ຈ.ມ ຈາກຜູ້ຟັງ 10/16/21

ຍິງສາວລາວ ຖືກ​ຊ່ອຍ​ເຫຼືອ ຈາກການຄ້າມະນຸດ ໄປຈີນ ແລະ ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ, ໂຄວິດ-19 ຣະບາດໜັກ ແຂວງຫຼວງພຣະບາງ ແລະ ຄຳມ່ວນ, ສພາການຄ້າ ແລະ ອຸດສາຫະກັມ ສເນີ ເປີດໂຮງງານ ອຸດສາຫະກັມ.

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.

ຄວາມຄຶດຄວາມເຫັນ ຈາກ​ທ່ານ​ຜູ້​ຟັງ ພາຍ​ຫຼັງ ທີ່​ເພິ່ນ​ໄດ້​ອ່ານ​ຂ່າວ ຂອງວິ​ທ​ຍຸເອ​ເຊັຽເສ​ຣີ ທີ່​ໄດ້​ອອກ​ອາ​ກາດ ໄປ​ແລ້ວ: ຂ່າວກ່ຽວ​ກັບ ແຂວງບໍ່ແກ້ວ ຊ່ອຍເຫຼືອ ຍິງສາວລາວ ທີ່ຕົກເປັນເຫຍື່ອ ການຄ້າມະນຸດໄປຈີນ ແລະ ຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ, ໂຄວິດ-19 ຣະບາດໜັກ ໃນຫຼາຍແຂວງຂອງລາວ ໂດຍສະເພາະ ແຂວງຫຼວງພຣະບາງ ແລະ ແຂວງ ຄຳມ່ວນ, ສພາການຄ້າ ແລະ ອຸດສາຫະກັມ ສເນີໃຫ້ ທາງການ ເປີດໂຮງງານ ອຸດສາຫະກັມ ແລະ ຂ່າວອື່ນໆ…..

ຄວາມເຫັນບາງຕອນ:

ກ່ຽວກັບຂ່າວ ບໍຣິສັດ ວຽດນາມ ເອົາລົດຈົກ ມ້າງຖຽງນາຊາວບ້ານ ຢູ່ເມືອງນອງ ໂດຍອ້າງວ່າ ເປັນເຂດ ສັມປະທານ ຂອງຕົນ, ສ່ວນຊາວບ້ານ ກໍອ້າງວ່າ ເປັນດິນ ຂອງເຂົາເຈົ້າ ແລະ ບໍຣິສັດ ຍັງບໍ່ທັນ ຈ່າຍຄ່າຊົດເຊີຽ ຜົລປູກ ໃຫ້ເຂົາເຈົ້າ:

“ເຣື່ອງແບບນີ້ ເກີດຂຶ້ນ ຊໍ້າໆຊາກໆ, ທາງພາກລັດ ບໍ່ມີຄວາມສາມາດ ແກ້ໄຂ ຫຼື ບໍ່ເຫັນປະຊາຊົນລາວ ຂອງຊາດ ມີຄວາມສຳຄັນ ແມ່ນແຕ່ນ້ອຍ, ເພາະຈະເປັນ ພາກພື້ນ​ດິນ ຂອງໃຜກໍດີ, ພາກລັດ ຄວນເຮັດເອກກະສານ ຈະແຈ້ງ ສົ່ງໃຫ້ຊາວບ້ານ ທີ່ວ່າ ເປັນເຈົ້າຂອງ ແລະ ສົ່ງໃຫ້ ຜູ້ລົງທຶນ (ບໍ່ແມ່ນນາຍທຶນ) ຊີ້ແຈງ ບົ່ງບອກລ່ວງໜ້າ 45-60ວັນ ຫາກຊາວບ້ານ ມີເອກກະສານ ເປັນເຈົ້າຂອງ ແລະ ເພື່ອໃຫ້ເຂົາ ມີເວລາ ເຄື່ອນຍ້າຍ, ຫາກເຂົາ ມີທາງພາກລັດ ກໍຄວນບອກໄປ ຕາມຄວາມເປັນຈິງ, ຫຼືວ່າ ກໍຣະນີນີ້ ພາກລັດ ຮັບຮູ້ກຳມະສິທ ຂອງຊາວບ້ານ ແຕ່ເຈົ້າໜ້າທີ່ທ້ອງຖິ່ນ ທີ່ມີອຳນາຈກ່ວາ ບໍ່ເຮັດຕາມຫລັກເກນ ເພາະເງິນກ້ອງໂຕະ? ຫາກເປັນ ດັ່ງນັ້ນ ຄວນປົດໜ້າທີ່ ຜູ້ນັ້ນໄດ້ແລ້ວ…”

...

ເຊີນ​ຟັງ ຣາຍ​ລະ​ອຽດ ຈາກ​ສຽງ ທີ່​ບັ​ນ​ທຶກ​ໄວ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org