ໂຮງໝໍຣັຖ ຫຼາຍແຫ່ງ ຂາດງົບປະມານ ປິ່ນປົວຄົນເຈັບ: ຈົດໝາຍ ຈາກຜູ້ຟັງ

ເຕືອນ ລະວັງຖືກຄ້າມະນຸສ ເຂົ້າເຂດ ສາມຫຼ່ຽມຄຳ, ທະນາຍຄວາມ ດ້ານສິດທິມະນຸສ ຊາວຈີນ ຖືກຈັບ ຢູ່ນະຄອນຫຼວງວຽງຈັນ, ໂຮງໝໍຣັຖ ຫຼາຍແຫ່ງ ຂາດງົບປະມານ ປິ່ນປົວຄົນເຈັບ.

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.

ຄວາມຄຶດຄວາມເຫັນ ເຕືອນ ລະວັງຖືກຄ້າມະນຸສ ເຂົ້າເຂດ ສາມຫຼ່ຽມຄຳ, ທະນາຍຄວາມ ດ້ານສິດທິມະນຸສ ຊາວຈີນ ຖືກຈັບ ຢູ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ສະຫະຣັຖ ເຕືອນພົລເມືອງສະຫະຣັຖ ລະວັງການ ເດີນທາງໄປໄຊສົມບູນ, ໂຮງໝໍຣັຖ ຫຼາຍແຫ່ງ ຂາດງົບປະມານ ປິ່ນປົວຄົນເຈັບ ແລະ ຂ່າວອື່ນ

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບຂ່າວ “ໂຮງໝໍຣັຖ ຫຼາຍແຫ່ງ ຂາດງົບປະມານ ປິ່ນປົວຄົນເຈັບ”

“ຂໍອອກຄຳເຫັນແດ່ ຈັກນ່ອຍ, ລັດທິສັງຄົມ ນິຍົມກໍ່ດີ ລັດທິຄອມມິນິດກໍ່ດີ ຖ້າຫາກ ມີຄວາມສາມາດ ເບິ່ງແຍງ ປະຊາຊົນໄດ້ ໃຫ້ຄວາມສຸກ ແກ່ປະຊາຊົນ ພວກເຮົາ ລະແສນດີໃຈ ທີ່ຜູ້ນຳລຸ້ນກ່ອນ ປະກາດ ໂປ່ງໆວ່າ ລະບອບໃຫມ່ນີ້ ເປັນລະບອບ ດີທີ່ສຸດ ປະຊາຊົນ ເຂົ້າໂຮງຫມໍ ກະບໍ່ເສຍເງິນ ປະຊາຊົນ ສົ່ງລູກເຂົ້າໂຮງຮຽນ ກະບໍ່ເສຍເງິນ. ແຕ່ ໃນພາກປະຕິບັດແລ້ວ ກົງກັນຂ້າມ, ໃນເວລາໄປໂຮງຫມໍ ຖ້າບໍ່ມີເງິນ ແພດຫມໍ ກະບໍ່ ແນມເບິ່ງຫນ້າ ກະບໍ່ເອົາໃຈໃສ່ ເວົ້າແບບນີ້ ບໍ່ແມ່ນ ຕຳນິ ແພດຫມໍດອກ ມັນເປັນ ຍ້ອນລະບົບ ການປົກຄອງ ການບໍລິຫານ ທີ່ພາເປັນ, ເຮັດພະນັກງານ ບໍ່ມີ ຄວາມຮັບຜິດຊອບ, ບໍ່ເອົາໃຈໃສ່ ກັບວຽກງານ. ທາງ ພັກລັດ ກະບໍ່ໃຫ້ຄວາມສຳຄັນ ເພາະວ່າ ເຈົ້າຫນ້າ ທີ່ພັກລັດ ແລະ ຍາດຕິພີ່ນອ້ງ ໃນເມື່ອເຈັບເປັນມາ ກໍ່ເດີນທາງໄປ ປິນປົວ ຢູ່ຕ່າງປະເທດ. ຄຳເວົ້າ ແລະ ການກະທຳ ໃນປະຈຸບັນ ບໍ່ຄືກັບ ຄຳເວົ້າ ໃນໄລຍະກ່ອນ ການປົດປ່ອຍ ແລະ ພາຍຫລັງ ປົດປ່ອຍ. ທຸກມື້ນີ້ ເອົາຕົວລອດ ເປັນພໍ, ບໍ່ຫລຽວແລ ປະຊາຊົນເລີຍ. ມີແຕ່ ຕ່າງຊາດເທົ່ານັ້ນ ເຂົ້າມາຊ່ວຍ ປະຊາຊົນ.”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org