ຈ.ມ ຈາກຜູ້ຟັງ 11/06/21

ທາງການລາວຕ້ອງຫາເງິນ ໃຊ້ໜີ້ ສາທາຣະນະ, ເຂື່ອນຈີນ ປ່ອຍນໍ້າ--ປະຊາຊົນລາວ ແລະ ໄທຍ ເດືອດຮ້ອນ, ການລັກລອບ ຕັດໄມ້ ມີຄ່າເຂດ ປ່າສງວນ ແລະ ເຂດວັດ, ປະຊາຊົນ ເສັຽດິນທຳກິນ ໃຫ້ໂຄງການ ຂຸດຄົ້ນແຮ່ເຫຼັກ.

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.

ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ທາງການລາວຕ້ອງຫາເງິນ ໃຊ້ໜີ້ສາທາະນະ, ເຂື່ອນຈີນປ່ອຍນໍ້າ--ປະຊາຊົນລາວ ແລະ ໄທຍ ເດືອດຮ້ອນ, ການລັກລອບຕັດໄມ້ ມີຄ່າເຂດປ່າສງວນ ແລະ ເຂດວັດ, ປະຊາຊົນ ເສັຽດິນທຳກິນ ໃຫ້ໂຄງການ ຂຸດຄົ້ນແຮ່ເຫຼັກ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ:

ຂ່າວ “ທາງການລາວຕ້ອງຫາເງິນ ໃຊ້ໜີ້ ສາທາະນະ

“ຖ້າຢ່າກໃຫ້ ປະເທດຊາດ ຫລຸດພົ້ນອອກຈາກ ຄວາມທຸກຍາກ ແມ່ນຕ້ອງໄດ້ປະຕິຮູບການສຶກສາ ດ້ວຍວິທີ: ຍຸດຕິການລົງທືນສ້າງ ແລະ ສົ່ງເສີມລະບົບທິດສະດີ ນໍ້າເຕົ້າເປົ່າ,ສຸມໃສ່ ສ້າງຂະແໜງວິຊາຊີບ ທີ່ສ້າງລາຍໄດ້ ໃຫ້ລັດ-ໃຫ້ປະຊາຊົນ (ທຸກສະຖາບັນ ການສຶກສາ ທັງພາກລັດ ແລະ ພາກເອກະຊົນ) ຕ້ອງຫັນປ່ຽນ ຢ່າງຕັ້ງໜ້າ. ສົ່ງເສີມ ແລະ ໃຫ້ ບູລິມະສິດ ບັນດາສະຖາບັນ ວິຊາຊີບ ຈາກຕ່າງປະເທດ ເຂົ້າມາລົງທຶນ ໃສ່ການສຶກສາໃນລາວ ໃຫ້ຫຼາຍຂື້ນ, ຖ້າເຮັດແບບນີ້ ບໍ່ເຖີງ 5-7 ປີ ເລີ່ມເຫັນຜົນແນ່ນອນ, ທຸກວັນນີ້ ພົນລະເມືອງລາວ ບໍ່ມີຄວາມຮູ້ ດ້ານວິຊາຊີບ ທຳມາຫາກິນ, ທັງໆທີ່ ດິນ, ຟ້າ, ອາກາດ, ນໍ້າ, ລົມ, ໄຟ ເອື້ອອຳນວຍ ທຸກຢ່າງ ແຕ່ເຮັດຫັຽງ ບໍ່ເປັນ ເພາະບໍ່ມີ ຄວາມຮູ້, ດ້ວຍເຫດນັ້ນ ຈີ່ງປະປ່ອຍ ໃຫ້ຕ່າງປະເທດ ກັບກຸ່ມບຸກຄົນນ້ອຍໆ ຈຳນວນໜື່ງ ຮ່ວມຫົວກັນ ລອກລວງ ຕົວະຕົ້ມ, ຍັກຍ່ອກ ແລະ ກອບໂກຍ ສ້າງຮັ່ງຄູນມີ ໃຫ້ຕົນ ແລະ ພັກພວກ, ທັງໆທີ່ ພໍ່ແມ່ພີ່ນ້ອງ ປະຊາຊົນ ໃນຊາດ ຍັງຫຼ້າຫຼັງ ແລະ ທຸກຍາກຢູ່.”

…..

(ເຊີນ​ທ່ານ ຟັງ​ຣາຍ​ລະ​ອຽດ ຈາກ​ສຽງ​ບັນ​ທຶກ​ໄວ້)

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org