ມະຫາຊົນ ຕຳນິ ການແຫ່ນາງອັບສອນ ອ້ອມພຣະທາດຫຼວງ

ຮຽກຮ້ອງ ຍົກເລີກເກັບຄ່າຄຸ້ມຄອງ ກັບຄົນລາວ ຍ້າຍທີ່ຢູ່ອາສັຍ, ກະສິກອນ ຍັງປະເຊີນກັບ ຄວາມທຸກຍາກ, ຊາວລາວ ໂດຍສະເພາະ ກຸ່ມຊົນເຜົ່າ ມີຖານະທຸກຍາກ ມີຄວາມສ່ຽງສູງ ທີ່ຈະຕິດເຊື້ອ ພະຍາດຫລາຍຊະນິດ ຈາກການລ່າສັດປ່າ ມາເປັນອາຫານ.

ຮູບພາບການແຫ່ ນາງອັບສອນ ອ້ອມພຣະທາດຫຼວງ ຊັ້ນໃນ ຊຶ່ງເປັນທີ່ວິພາກ ວິຈານ ກັນໃນກຸ່ມຊາວພຸທລາວ ໃນວັນທີ 6 ພຶສຈິກາ ປີ 2022 ທີ່ບຸນນະມັສການ ພຣະທາດຫຼວງວຽງຈັນ. ນັກຂ່າວ ພົລເມືອງ

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ການແຫ່ ນາງອັບສອນ ຂຶ້ນກົມມະລຽນ ອ້ອມພຣະທາດຫລວງ ຊັ້ນໃນ ຖືກ ມະຫາຊົນຕໍານິຕິຕຽນ, ຊາວກະສິກອນ ຍັງປະເຊີນກັບ ຄວາມທຸກຍາກ, ຊາວລາວ ໂດຍສະເພາະ ກຸ່ມຊົນເຜົ່າ ມີຖານະທຸກຍາກ ມີຄວາມສ່ຽງສູງ ທີ່ຈະຕິດເຊື້ອ ພະຍາດຫລາຍຊະນິດ ຈາກການລ່າສັດປ່າ ມາເປັນອາຫານ ແລະ ຊາວລາວຫຼາຍຄົນ ຢາກໃຫ້ອຳນາດການປົກຄອງ ທ້ອງຖິ່ນ ຍົກເລີກ ການເກັບຄ່າຄຸ້ມຄອງ ກັບຄົນລາວດ້ວຍກັນ ທີ່ຍ້າຍໄປຢູ່ອາສັຍ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບ ຂ່າວ ການແຫ່ ນາງອັບສອນ ຂຶ້ນກົມມະລຽນ ອ້ອມພຣະທາດຫລວງ ຊັ້ນໃນ ຖືກ ມະຫາຊົນຕໍານິຕິຕຽນ

ຜູ້ອານຸຍາດ ກໍ່ຜິດທີ່ອານຸຍາດໃຫ້, ອາດມີຄວາມຮູ້ໜ້ອຍບໍ ຫລືແນວໃດ?, ຄັນມີຄວາມຮູ້ໜ້ອຍ ກໍ່ຄວນສຶກສາ ນຳຜູ້ມີຄວາມຮູ້ຫລາຍ ກໍ່ຈະດີ, ສວ່ນຜູ້ເຮັດ ກໍ່ຄວນຮູ້ແດ່ວ່າ ທີ່ຜ່ານມາ ມີການປະຕິບັດ ແບບນີ້ບໍ່?, ເພາະເຫັນວ່າ ຜູ້ດຳເນີນການ ກໍ່ລ້ວນແລ້ວ ແຕ່ແມ່ນປັນຍາຊົນ...

ບາງຄົນ ເວົ້າວ່າ ເພື່ອເປັນການອະນຸລັກຮັກສາ ສືບທອດປະເພນີ, ອັນນີ້ ກໍແມ່ນ ແຕ່ຕ້ອງຮູ້ວ່າ ອັນໃດ ມັນຄວນທີ່ຈະ ອະນຸລັກຮັກສາ ສຶບທອດຕໍ່ໄປ, ແຕ່ການແຫ່ ແນວນີ້ ເປັນສິ່ງທີ່ບໍສົມຄວນເຮັດ ຫຼື ຈັດກີດຈະກຳ ແບບນີ້ເລີຍ ແຫ່ຜູ້ຍິງ ຢູ່ວັດ ຫຼື ອ້ອມກົມມະລຽນທາດຫຼວງ ບໍ່ເຫມາະສົມ ທີ່ສຸດ.

ອັນນີ້ ແມ່ນຄະນະຮັບຜິດຊອບ ໃນງານບຸນ ເປັນຜູ່ອ່ອນທີ່ສຸດ ຈະຫາອັນປຽບບໍ່ໄດ້ ຄວນສະເນີ ຕໍ່ຂັ້ນເທິງ ໃຫ້ແກ້ໄຂດ່ວນ ເທົ່າທີ່ຈະດ່ວນໄດ້. ມີແນວໃດ ພະເຈົ້າໄຊເສດຖາເປັນ ຜູ້ສາງພຣະທາດຫວງ ຄວນເອົາຮູບປັ້ນ ພະເຈົ້າໄຊເສດຖາ ມາແຫ່ຈະດີກ່ວາ ບໍ່ແມ່ນເອົານາງນີ້ ມາແຫ່.”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org