ການປະຕິບັດ ກົດໝາຍວ່າດ້ວຍ ຂຸດຄົ້ນແຮ່ທາດ ບໍ່ມີຄວາມສັກສິດ: ຈົດໝາຍ ຈາກຜູ້ຟັງ

ຣັຖບານລາວ ມີໜີ້ສິນ ຕ່າງປະເທດ ທັງໝົດ 10,234 ຕື້ ໂດລ້າຣ໌ ສະຫະຣັຖ, ການປະຕິບັດ ກົດໝາຍວ່າດ້ວຍ ຂຸດຄົ້ນແຮ່ທາດ ບໍ່ມີຄວາມສັກສິດ, ສປປ ລາວ ນໍາເຂົ້າ ນໍ້າມັນແອັດຊັງ ຊຸດທໍາອິດ ຈາກ ສປ ຈີນ ແທນນໍ້າມັນ ສ່ວນໃຫຍ່ ທີ່ນຳເຂົ້າ ຈາກໄທຍ.

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ການປະຕິບັດ ກົດໝາຍວ່າດ້ວຍ ຂຸດຄົ້ນແຮ່ທາດ ບໍ່ມີຄວາມສັກສິດ, ຣັຖບານລາວ ມີໜີ້ສິນ ຕ່າງປະເທດ ທັງໝົດ 10,234 ຕື້ ໂດລ້າຣ໌ ສະຫະຣັຖ, ສປປ ລາວ ນໍາເຂົ້າ ນໍ້າມັນແອັດຊັງ ຊຸດທໍາອິດ ຈາກ ສປ ຈີນ ແທນນໍ້າມັນ ສ່ວນໃຫຍ່ ທີ່ນຳເຂົ້າ ຈາກໄທຍ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບ ຂ່າວ ການປະຕິບັດ ກົດໝາຍວ່າດ້ວຍ ຂຸດຄົ້ນແຮ່ທາດ ບໍ່ມີຄວາມສັກສິດ

ຂອບໃຈ ທ່ານທອງແດງ ປະທຸມທອງ ທີ່ນຳເອົາຄວາມທຸກ ຂອງປະຊາຊົນ ຂຶ້ນສະເໜີ ກອງປະຊຸມສະພາ, ກົດໝາຍ ຂອງພັກລັດ ບໍ່ສັກສິດຈັກຢ່າງດອກ ມີແຕ່ຕັ້ງຂຶ້ນມາຊື່ໆ ບໍ່ມີເຈົ້າໜ້າທີ່ ແລະ ພັກລັດປະຕິບັດ ມີແຕ່ ໃຊ້ກົດຫມາຍ ລົງໂທດປະຊາຊົນ ຕາດຳໆຊື່ໆ. ໂຄງການຂຸດຄົ້ນ ແຮ່ທາດ ມີຫລາຍຮ້ອຍໂຄງການ ແຕ່ບໍ່ເຫັນເງິນ ເຂົ້າປະເທດ, ບໍ່ເຫັນປະຊາຊົນ ໄດ້ຮັບຜົນປະໂຫຍດຫັຍງ, ປະເທດຊາດ ຍັງດ້ອຍພັດທະນາ ຄືເກົ່າ ປະຊາຊົນ ຍັງທຸກຍາກ ຄືເກົ່າ. ແຕ່ມາເບິ່ງ ເຈົ້າໜ້າທີ່ລັດ ແລະ ກົມການເມືອງແລ້ວ ມີແຕ່ຜູ້ຂີ່ລົດງາມໆ ມີເຮືອນງາມໆ ໃຊ້ຈ່າຍຟຸມເຟືອຍ. ປະຊາຊົນ ເປັນຜູ້ ໄດ້ຮັບຜົນກະທົບ ຈາກການຂຸດຄົ້ນແຮ່ ທາດຕ່າງໆ ເປັນຕົ້ນແມ່ນ ຕ້ອງຖືກໂຍກຍ້າຍ, ນ້ຳຖືກສານເຄມີ ແລະອື່ນໆ. ສິ່ງທີ່ສັກສິດ ສຳລັບ ພັກລັດ ຄືຂຽນເຈ້ຍນ້ອຍ ສັ່ງປົດ ແລະ ຍ້າຍພະນັກງານ ແລະ ວິຊາການ ໄປຢູ່ບ່ອນໃໝ່ ເພາະເຂົາເຈົ້າ ຂັດຂວາງ ພັກລັດ ທີ່ອະນຸຍາດ ໃຫ້ນາຍທຶນ ມາຂຸດຄົ້ນ ແລະ ທຳລາຍ ປະເທດຊາດ ເພາະເຂົາເຈົ້າ ມອງເຫັນ ຜົນເສຍຫລາຍກວ່າ ຜົນໄດ້.…”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org