ຈ.ມ ຈາກຜູ້ຟັງ 07/24/21
ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຊາວບ້ານເສັຽດິນໄດ້ຮັບ ຄ່າຊົດເຊີຍ ບໍ່ເປັນທັມ, ໃນວັນຄົບຮອບ 3 ປີ ເຂື່ອນແຕກ ແຕ່ຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ຍັງຢູ່ຢ່າງ ລຳບາກ, ອົງການ ທີ່ບໍ່ຂຶ້ນກັບຣັຖບານ ຮຽກຮ້ອງ ໃຫ້ທາງການລາວ ແກ້ໄຂ ບັນຫາ ຄວາມທຸກຍາກ, ສິດທິມະນຸດ, ສິດເສຣິພາບ ຂອງ ປະຊາຊົນ ແລະ ຂ່າວອື່ນໆ.
-
ໄມຊູລີ
2021-07-24 -
-
-
ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
RFA
Your browser doesn’t support HTML5 audio
ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຊາວບ້ານເສັຽດິນໄດ້ຮັບ ຄ່າຊົດເຊີຍ ບໍ່ເປັນທັມ, ໃນວັນຄົບຮອບ 3 ປີ ເຂື່ອນແຕກ ແຕ່ຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ຍັງຢູ່ຢ່າງ ລຳບາກ, ອົງການ ທີ່ບໍ່ຂຶ້ນກັບຣັຖບານ ຮຽກຮ້ອງ ໃຫ້ທາງການລາວ ແກ້ໄຂ ບັນຫາ ຄວາມທຸກຍາກ, ສິດທິມະນຸດ, ສິດເສຣິພາບ ຂອງ ປະຊາຊົນ ແລະ ຂ່າວອື່ນໆ.
ຄວາມຄຶດຄວາມເຫັນ ບາງຕອນ:
ບັນຫາທີ່ດິນ ກັບປະຊາຊົນ ຈະບໍ່ເຫືອດຫາຍໄປຈາກ ສປປລາວ ຕາບໃດ ທີ່ພັກປະຊາຊົນ ປະຕິວັດລາວ ຍັງມີອຳນາດຢູ່ ແລະ ຕາບໃດ ລະບອບຄອມມິວນິດ ຍັງຢູ່ໃນປະເທດລາວ ເພາະວ່າ ພັກລັດ ຕັ້ງກົດ ອອກມາເອງວ່າ ດິນດອນ ທັງໝົດ ໃນປະເທດລາວ ເປັນຂອງ ເຄືອຍາດ ພັກລັດ, ດັ່ງນັ້ນ ຈະບໍ່ມີໃຜ ມີສິດເປັນເຈົ້າຂອງ ດິນດອນທັງຫລາຍ ປະຊາຊົນ ມີພຽງສິດ ນຳໃຊ້ເທົ່ານັ້ນ.