ນ້ຳມັນ 700 ລ້ານລິດ ບໍ່ເສັຽພາສີ, ສັ່ງໂຈະ 7 ໂຄງການ
ຣັຖບານລາວ ກວດພົບ ນໍ້າມັນເຊື້ອເພີງ 700 ລ້ານລິດ ທີ່ນໍາເຂົ້າມາ ໂດຍບໍ່ໄດ້ເສັຍພາສີ, ວິກິດການເງິນ ແລະ ໜີ້ສິນ ແມ່ນບັນຫາຕົ້ນຕໍ ທີ່ຕ້ອງແກ້ໄຂ, ແຂວງບໍຣິຄໍາໄຊ ສັ່ງໂຈະ 7 ໂຄງການກໍ່ສ້າງ ຂອງຣັຖ ຍ້ອນຂາດເຂີນ ງົບປະມານ.
-
ໄມຊູລີ
2022-07-02 -
-
-
Your browser doesn’t support HTML5 audio
ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຣັຖບານລາວ ກວດພົບ ນໍ້າມັນເຊື້ອເພີງ 700 ລ້ານລິດ ທີ່ນໍາເຂົ້າມາ ໂດຍບໍ່ໄດ້ເສັຍພາສີ, ວິກິດການເງິນ ແລະ ໜີ້ສິນ ແມ່ນບັນຫາຕົ້ນຕໍ ທີ່ຕ້ອງແກ້ໄຂ, ແຂວງບໍຣິຄໍາໄຊ ສັ່ງໂຈະ 7 ໂຄງການກໍ່ສ້າງ ຂອງຣັຖ ຍ້ອນຂາດເຂີນ ງົບປະມານ, ຈັບແມ່ຍິງລາວ ຄ້າມະນຸສ ໄປສາມຫຼ່ຽມຄຳ ນຶ່ງຄົນ ແລະ ຂ່າວອື່ນໆ..
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບຂ່າວ “ຣັຖບານລາວ ກວດພົບ ນໍ້າມັນເຊື້ອເພີງ 700 ລ້ານລິດ ທີ່ນໍາເຂົ້າມາ ໂດຍບໍ່ໄດ້ເສັຍພາສີ.”
“ກໍ່ຕົ້ນເງົ້າ ມັນພາເປັນ ແລະ ສວຍໃຊ້ໂອກາດ ເອົາຕຳແຫນ່ງ ເອົາອຳນາດ ບາງກຸ່ມ ມາໃຊ້ ເພື່ອຫາເປັນຜົນປະໂຫຍດ ເຂົ້າຕົວເອງ, ສວຍໃຊ້ໂອກາດນີ້ ມາຫຼາຍສີບປີ ຈົນເຮັດໃຫ້ ຜູ້ມີອຳນາດ ບາງຕະກູນ ກໍ່ລຳລວຍ ມາຫລາຍແລ້ວ.. ມີການສໍ້ໂກງກັນ ທຸກຕຳແຫນ່ງ ທຸກຫນ່ວຍງານ ກໍ່ວ່າໄດ້ ປ່ອຍໃຫ້ມັນເປັນມາ ເປັນເວລານານ. ພໍມາເຖີງ ປະຈຸບັນ ມັນຄວບຄຸມ ບໍ່ໄດ້, ປະເທດກໍ່ ຈິບຫາຍ. ຈະບໍລິຫານ ປະເທດ ແນວໃດ ໃນເມືອເງີນ ໃນຄັງບໍ່ມີ. ເມື່ອກ່ອນ ຍັງອາໄສ ໄປຍືມເງີນ ນຳຕ່າງປະເທດ ປະຈຸບັນນີ້ ບໍ່ສາມາດ ຈະຍືມໄດ້ແລ້ວ ມັນກໍ່ເກິດບັນຫາ ລົ້ມເເຫຼວ. ປະຊາຊົນ ລົ້ມລະລາຍ ຂາດລາຍໄດ້ ກໍ່ແຮງເປັນປັນຫາຫນັກ. ນີ້ຂ້ອຍ ເວົ້າຄວາມຈີງເດີ. ຖ້າ ໃຫ້ເວົ້າ ລົງລາຍລະອຽດ ມັນຫຼາຍບັນຫາ ຢູ່ປະເທດລາວເຮົາ ທີ່ ເກິດຂື້ນ ໃນຄະນະນີ້ນະ. ບັນຫານີ້ ທົບທວນຄືນ ແກ້ບັນຫາ ທີ່ປາຍເຫດ ມັນບໍ່ເປັນຜົນ ມັນຫນັກເກີນແລ້ວ!”
…..
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາ ເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!