ຄວາມເຫັນ ຕໍ່ດໍາຣັດ ວ່າດ້ວຍ ການໃຫ້ສັນຊາດ ແກ່ຕ່າງຊາຕ

ຣົຖຂົນແຮ່ທາຕ ຜິດກົດໝາຍ 13 ຄັນ ຖືກກັກ ຢູ່ຊຽງຂວາງ, ແພດອາສາສມັກ ມີຊະຕາກັມ ແບບດຽວກັນກັບ ຄຣູອາສາສມັກ ແລະ ຣັຖບານ ອອກດໍາຣັດ ວ່າດ້ວຍ ພົລເມືອງກິດຕິມະສັກ ໃຫ້ແກ່ ຕ່າງຊາຕ.

ສຳນັກງານ ນາຍົກ ຣັຖມົນຕຣີ. ນັກຂ່າວ ພົລເມືອງ

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຣັຖບານ ສປປ ລາວ ອອກດໍາຣັດ ວ່າດ້ວຍ ພົລເມືອງກິດຕິມະສັກ ສໍາລັບຄົນຕ່າງປະເທດ, ແພດອາສາສມັກ ມີຊະຕາກັມ ແບບດຽວກັນກັບ ຄຣູອາສາສມັກ, ຣົຖຂົນແຮ່ທາຕ ຜິດກົດໝາຍ 13 ຄັນ ຖືກກັກ ຢູ່ຊຽງຂວາງ  ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບ ຂ່າວ ຣັຖບານ ສປປ ລາວ ອອກດໍາຣັວ່າດ້ວຍ ພົລເມືອງກິດຕິມະສັກ ສໍາລັບຄົນຕ່າງປະເທດ

ອອກດໍາລັດ ຫຼື ກົດໝາຍ ໄຫ້ຕ່າງຊາດ ເປັນພົນລະເມືອງຊົ່ວຄາວ ຫຼື ຖາວອນນັ້ນ, ເຂົາກໍມີກັນ ທົ່ວໂລກ, ແຕ່ຕ້ອງມີ ກົດຫມາຍ ທີ່ຮັດກຸມ ແລະ ເຊື່ອຖືໄດ້ ອອກມາ ເພື່ອໄຫ້ຄົນຕ່າງຊາດ ເຫລົ່ານັ້ນ ເຄົາລົບ ຢ່າງເຄັ່ງຄັດ ມັນຈຶ່ງຈະບໍ່ ມີການຜິດພາດ ອັນໃຫ່ຽຫຼວງ ຕາມມາ, ຜ່ານມາກໍ ເຫັນຫຼາຍແລ້ວ ຂະໜາດວ່າ ບໍ່ໄຫ້ສິດ, ດໍາຣັຖ ສບັບນີ້ ເວົ້າວ່າ ໄຫ້ສິດ ໄຫ້ຄວາມຄຸ້ມຄອງ, ຄວາມໝາຍ ຄື ໄຫ້ທຸກຢ່າງ ທີ່ເຈົ້າຢາກໄດ້ ໃນຖານະ ຂອງຜູ້ໄດ້ສິດພິເສດນັ້ນ ມັນສິຊໍ່າໃດ? ຂ້ອຍວ່າ, ມັນຈະໂຫດ ກ່ວາທີ່ຜ່ານມາ ແນ່ນອນ, ຖ້າຜູ້ໃດ ໄດ້ຕິດຕາມ ຂ່າວທີວີໄທ ຫຼາຍຊ້ອງ ທີ່ພາດຫົວຂ່າວວ່າ (ທຸລະກິດສີເທົາ ຂອງນັກລົງທືນຈີນ) ທີ່ຢູ່ໄທ ແລ້ວ ຈະເຂົ້າໃຈທັນທີ ຖ້າຜູ້ມີແນວຄິດ ທີ່ກ້າວໄກ ເຂົ້າຮັບຊົມ.”

ຍ້ອນແບບນີ້ລະ ເພີ່ນຈຶ່ງເຂົ້າມາ ເຕັມບ້ານເຕັມເມືອງ ຍ້ອນທຳອິດ ຜູ້ມາລົງທືນ ເພີ່ນໄດ້ຮີບໂຮມເງີນ ໃຫ້ໄດ້ຫລາຍກວ່ານຶ່ງແສນໂດລາ ມາເຮັດໂຮງງານຫລອມເຫລັກ ຂະໜາດນ້ອຍ ແລ້ວກໍໄດ້ສຳມະໂນຄົວຄົນຕ່າງດ້າວ ສາມາດຢູ່ລາວ ໄດ້ແລ້ວ ກໍກ້າວໄປໄດ້ສັນຊາດ ອີກຕໍ່ໄປ ພີ່ນ້ອງເພີ່ນ ກໍລັ່ງກັນມາ ເລາະຊື້ເຫລັກເສດ ໄປປ້ອນໂຮງງານ ອີກສອງປີຕໍ່ມາ ກໍແລ່ນເອົາ ສຳມະໂນຄົວຕ່າງດ້າວ ລະກໍຢູ່ໄດ້ດົນກ້າວໄປສູ່ໄດ້ເປັນ ພົລະເມືອງລາວ (ມັນມີ ຊ່ອງຫວ່າງ ຢູ່ບ້ານເຮົາ ຍ້ອນເຫັນແກ່ໄດ້)”

ຖ້າເປັນແບບນີ້ ຜູ້ມີເງິນ ຢູ່ຕ່າງກະເທດ ກະສາມາຫຼັ່ງໄຫຼ ເຂົ້າມາຢູ່ລາວ ຫຼາຍຂື້ນ ໃນນັ້ນ ອາດຈະມີຄົນບໍ່ດີ ແອບແຝງ ມານຳ.”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org