ຈ.ມ ຈາກຜູ້ຟັງ 10/30/21

ຣົດໄຟລາວ-ຈີນ ຂບວນທຳອິດ ເຖິງປະເທດລາວແລ້ວ, ຣັຖກອນ ເງິນເດືອນ ບໍ່ຮອດ 2 ລ້ານກີບ ສເນີ ປັບຂຶ້ນ ເງິນເດືອນ, ການກວດພົບ ການສໍ້ຣາສບັງຫຼວງ ສະແດງວ່າ ທາງການລາວ ບໍ່ສາມາດ ແກ້ໄຂ ບັນຫາດັ່ງກ່າວ ໃຫ້ໝົດໄປ.

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.

ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ຣົດໄຟລາວ-ຈີນ ຂບວນທຳອິດ ເຖີງປະເທດລາວແລ້ວ, ພະນັກງານຣັຖກອນ ທີ່ມີເງິນເດືອນ ບໍ່ຮອດ 2 ລ້ານກີບ ສເນີປັບຂຶ້ນເງິນເດືອນ, ການກວດພົບ ການສໍ້ຣາສບັງຫຼວງ ສະແດງໃຫ້ເຫັນວ່າ ທາງການລາວ ບໍ່ສາມາດແກ້ໄຂ ບັນຫາດັ່ງກ່າວ ໃຫ້ໝົດໄປ ແລະ ຂ່າວອື່ນໆ…

ຄວາມເຫັນບາງຕອນ:

ຂ່າວ “ຣົດໄຟລາວ-ຈີນຂບວນທຳອິດ ເຖີງປະເທດລາວແລ້ວ”

ທ່ານຜູ້ຟັງ ທີ່ບໍ່ປະສົງ ອອກຊື່ ຂຽນໃສ່​ເວັບໄຊທ໌ ວ່າ:

“ອາດີດ ຜູ້ນໍາລາວທ່ານນື່ງ ໄດ້ອອກມາ ອະທິບາຍ ຕໍ່ສັງຄົມວ່າ ລາວບໍ່ໄດ້ ກູ້ຢືມເງີນ ຈາກຈີນ ມາລົງທືນ ໂຄງການລົດໄຟ ແຕ່ການອະທິບາຍ ຂອງລາວນັ້ນ ຟັງຕັ້ງຫລາຍໆລອບ ກໍຢັງບໍ່ເຂົ້າໃຈ ຢູ່ດີ ວ່າ ແມ່ນລາວເວົ້າຫຍັງ. ເອົາລະ ນີ້ກໍຫາເປັນພຽງ ການເລີ້ມຕົ້ນ ຂອງລົດໄຟ ຈະເລີ້ມ ບໍລີການ ເທົ່ານັ້ນ ແລະ ລໍຟັງແລະຕິດຕາມກັນ ອີກຕໍ່ໄປ ຫລັງຈາກນີ້ ມັນຈະຫຍຸ້ງຍາກ ຂະໜາດໃດ ເມື່ອເຖີງເວລາ ເຈົ້າໜີ້ ຖາມຫາເງີນຊໍາລະ, ການບູລະນະຮັກສາ, ການນໍາໄຊ້ ພະລັງງານ, ພະນັກງານ, ການບໍລີຫານ, ແລະອື່ນໆ ເພາະສປປລາວ ອາດຈະບໍ່ໄດ້ ສິດຫັຍງເລີຍ ກັບລົດໄຟ ຂອງຂະບວນສາຍໄໝ ຂອງຈີນຂະບວນນີ້, ຖ້າທຸກຄົນ ເຄີຍຕິດຕາມ ຂະບວນລົດໄຟສາຍໄໝ ຂອງຈີນ ທີ່ (south Africa) ແລ້ວພວກທ່ານ ຄົງຈະຮູ້ດີ ປັດຈຸບັນ ເຂົາບໍລິການ ມາໄດ້ຫຼາຍປີແລ້ວ ແລະເຂົາຢາກຈະຕັດຂາດ ຈາກສາຍໄໝສາຍນີ້ ແຕ່ຍັງຊອກຫາ ທາງອອກ ບໍ່ໄດ້ເລີຍ.”

….

(ເຊີນ​ທ່ານ ຟັງ​ຣາຍ​ລະ​ອຽດ ຈາກ​ສຽງ​ບັນ​ທຶກ​ໄວ້)

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org