ຈ.ມ ຈາກຜູ້ຟັງ 12/04/21

ເດີນໜ້າເປີດ ທາງຣົຖໄຟ ລາວ-ຈີນ, ເຫດການ ຕຳຣວດ ບັງຄັບໃຫ້ ຊາວບ້ານ 36 ຄອບຄົວ ອອກຈາກ ທີ່ດິນ, ຫຼາຍຝ່າຍ ກັງວົນ ເຣື່ອງຜົລກທົບ ດ້ານສິ່ງແວດລ້ອມ ແລະສັງຄົມ ແລະ ຄວາມບໍ່ປອດພັຍ ຈາກໂຄງການ ເຂື່ອນຊະນະຄາມ.

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.

ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວຣັຖບານລາວ ເດີນໜ້າເປີດ ທາງຣົຖໄຟ ລາວ-ຈີນ, ເຫດການ ເຈົ້າໜ້າທີ່ຕຳຣວດ ບັງຄັບໃຫ້ ຊາວບ້ານ 36 ຄອບຄົວ ອອກຈາກ ທີ່ດິນ ບ້ານໂພນສີນວນ, ຕ​ຣຽມເປີດດ່ານ ຊາຍແດນ ໜອງຄາຍ-ນະຄອນຫຼວງວຽງຈັນ, ຫຼາຍຄົນ ຕ້ອງການ ໃຫ້ພາກສ່ວນ ກ່ຽວຂ້ອງ ພິຈາຣະນາ ປັບຂຶ້ນ ຄ່າແຮງງານ ຂັ້ນຕໍ່າ ໃຫ້ສອດຄ່ອງ ກັບສະພາບຕົວຈິງ ຂອງເສຖກິຈ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ:

ກ່ຽວ​ກັບຂ່າວ, “ຫຼາຍຝ່າຍ ກັງວົນເຣື່ອງຜົລກທົບດ້ານສິ່ງແວດລ້ອມ ແລະສັງຄົມ ແລະຄວາມບໍ່ປອດພັຍ ຈາກໂຄງການເຂື່ອນຊະນະຄາມ.”

“ໃຫ້ເບີ່ງຜົນກະທົບ ຈາກການສ້າງເຂື່ອນທີ່ຜ່ານມາ: ເຂື່ອນນ້ຳທາ, ເຂື່ອນນ້ຳອູ, ເຂື່ອນດອນສະໂຮງ ແລະເຂື່ອນອື່ນໆ ຄື: ປະຊາຊົນສູນເສັຍ ເຮືອນ ທີ່ດິນ ປູກຝັງ. ຄ່າຊົດເຊີຍບໍ່ສົມເຫດສົມຜົນ, ບາງຄອບຄົວ ບໍ່ໄດ້ຄ່າຊົດເຊີຍເລີຍ. ທຸກໆແຜນການພັທນາ ຂອງພັກລັດ ປະຊາຊົນເປັນ ພວກທີ່ ເສັຍຜົນປະໂຍດຫລາຍທີ່ສຸດ. ສ່ວນພວກ ທີ່ໄດ້ຮັບຜົນປະໂຍດແມ່ນພວກກຳອຳນາດພັກລັດ ແລະ ພວກນາຍທຶນ!”

(ເຊີນ​ທ່ານ ຟັງ​ຣາຍ​ລະ​ອຽດ ຈາກ​ສຽງ​ບັນ​ທຶກ​ໄວ້)

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org