ສັ່ງໂຈະ ວິສາຫະກິຈ ຂອງຕ່າງປະເທດ ເກືອບ 100 ແຫ່ງ: ຈົດໝາຍ ຈາກຜູ້ຟັງ

ຄົນລາວບໍ່ໜ້ອຍ ຍັງຕົກ ເປັນເຫຍື່ອ ການລົງທຶນ ຜ່ານທາງ ອອນລາຍນ໌, ນັກຮຽນທີ່ຈົບ ຊັ້ນມັທຍົມປາຍ ນິຍົມໄປຮຽນຕໍ່ ຈີນ, ຣັຖບານລາວ ສັ່ງໂຈະ ວິສາຫະກິຈຂອງຄົນຕ່າງປະເທດເກືອບ 100 ແຫ່ງ.

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຣັຖບານລາວ ສັ່ງໂຈະ ວິສາຫະກິຈຂອງຄົນຕ່າງປະເທດເກືອບ 100 ແຫ່ງ, ນັກຮຽນທີ່ຈົບ ຊັ້ນມັທຍົມປາຍ ນິຍົມໄປຮຽນຕໍ່ ຈີນ, ຄົນລາວບໍ່ໜ້ອຍ ຍັງຕົກ ເປັນເຫຍື່ອ ການລົງທຶນ ຜ່ານທາງ ອອນລາຍນ໌ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບຂ່າວ ສັ່ງໂຈະ ວິສາຫະກິຈຂອງຄົນຕ່າງປະເທດເກືອບ 100 ແຫ່ງ”

ຢູ່ປະເທດລາວ ສະໃໝນີ້ ເປັນບ່ອນ ຂອງນັກທຸລະກິດ ຂອງຄົນຕ່າງດ້າວ ມາທຳທຸລະກິດເຖື່ອນ ທີ່ຜິດກົດໝາຍແລ້ວ ແຜ່ຢ່າງກວ້າງຂວາງ ທົ່ວປະເທດລາວ ໂດຍສະເພາະ ແມ່ນນັກທຸລະກິດ ຈາກຈີນ, ຈາກຫວຽດນາມ ແລະຈາກໄທ ເຂົາມາຕົວະຍົວະ ຫລອກລວງ ເອົາເງິນ ນຳຄົນລາວ ແບບເປີດເຜີຍ ເຮັດໃຫ້ຄົນລາວຕົກ ເປັນເຫຍື່ອ ຢ່າງ ຫລວງຫລາຍ ແຕ່ເຈົ້າຫນ້າທີ່ລາວ ບໍ່ເຮັດຫຍັງ ບໍ່ໄປຈັບ ພວກກຸ່ມຄົນ ເຫລົ່ານີ້ ມາລົງໂທດ ຈັກເທື່ອ ເປັນຍອ້ນ ເຈົ້າຫນ້າທີ່ລັດ ຂອງລາວ ເຫັນແກ່ ງິນໂພດ..”

ຈີນສີເທົາ ເຕັມບ້ານ-ເຕັມເມືອງ ເຕັມໄປ ດ້ວຍກຸ່ມແກ໊ງ ອາຊະຍາກັມ ຟອກເງິນ ຄ້າຢາເສບຕິດ ຂ້າມຊາດ ຄ້າມະນຸດ ໂດຍມາ ໃນຮູບແບບ ນັກລົງທຶນ. ກຸ່ມຈີນສີເທົາ ເຂົ້າລົງທຶນຢູ່ລາວ ແມ່່ນເປັນພຽງ ສາກບັງໜ້າ, ສ່ວນຫຼາຍ ແມ່ນເພື່ອມີຈຸດປະສົງ ຟອກເງິນເທົ່ານັ້ນ.”

“ໃນເມື່ອເປັນແບບນີ້ແລ້ວ ຄົນລາວ ຍັງຈະນັ່ງ ຢູ່ລ້າໆ ໂດຍບໍ່ເຮັດຫຍັງ ເລີຍບໍ່!!? ຈີນ ບີບບັງຄັບ ທຸບຕີ ປະຊາຊົນລາວ ບຸກລຸກ ທີ່ດິນຊາວບ້ານ ເປັນບ່ອນ ປູກພຶດກະສິກັມ ຈີນມີອິດທິພົນ ເໜືອກົດໝາຍ ທີ່ ຄົນລາວບໍ່ເຄີຍ ພົບພໍ້ ມາກ່ອນ…”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org