຕໍ່ເນື່ອງ ສູງເກືອບຮອດ 40% ແລ້ວ”
“ເງິນກີບ ຂອງເຮົາເຟີ້ ຢ່າງຕໍ່ເນື່ອງ ເຮັດໃຫ້ລາຄາສິນຄ້າ ເພີ້ມຂຶ້ນຢ່າງຫລວງຫລາຍ. ສໍາລັບສ່ວນ ໂຕແລ້ວ ເຫັນວ່າ ຫລາຍໆຄົນ ບໍ່ມັກໃຊ້ເງິນກີບ ມາແຕ່ດົນນານແລ້ວ ດັ່ງເຫັນໄດ້ ໃນຫລາຍສິບປີ ຜ່ານມາ ໄດ້ມີການປ່ຽນເງິນ ປົດປ່ອຍ ຫລາຍໆເທື່ອ ແລະ ເງິນປະຈຸບັນ ກໍຍັງບໍ່ມີ ຄົນນິຍົມໃຊ້ ນິຍົມຈັບຈ່າຍ ຍ້ອນວ່າ ຜູ້ນຳ ທີ່ພິມໃສ່ເງິນນັ້ນ ບໍ່ເປັນທີ່ ນິຍົມຂອງຄົນລາວ. ປະຊາຊົນລາວ ໃຜໆກໍຮູ້ວ່າ ການປົດປ່ອຍຊາດໄດ້ ແມ່ນຍ້ອນ ປະທານ ສຸພານຸວົງ ເຊິ່ງເປັນປະທານ ປະເທດ ຄົນທຳອິດ ຂອງລາວເຮົາ ດັ່ງນັ້ນ ປະຊາຊົນ ຈຶ່ງຮັກແລະເຄົາລົບ ເຈົ້າສຸພານຸວົງ ແລະ ຫວັງວ່າ ຮູບ ຂອງເຈົ້າສຸພານຸວົງ ຈະປາກົດ ຢູ່ໃນເງິນກີບ ແຕ່ພັດກັບ ເປັນທ່ານໄກ່ສອນ ຊຶ່ງ ບໍ່ແມ່ນລາວແທ້ ແລະ ໄດ້ຮັບການສະຫນັບສະຫນູນ ຈາກຫວຽດນາມ. ເຈົ້າສຸພານຸວົງ ເປັນຜູ້ນຳ ທີ່ສະຫລາດສ່ອງໃສ ແລະ ມີຄວາມຮູ້ຄວາມສາມາດແທ້ ແຕ່ວ່າ ບໍ່ໄດ້ຖືກ ຈາລຶກໄວ້ ເປັນຜູ້ນຳສູງສຸດ. ມາສັງເກດເບິ່ງ ນາມສະກຸນ ສຸພານຸວົງ ກໍ່ແທບຈະບໍ່ມີ ບົດບາດຫຍັງເລີຍ. ຖ້າປະຊາຊົນລາວ, ຜູ້ນຳລາວ ຢາກໃຫ້ເງິນກີບ ມີຄຸນຄ່າ ກໍ ຄວນເອົາຜູ້ນຳ ທີ່ປະຊາຊົນ ນັບຖືກ ແລະ ເຄົາລົບ ມາເປັນເຄື່ອງຫມາຍ ຂອງເງິນກີບ ໂດຍ ບໍ່ຈຳເປັນຕ້ອງໄປ ກຳນົດ ອັດຕຣາແລກປ່ຽນເງິນ ບໍ່ຈຳເປັນຕ້ອງໄປ ຊອກກວດລ້າງ ຮ້ານແລກເງິນຕ່າງໆ…”
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!