ຢູແນັສໂກ ຍັງກັງວົນ ຜົລກະທົບ ຈາກເຂື່ອນຫຼວງພຣະບາງ: ຈົດໝາຍ ຈາກຜູ້ຟັງ

ນັກລົງທຶນຈີນ ກັບມາ ເຣີ່ມກໍ່ສ້າງຕຶກເພີ່ມ ຢູ່ເຂດເສຖກິຈພິເສດ ໃກ້ກັບຂົວມິຕພາບ ລາວ-ໄທຍ ແຫ່ງທີ່ 4, ເຂື່ອນຫຼວງພຣະບາງ ເຣີ່ມແລ້ວ, ແຕ່ຢູແນັສໂກ ຍັງກັງວົນ, ຄວາມສັມພັນ ລາວຈີນ ຊື່ງມີຄວາມສໍາພັນ ຢ່າງແໜ້ນແຟ້ນ ໃນຫລາຍດ້ານ ທັງທາງດ້ານການເມືອງ, ເສຖກິຈ ແລະ ການທະຫານ.

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ເຂື່ອນຫຼວງພຣະບາງ ເຣີ່ມແລ້ວ, ແຕ່ຢູແນັສໂກ ຍັງກັງວົນ, ນັກລົງທຶນຈີນ ກັບມາ ເຣີ່ມກໍ່ສ້າງຕຶກເພີ່ມ ຢູ່ເຂດເສຖກິຈພິເສດ ໃກ້ກັບຂົວມິຕພາບ ລາວ-ໄທຍ ແຫ່ງທີ່ 4, ຄວາມສັມພັນ ລາວຈີນ ຊື່ງມີຄວາມສໍາພັນ ຢ່າງແໜ້ນແຟ້ນ ໃນຫລາຍດ້ານ ທັງທາງດ້ານການເມືອງ, ເສຖກິຈ ແລະການທະຫານ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບຂ່າວ ເຂື່ອນຫຼວງພຣະບາງ ເຣີ່ມແລ້ວ, ແຕ່ຢູແນັສໂກ ຍັງກັງວົນ”

“ສ້າງໄປ ມີແຕ່ນາຍທືນລວຍ ປະເທດຊາດ ຍິ່ງຈົນລົງ ແລະ ບຽດບຽນພື້ນທີ່ ທຳມາຫາກິນ ຂອງປະຊາຊົນ ບໍ່ແລ້ວ ຍັງສົ່ງຜົນກທົບ ຕໍ່ສີ່ງແວດລ້ອມ ແລະ ມໍລະດົກໂລກນໍາອີກ...”

“ຈັ່ງແມ່ນ ເຮັດໄປຫຍັງຫລາຍແທ້, ທໍາລາຍ ສີ່ງແວດລ້ອມ ທໍາລາຍ ທັມະຊາດ ຄືບໍ່ເຮັດ ພະລັງງານ ແສງຕາເວັນ ຫລື ພະລັງລົມ ແນວມັນ ບໍ່ທໍາລ້າຍ ທັມະຊາດ ແລະ ສີ່ງແວດລ້ອມແນ່”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org