ສັບປ່ຽນຕຳແໜ່ງ ເພື່ອແກ້ໄຂ ບັນຫາ

ປະຊາຊົນ ຍັງລຽນຄິວ ຖ້າໃສ່ນ້ຳມັນຣົຖ ເຊັ່ນເຄີຍ, ແຕ່ງຕັ້ງ, ໂຍກຍ້າຍ ຄະນະຣັຖມົນຕຣີ, ຣົຖເຖື່ອນ ຍັງເປັນບັນຫາ ທີ່ຕ້ອງແກ້ໄຂ ຕໍ່ໄປ ແລະ ຫຼາຍພາກສ່ວນ ສົ່ງເສີມໃຊ້ສິນຄ້າລາວ ຫຼຸດຜ່ອນນຳເຂົ້າ.

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ປະຊາຊົນ ຍັງລຽນຄິວ ຖ້າໃສ່ນ້ຳມັນຣົຖ ເຊັ່ນເຄີຍ, ແຕ່ງຕັ້ງ, ໂຍກຍ້າຍ ຄະນະຣັຖມົນຕຣີ, ຣົຖເຖື່ອນ ຍັງເປັນບັນຫາ ທີ່ຕ້ອງແກ້ໄຂ ຕໍ່ໄປ ແລະ ຫຼາຍພາກສ່ວນ ສົ່ງເສີມໃຊ້ສິນຄ້າລາວ ຫຼຸດຜ່ອນນຳເຂົ້າ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວ​ກັບຂ່າວ ໂຍກຍ້າຍ ຄະນະຣັຖມົນຕຣີ

ດີແລ້ວ ທີ່ມີການປຽ່ນແປງ ໄຄກວ່າ ບໍ່ເຮັດຫຍັງ, ນັ່ງເຝົ້າຫອ້ງການໃຜມັນ. ເວລາເພີ່ນປຽ່ນ ປະຊາຊົລ ກໍບໍ່ວຸ້ນວາຍ ປານໃດ ເພາະພາກັນ ໂຍະຍານ ຖ້າວິທີການ ຂອງ ຜູ້ໃໝ່ ລອງເບີ່ງ. ອີກ 1 ປີ ຖ້າຫາກວ່າ ເຮັດຫຍັງບໍ່ເປັນ ນາຍົກ ເພີີ່ນກໍຊິປຽ່ນໃໝ່ອີກ. ເອົາໄປເອົາມາ ຈົນໝົດວາລະ ໜ້າທີ່, ກໍພາກັນ ໄປບຳນານ ຫລືໄປເປັນ ສສຊ ບັນຫາທຸກຢ່າງ ກໍຄືເກົ່າ ປະຊາຊົລ ກໍເລີ້ມແນວເກົ່າ ຊາມຊາ ເຖົ້າແກ່ ສະລາການ. ສຸດທ້າຍ ຜູ້ທີ່ດີໃຈ ທີ່ສຸດ ຄື: ປະທານປະເທດ ກັບ ສສຊ, ສວ່ນ ນາຍົກ ກັບລັດຖະມົນຕີ ແມ່ນສີເຈັບໆຫົວ ນອ້ຍນື່ງ ເພາະຢ້ານ ຖືກປົດຕຳແໜ່ງ. ຮັກແພງ

…..

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາ ເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org