ການປູກກ້ວຍ, ມັນຕົ້ນ ຢູ່ປາກຊ່ອງ ເຮັດໃຫ້ດິນ ເສື່ອມຄຸນພາບ: ຈົດໝາຍ ຈາກຜູ້ຟັງ

ການປະຕິຮູບ ຣັຖວິສາຫະກິຈ ການບິນລາວ ຍັງບໍ່ມີຄວາມຄືບໜ້າ, ຍ້ອນມີການປູກ ມັນຕົ້ນ, ກ້ວຍຫອມ ແລະ ພືດອື່ນໆ ຫຼາຍຂື້ນ ເຮັດໃຫ້ດິນການກະເສດ ເສື່ອມຄຸນນະພາບ, ເຫດການຍິງ ທ້າວ ອານຸຊາ ຫຼວງສຸພົມ.

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ການປະຕິຮູບ ຣັຖວິສາຫະກິຈ ການບິນລາວ ຍັງບໍ່ມີຄວາມຄືບໜ້າ, ຍ້ອນມີການປູກ ມັນຕົ້ນ, ກ້ວຍຫອມ ແລະ ພືດອື່ນໆ ຫຼາຍຂື້ນ ເຮັດໃຫ້ດິນການກະເສດ ເສື່ອມຄຸນນະພາບ, ເຫດການຍິງ ທ້າວ ອານຸຊາ ຫຼວງສຸພົມ ແລະ ຂ່າວອື່ນໆ……

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບຂ່າວ “ການປູກກ້ວຍຫອມ, ມັນຕົ້ນ ເຮັດໃຫ້ດິນກະເສຕ ເສື່ອມຄຸນພາບ”

ດິນປາກຊ່ອງ ຄວນຈະສະຫງວນໄວ້ ປູກສະເພາະ ແຕ່ກາເຟ ເທົ່ານັ້ນ, ຍ້ອນເປັນດິນ ທີ່ເໝາະງາມ ຕໍ່ກາເຟ. ບໍ່ຄວນປູກແນວອື່ນ ເຮັດໃຫ້ເສຍດິນໄປ. ພາກສ່ວນກ່ຽວຂ້ອງ ຄວນສຶກສາ ຄົ້ນຄ້ວາ ໃຫ້ຖີຖ້ວນແດ່

ຂໍຝາກຫາ ພາກສ່ວນກ່ຽວຂ້ອງ ຢູ່ແຂວງ ແລະ ເມືອງ ໄດ້ສຳຫລວດ ວິໄຈ ດິນ ກະເສດ ໃນແຕ່ລະເຂດ ຂອງເມືອງ ແລະ ກຳນົດໃຫ້ ແຕ່ລະເຂດ ປູກໄດ້ພືດໃດແດ່. ບໍ່ແມ່ນ ມີແຕ່ຫ້າມ ແລະ ຖ້າຫ້າມ ກໍ່ເຄັ່ງຄັດ ດ້ານກົດຫມາຍແດ່, ຢ່າວາງ ແຕ່ທິດສະດິ ຫາກບໍ່ມີ ພາກປະຕິບັດ.

ແນວໃດ? ຊິເຮັດໃຫ້ ມີກິນກຸ້ຕົນເອງ ເພິ່ງຕົນເອງ ພີ່ນ້ອງ ຕ້ອງໄດ້ເຮັດ, ພັກລັດ ຂັ້ນເທິງ ເພີ່ນເບິ່ງແຍງ ເພີ່ນບໍ່ກອບໂກຍ ໂກງກິນ ຄື ສັກດິນາ ອາດຍາສິດດອກ!!! ເພີ່ນມີແຕ່ ໝູນໃຊ້ ຫາໄດ້ຫາກິນ, ບໍ່ໄດ້ຂາຍ ຄືແຕ່ກ່ອນ ເພີ່ນມີແຕ່ ສຳປະທານ ຄືເຫັນ ນຳກັນ ຫັ້ນແລ

ອ້າວການປູກພືດ ຕ່າງໆ ກໍ່ດີ ໄດ້ມີ ການຫມຸນວຽນ ບຳຣຸງດີນ ໄປໃນຕົວດີນ ຂອງມັນເອງ ບໍ່ເຫັນ ປະເທດໄທບໍ, ເພີ່່ນຍັງໃຫ້ ໝຸນວຽນ ການປູກພືດ ອັນນີ້ ແມ່ນເພື່ີອຫຍັງ? ເພືີ່ອໃຜບາງຄົນ ຫລື ບາງກຸ່ມບໍ ຖ້າປະຊາຊົນ ປູກກ້ວຍ ຫລື ຜົນຜະລິດຕ່າງໆ ອອກ ຄວບຄູ່ ກັບເຈົ້າຂອງ ທຸລະກິດຈີນ ແມ່ນປະຊາຊົນຜິດ ບໍ່ໃຫ້ປູກແມ່ນບໍ່ ຫລື ພາກສ່ວນ ກີດກັນ ບໍ່ໃຫ້ປະຊາຊົນ ເຮັດທຳມາຫາກີນ ອັນແມ່ນ ເອື້ອໃຫ້ ນາຍທືນຈີນແມ່ນບໍ່ ຕໍ່ໄປ ປະຊາຊົນ ຕາດຳໆ ກໍ່ໄດ້ແຕ່ເບີ່ງ ນາຍທືນຈີນ ເຂົ້າມາມີບົດບາດ ຫຼາຍຂື້ນ ກ່ວາຄົນລາວແນ່ນອນ ຍ້ອນວ່າ ພັກລັດ ໃຫ້ນາຍທືນຈີນ ຫລາຍຂື້ນ ເທົ່າຕົວ

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org