ຄຣິສຕຽນ ຖືກຂັບໄລ່, ບັນຫາ ການເຮັດໜັງສືຜ່ານ​ແດນ

ລາວ ຈະຂຶ້ນຄ່າແຮງງານຂັ້ນຕໍ່າ, ປະຊາຊົນ ບໍ່ພໍໃຈກັບການແກ້ໄຂບັນຫາ ເຮັດໜັງສື ຜ່ານແດນ, ຊາວຄຣິສຕຽນ ເມືອງທ່າແຕງ ຖືກຂັບໄລ່ ອອກຈາກບ້ານ ພ້ອມຖືກມ້າງເຮືອນ, ກອງປະຊຸມ ສໄມສາມັນ ປິດລົງ ແຕ່ຍັງບໍ່ສາມາດແກ້ໄຂ ບັນຫາປາກ-ທ້ອງ.

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ທາງການລາວ ຈະຂຶ້ນຄ່າແຮງງານຂັ້ນຕໍ່າ, ປະຊາຊົນ ບໍ່ພໍໃຈກັບການແກ້ໄຂບັນຫາ ເຮັດໜັງສື ຜ່ານແດນ, ຊາວຄຣິສຕຽນ ເມືອງທ່າແຕງ ຂັບໄລ່ ອອກຈາກບ້ານ ພ້ອມ​ຖືກມ້າງເຮືອນ, ກອງປະຊຸມ ສໄມສາມັນ ປິດລົງ ແຕ່ຍັງມີຫຼາຍບັນຫາ ທີ່ຈະຕ້ອງແກ້ໄຂ ໂດຍສະເພາະ ເຣື່ອງປາກ-ທ້ອງ ຂອງປະຊາຊົນ. ແລະ ຂ່າວອື່ນໆ..

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວ​ກັບຂ່າວ ຊາວຄຣິສຕຽນ ຢູ່ເມືອງເຊກອງ ຖືກນາຍບ້ານ ສັ່ງ​ມ້າງ​ເຮືອນ ພ້ອມຂັບໄລ່ ອອກໄປຈາກບ້ານ.”

ໄຊ້ສີດໃດ, ນາຍບ້ານ ຕັ້ງກົດຂື້ນມາເອງ ມີກົດຫມາຍ ຂໍ້ໃດ ບັງຂັບບໍ່, ໄຫ້ປະຊາຊົນ ຖືສາດສະຫນາໃດສາສນານື່ງ ມັນເປັນ ສິດທິ ສ່ວນບຸກຄົນ ໄຜຢາກຖຶສາດສະໜາ ໃດ ກະສິດສ່ວນຕົວໄຜມັນ, ບໍ່ມີກົດຫມາຍຂໍ້ໃດ ຫ້າມຕົ່ວເບາະ, ສາດສະໜາໃດ ກໍດີຫມົດ ມັນຢູ່ທີ ຈິດໃຈຄົນ ການປະຜຶດຂອງຄົນ ຕ່າງຫາກ. ທ່ານນາຍບ້ານເອີຍ!. ຢ່າເຮັດໄຫ້ ສາດໜາພຸດ ຕ້ອງມົວໝອງ ຍ້ອນຂໍ້ຄິດເຫັນສ່ວນຕົວ ຂອງຄົນກຸ່ມນ້ອຍເລີຍ

…..

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາ ເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org