ຍາກທີ່ສະພາ, ຣັຖບານ ຈະແກ້ໄຂ ຫຼາຍບັນຫາໄດ້ ໃນເວລາອັນສັ້ນ: ຈົດໝາຍ ຈາກຜູ້ຟັງ
ປະສົບການ ຈາກເຫຍື່ອ ທີ່ໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ, ຣັຖບານ ຈະຈ່າຍເງິນອຸດໜູນ ໃຫ້ຄຣູອາສາ ແທນການຮັບເຂົ້າ ເປັນຣັຖກອນ, ຊາວລາວເຫັນວ່າ ຍາກທີ່ສະພາ, ຣັຖບານ ຈະແກ້ໄຂ ຫຼາຍບັນຫາໄດ້ ໃນເວລາອັນສັ້ນ.
-
ໄມຊູລີ
2023-08-20 -
-
-
Your browser doesn’t support HTML5 audio
ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ປະສົບການ ຈາກເຫຍື່ອ ທີ່ໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ, ຣັຖບານ ຈະຈ່າຍເງິນອຸດໜູນ ໃຫ້ຄຣູອາສາ ແທນການຮັບເຂົ້າ ເປັນຣັຖກອນ, ຊາວລາວເຫັນວ່າ ຍາກທີ່ສະພາ, ຣັຖບານ ຈະແກ້ໄຂ ຫຼາຍບັນຫາໄດ້ ໃນເວລາອັນສັ້ນ ແລະ ຂ່າວອື່ນ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບຂ່າວ “ຊາວລາວເຫັນວ່າ ຍາກທີ່ສະພາ, ຣັຖບານ ຈະແກ້ໄຂ ຫຼາຍບັນຫາໄດ້ ໃນເວລາອັນສັ້ນ”
ທ່ານເວົ້າມາ ກໍ່ຖືກແລ້ວ ເພາະວ່າ ກອງປະຊຸມສະພາ ທຸກໆປີ ທຸກໆສະໄຫມ ໃນເມື່ອຈົບແລ້ວ ກໍ່ ບໍ່ມີບັນຫາໃດ ຊິ ຖືກແກ້ໄຂ. ສ່ວນ ສະມາຊິກ ກໍ່ສະເຫນີ ເອົາເປັນເອົາຕາຍ ຄືແທ້ໆ ແຕ່ພັກລັດ ຜູ້ຮັບຜິດຊອບ ແລະ ປະຕິບັດງານ ກໍ່ບໍ່ເຫັນແກ້ໄຂ ບັນຫາ ຫຍັງເລີຍ ເນື່ອງຈາກວ່າ ມັນໄປ ຂັດກັບຜົນປະໂຫຍດ ແລະ ລາຍໄດ້ ຂອງພວກເພິ່ນ. ເຈົ້າຫນ້າທີ່ ພັກລັດ ກໍ່ ເປັນຄົນຄືກັນ ບໍ່ແມ່ນເທວະດາ ມາແຕ່ ໃສດອກ ເພິ່ນກໍ່ຢາກໄດ້ ຢາກມີ ຢາກ ໃຫ້ຄອບຄົວ ຢູ່ສະນຸກ ສຸກສະບາຍ ເພິ່ນກໍ່ໂລບມາກ ຄືກັນ, ເຊິ່ງບໍ່ແມ່ນເລື້ອງ ປະຫລາດຫຍັງ ສຳລັບມະນຸດເຮົາ, ແຕ່ສິ່ງທີ່ ປະຫລາດ ຄືເພິ່ນ ປ່ອຍ ປະລະເລີຍ ປະຊາຊົນ ປ່ອຍໃຫ້ປະຊາຊົນ ທຸກຍາກ ປ່ອຍໃຫ້ຕ່າງຊາດ ມາຂົ່ມເຫັງ ປະຊາຊົນ, ເພິ່ນຂາຍແຜ່ນດິນ ໃຫ້ຕ່າງຊາດ ເພື່ອ ໄດ້ເງິນມາ ສ້າງຮັ່ງຄູນມີ. ບໍ່ ຍຸກໃດ ສະໄຫມໃດ ທີ່ ປະຊາຊົນລາວ ຈະໄຮ້ດິນ ທຳມາຫາກິນ ທີ່ພັກອາໄສ ບໍ່ມີຍຸກໃດ ສະໄຫມໃດ ທີ່ ຄົນລາວ ຈະຕ້ອງ ໄດ້ອອກໄປ ເຮັດວຽກ ລຳບາກ ຢູ່ຕ່າງປະເທດ ບໍ່ມີຍຸກໃດ ສະໄຫມໃດ ທີ່ ຕ່າງຊາດ ຈະມີສິດ ເຫນືອຄົນລາວ ແລະ ຄອບຄອງ ດິນຄົນລາວ.”
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!